spot_img
Homeຊີວິດແລະຄວາມຮັກເຫດຜົນທີ່ຜູ້ຍິງບາງຄົນນອກໃຈຄົນຮັກ

ເຫດຜົນທີ່ຜູ້ຍິງບາງຄົນນອກໃຈຄົນຮັກ

Published on

ສຳລັບເລື່ອງຄວາມຮັກ ຄົນສ່ວນຫຼາຍມັກເບິ່ງວ່າຜູ້ຍິງເປັນຄົນຮັກດຽວໃຈດຽວ ຈິງໃຈຫຼາຍກວ່າຜູ້ຊາຍ, ຈົນຜູ້ຊາຍຫຼາຍຄົນຄິດວ່າແຟນເປັນຂອງຕາຍ ແຕ່ບາງຄັ້ງກໍມີຫຼາຍເຫດຜົນທີ່ເຮັດໃຫ້ສາວໆນອກໃຈຄົນຮັກໄດ້ຄືກັນ

  1. ບໍ່ໝັ້ນໃຈໃນຄວາມສຳພັນທີ່ເປັນຢູ່: ເພາະບາງຄັ້ງຜູ້ຊາຍ ບໍ່ສະແດງອອກມາຊັດເຈນ, ປາກແຂງ ຮັກກໍບໍ່ເຄີຍບອກ, ຈົນເຮັດໃຫ້ສາວໆນ້ອຍໃຈໃນຄວາມສຳພັນ, ເຮັດຄືກັບວ່າສາວໆບໍ່ມີຕົວຕົນ, ເມື່ອໃດຫາກພົບຜູ້ຊາຍທີ່ກ້າສະແດງອອກເຂົາກໍຈະເລືອກຄົນແບບນີ້ຫຼາຍກວ່າ
  2. ຜູ້ຊາຍບໍ່ຮັບຟັງ: ເພາະຜູ້ຊາຍບາງຄົນປະຕິບັດກັບສາວໆຄືກັບຕົນເອງເປັນຜູ້ໃຫຍ່ກວ່າ, ຮູ້ທຸກຢ່າງ, ຄອຍສັ່ງສອນສາວໆ ຫຼືຍາມມີບັນຫາກໍມັກຈະເວົ້າວ່າຕົນເອງຖືກສະເໝີ, ບໍ່ຍອມຂໍໂທດ ແລະເມື່ອມີບັນຫາກໍແກ້ໄຂຄົນດຽວ ໂດຍບໍ່ປຶກສາກັນ ເຮັດຄືກັບຕົນເອງເປັນຜູ້ນຳທີ່ເກັ່ງສະເໝີ, ບໍ່ຍອມຟັງເຫດຜົນຂອງສາວໆ ຈຶ່ງເປັນເຫດຜົນທີ່ເຮັດໃຫ້ສາວໆໄປຫາຄົນອື່ນທີ່ພ້ອມຈະຮັບຟັງ
  3. ບໍ່ດີຄືກັບແຕ່ກ່ອນ: ເມື່ອຄົບກັນມາດົນ ກໍເຮັດໃຫ້ຜູ້ຊາຍທີ່ດີ ຄອຍເອົາໃຈນັ້ນ ກັບກາຍເປັນອະດີດ, ປັດຈຸບັນບໍ່ເປັນແບບນັ້ນ, ເມື່ອສາວໆເຮັດຫຍັງກໍຜິດໄປໝົດ, ບໍ່ສົນໃຈກັນ
  4. ເຂົ້າກັນບໍ່ໄດ້: ເມື່ອຄົບກັນແລ້ວ ອາດເຫັນວ່າເຂົ້າກັນບໍ່ໄດ້ຫຼາຍຢ່າງ ທັງຄວາມຄິດ, ນິໄສ ແລະການກະທຳທີ່ແຕກຕ່າງກັນ ບໍ່ສາມາດເຂົ້າກັນໄດ້
  5. ເປັນພາລະ ຫຼາຍກວ່າການເປັນຜູ້ນຳ: ຜູ້ຊາຍ ທີ່ເຮັດໃຫ້ເປັນຫ່ວງຕະຫຼອດເວລາ ບໍ່ສາມາດຄວບຄຸມຊີວິດຕົນເອງໃຫ້ຢູ່ໃນບ່ອນທີ່ຄວນເຊັ່ນ: ຕິດການພະນັນ, ຕິດເຫຼົ້າ, ນອກຈາກເບິ່ງແຍງຄົນອື່ນບໍ່ໄດ້ແລ້ວ ຍັງເບິ່ງແຍງຕົນເອງບໍ່ໄດ້, ບາງຄັ້ງຍັງຫາເລື່ອງເດືອດຮ້ອນມາໃຫ້ອີກ, ຈຶ່ງເປັນເຫດໃຫ້ສາວໆຢຸດຄວາມສຳພັນ ຫຼືມີຄົນໃໝ່
  6. ຫຶງຫວງຫຼາຍເກີນໄປ: ຜູ້ຊາຍບາງຄົນຫຶງຫຼາຍເກີນໄປ, ມີໝູ່ຜູ້ຊາຍກໍບໍ່ໄດ້, ບາງຄັ້ງໄປກັບຜູ້ຍິງນຳກັນຍັງບໍ່ໄດ້, ເຖິງເຮັດເພາະຮັກ ແຕ່ກໍເຮັດໃຫ້ສາວໆໝົດອິດສະລະພາບ, ອຶດອັດ ແລະທົນບໍ່ໄດ້
  7. ຖືກຕີຕະຫຼອດ: ເຖິງຈະຮັກຫຼາຍພຽງໃດ ແຕ່ເມື່ອທຸບຕີຕະຫຼອດ ບໍ່ມີໃຜທີ່ຈະສາມາດທົນໄດ້
  8. ຫວັ່ນໄຫວ ເພາະຄວາມໃກ້ຊິດ: ເມື່ອຄົນຮັກຢູ່ໄກ ອາດເຮັດໃຫ້ສາວໆຫວັ່ນໄຫວໄປກັບຄົນໃກ້ຊິດ, ເມື່ອມີອີກຄົນຄອຍເອົາໃຈໃສ່, ໃສ່ໃຈຢູ່ທຸກມື້ ເຊິ່ງເຮັດໃຫ້ສາວໆຫວັ່ນໄຫວໄປຕາມໄດ້
  9. ເພາະຜູ້ຊາຍນອກໃຈກ່ອນ: ໜຸ່ມໆບາງຄົນອາດນອກໃຈສາວໆ ຈົນເຮັດໃຫ້ສາວໆຈັບໄດ້ຕະຫຼອດ, ເມື່ອເປັນແນວນັ້ນ ສາວໆກໍຈະນອກໃຈ ເພາະໜຸ່ມໆເປັນຝ່າຍເຮັດກ່ອນ ເພາະສາວໆກໍສາມາດເຮັດໄດ້ເຊັ່ນກັຮ, ຈາກເລື່ອງນ້ອຍໆ ກໍກາຍເປັນເລື່ອງໃຫຍ່ ຈົນເຖິງຂັ້ນນອກໃຈກັນແທ້ໆ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...