ຜັກໜອກ ເປັນສະໝຸນໄພຊະນິດໜຶ່ງ ທີມີປະໂຫຍດຫຼາຍຕໍ່ຮ່າງກາຍຂອງຄົນເຮົາ, ເພາະສາມາດປິ່ນປົວພະຍາດໄດ້ຫຼາຍຊະນິດ ເຊິ່ງໃບຜັກໜອກມີສານປະກອບທີ່ສຳຄັນຫຼາຍຊະນິດ, ມີວິຕາມິນ ແລະແຮ່ທາດ ທີ່ສຳຄັນກັບຮ່າງກາຍ ແລະມີປະໂຫຍດຫຼາຍຢ່າງດັ່ງນີ້
- ເປັນພືດທີ່ມີແຄວຊຽມສູງ
- ຊ່ວຍໃຫ້ອ່ອນກ່ອນໄວ ແລະເປັນຢາອາຍຸວັດທະນະ
- ຊ່ວຍເສີມສ້າງ ແລະກະຕຸ້ນການສ້າງຄໍລາເຈນ
- ມີສານຕໍ່ຕ້ານອະນຸມູນອິດສະລະ, ຊ່ວຍຕ້ານການເສື່ອມຂອງເຊວຕ່າງໆໃນຮ່າງກາຍ
- ຊ່ວຍບຳລຸງ ແລະຮັກສາສາຍຕາ, ຟື້ນຟູດວງຕາ ເພາະຜັກໜອກມີວິຕາມິນເອສູງ
- ຊ່ວຍຮັກສາອາການຕາອັກເສບບວມແດງ ດ້ວຍການເອົາໃບຜັກໜອກມາລ້າງໃຫ້ສະອາດ ແລ້ວຄັ້ນເອົານໍ້າ ເອົາມາຢອດຕາ 3-4 ຄັັ້ງ/ມື້
- ຊ່ວຍບຳລຸງປະສາດ ແລະສະໝອງ
- ຊ່ວຍເຮັດໃຫ້ຄວາມຈຳດີ ແລະເຮັດໃຫ້ມີໄຫວພິບຫຼາຍຂຶ້ນ
- ຊ່ວຍເພີ່ມຄວາມຈຳໃຫ້ຜູ້ທີ່ອາຍຸຫຼາຍ
- ມີສ່ວນຊ່ວຍເພີ່ມໄອຄິວ, ຄວາມສະຫຼາດ ແລະມີຄວາມສາມາດໃນກາານຮຽນຮູ້
- ຊ່ວຍແກ້ອາການເຈັບຫົວ, ເຈັບຫົວເບື້ອງດຽວ ແລະວິນຫົວ
- ຊ່ວຍຜ່ອນຄາຍຄວາມເຄັ່ງຄຽດ
- ຊ່ວຍເຮັດໃຫ້ເລືອດໄຫຼວຽນຫຼໍ່ລ້ຽງສ່ວນອື່ນໆໄດ້ດີ
- ຊ່ວຍກະຕຸ້ນການສ້າງເນື້ອເຍື່ອ, ເປັນຢາບຳລຸງກຳລັງ, ບຳລຸງຮ່າງກາຍ, ຊ່ວຍບຳລຸງເລືອດ
- ຊ່ວຍບຳລຸງຫົວໃຈ, ຟື້ນຟູສະພາບຈາກພະຍາດ
- ຊ່ວຍປິ່ນປົວພະຍາດເບົາຫວານ, ຊ່ວຍຫຼຸດລະດັບນໍ້າຕານໃນເລືອດໄດ້ດີ
- ຊ່ວນປິ່ນປົວພະຍາດຄວາມດັນເລືອດສູງ, ຮັກສາພະຍາດເລືອດຈາງ