spot_img
Homeນານາສາລະໝາກໄມ້ ແລະສະໝຸນໄພພື້ນບ້ານ ຊ່ວຍຫຼຸດໄຂມັນໃນເລືອດ

ໝາກໄມ້ ແລະສະໝຸນໄພພື້ນບ້ານ ຊ່ວຍຫຼຸດໄຂມັນໃນເລືອດ

Published on

ໝາກໄມ້ ແລະສະໝຸນໄພພື້ນບ້ານ ທີ່ຊ່ວຍຫຼຸດຄໍເລດເຕີລໍ, ຫຼຸດໄຂມັນໃນເລືອດນັ້ນ ມີຫຼາຍຊະນິດ, ຖ້າຫາກໃຜ ຮູ້ສຶກວ່າມັກກິນອາຫານມັນ, ອາຫານຈືນຫຼາຍ ໃຫ້ຮີບມາຮູ້ຈັກກັບອາຫານເຫຼົ່ານີ້ດ່ວນ ເພາະຈະຊ່ວຍຫຼຸດໄຂມັນໃນເລືອດນັ້ນໃຫ້ໝົດໄປໄດ້

  1. ໝາກນອດ: ເປັນໝາກໄມ້ຊະນິດໜຶ່ງທີ່ນິຍົມກິນແບບສົດໆ ເພາະສາມາດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອລາໄດ້, ມີສັບພະຄຸນຊ່ວຍແກ້ອາການນອນບໍຫຼັບ, ຫຼຸດໄຂມັນໃນເລືອດ ແລະພະຍາດກະເພາະພົກນໍ້າປັດສະວະອັກເສບໄດ້
  2. ສົ້ມພໍດີ: ຊ່ວຍຫຼຸດລະດັບໄຂມັນທີ່ດບໍ່ດີ ແລະເພີ່ມລະດັບໄຂມັນດີໃນຮ່າງກາຍ, ມີສັບພະຄຸນຕ້ານອະນຸມູນອິດສະລະ, ຊ່ວຍຕ້ານມະເຮັງ ແລະຢັບຢັ້ງການແກ່ກ່ອນໄວໄດ້ອີກດ້ວຍ
  3. ຜັກທຽມ: ເປັນສະໝຸນໄພທີ່ມີຊື່ສຽງ ເພາະມີສັບພະຄຸນທີ່ດີຕໍ່ຮ່າງກາຍ, ຊ່ວຍຫຼຸດອາການຈຸກສຽບແໜ້ນທ້ອງ, ຄວບຄຸມລະດັບໄຂມັນໃນເສັ້ນເລືອດ, ຊ່ວຍຮັກສາບາດແຜສົດ ແລະແຜຊໍ້າເຮື້ອໄດ້, ຊ່ວຍປ້ອງກັນການເປັນພະຍາດຫົວໃຈ ແລະຊ່ວຍຢັບຢັ້ງການເກີດພະຍາດມະເຮັງໄດ້
  4. ໝາກຖົ່ວລັນເຕົາ: ມີສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍ ເພາະມີວິຕາມິນບີ2, ໂປຣຕີນສູງ ແລະໄຂມັນຕໍ່າ, ຫຼຸດຄໍເລດເຕີລໍ, ຄວບຄຸມຄວາມດັນເລືອດ, ຫຼຸດການເກີດພະຍາດຫົວໃຈ ຊ່ວຍຫຼຸດຄວາມສ່ຽງພະຍາດເບົາຫວານ, ຊ່ວຍບຳລຸງສາຍຕາ, ແຂ້ວ ແລະກະດູກໃຫ້ແຂງແຮງ
  5. ໝາກເຂືອຍາວ: ມີສັບພະຄຸນຊ່ວຍຫຼຸດໄຂມັນໃນເລືອດໄດ້ເຊັ່ນກັນ, ຊ່ວຍດູດຊຶມຄໍເລດເຕີລໍຜ່ານລຳໄສ້ໄດ້ດີ
  6. ຫອມບົ່ວ: ອຸດົມດ້ວຍສານອະນຸມູນອິດສະລະ, ຊ່ວຍຫຼຸດຄໍເລດເຕີລໍ, ຫຼຸດຄວາມສ່ຽງເປັນພະຍາດຄວາມດັນເລືອດສູງ ແລະຫົວໃຈ, ບຳລຸງສະໝອງ ແລະມີສັບພະຄຸນຊ່ວຍຮັກສາສິວໄດ້
  7. ຂີງ: ມີສັບພະຄຸນຊ່ວຍຫຼຸດຄໍເລດເຕີລໍໃນເລືອດ ແລະຕັບໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ ຈະຖືກເຈົ້າໜ້າທີ່ປັບໄໝ

ເຈົ້າໜ້າທີ່ຈະປັບໄໝ ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ. ພທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ອີງຕາມປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ...

ປຶກສາຫາລື 5 ຫົວຂໍ້ສຳຄັນ ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ,...

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...