spot_img
Homeນານາສາລະ7 ປະໂຫຍດຂອງການປາດໝາກນາວເປັນປ່ຽງ ປະໄວ້ຂ້າງບ່ອນນອນ

7 ປະໂຫຍດຂອງການປາດໝາກນາວເປັນປ່ຽງ ປະໄວ້ຂ້າງບ່ອນນອນ

Published on

ໝາກນາວ ມີສັບພະຄຸນຫຼາຍຢ່າງທີ່ດີຕໍ່ສຸຂະພາບຂອງຄົນເຮົາ ໂດຍສະເພາະຖ້າເອົາໝາກນາວປາດເປັນປ່ຽງປະໄວ້ບ່ອນນອນ ເຊິ່ງຈະຊ່ວຍບັນເທົາບັນຫາສຸຂະພາບໄດ້ດັ່ງນີ້

  1. ຫຼຸດອາການຄຽດ: ກິ່ນຂອງໝາກນາວ ຈະຊ່ວຍໃຫ້ມີຄວາມສົດຊື່ນພາຍໃນຫ້ອງນອນ, ເມື່ອດົມກໍຈະຊ່ວຍໃຫ້ສະໝອງເກີດຄວາມຮູ້ສຶກຜ່ອນຄາຍ, ຄວາມຄຽດທີ່ມີຢູ່ກໍຄ່ອຍໆຫາຍໄປຈາກເຮົາໄດ້
  2. ຫຼຸດການນອນບໍ່ຫຼັບ: ກິ່ນຂອງໝາກນາວຈະຊ່ວຍໃຫ້ປະສາດຜ່ອນຄາຍ ແລະສະຫງົບລົງໄດ້, ຊ່ວຍໃຫ້ຮ່າງກາຍກະຕຸ້ນໂຮໂມນແຫ່ງການນອນຫຼັບອອກມາໄດ້
  3. ມີສະມາທິ: ສຳລັບຄົນທີ່ມີຄວາມສັບສົນ, ບໍ່ມີສະມາທິ ກ່ອນເຂົ້ານອນຈະເຮັດໃຫ້ຝັນຮ້າຍຕະຫຼອດ, ກິ່ນຫອມສົດຊື່ນຂອງໝາກນາວຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບປະສາດ ແລະສະໝອງໃຫ້ດີຂຶ້ນ
  4. ຫຼຸດລະດັບຄວາມດັນເລືອດ: ເມື່ອຄວາມຄຽດຫຼຸດລົງ ສະໝອງ ແລະຮ່າງກາຍກໍຈະຮູ້ສຶກຜ່ອນຄາຍຫຼາຍຂຶ້ນ, ເຮັດໃຫ້ລະບົບຕ່າງໆຂອງຮ່າງກາຍຈະກັບມາເປັນປົກກະຕິ ໂດຍສະເພາະລະບົບຄວາມດັນເລືອດສູງ ກໍຈະບໍ່ມີອີກຕໍ່ໄປ
  5. ກະຕຸ້ນສະໝອງ ປ້ອງກັນພະຍາດສະໝອງເສື່ອມ: ກິ່ນຂອງໝາກນາວທີ່ເຮົາດົມນັ້ນ ມີສ່ວນປະກອບຕ້າານສານອະນຸມູນອິດສະລະທີ່ມີຄຸນສົມບັດຊ່ວຍປ້ອງກັນເຊວ ຈາກການຖືກທຳລາຍ, ການດົມກິ່ນໝາກນາວຕະຫຼອດຈະຊ່ວຍໃຫ້ລະບົບປປະສາດ ແລະສະໝອງ ຫຼຸດອາການສ່ຽງເປັນພະຍາດອັນໄຊເມີ ຫຼືສະໝອງເສື່ອມໄດ້
  6. ປັບບັນຍາກາດຫ້ອງນອນໃຫ້ເໝາະແກ່ການນອນພັກຜ່ອນ: ເພາະກິ່ນຂອງໝາກນາວ ຈະເຮັດໃຫ້ຮູ້ສຶກສົດຊື່ນໄດ້ທັນທີ ແລະເມື່ອໃນຫ້ອງນອນຂອງເຮົາມີກິ່ນນີ້ ຈະມີຜົນດີຕໍ່ໃຈຫຼາຍ ແລະເຮັດໃຫ້ຮ່າງກາຍກໍຈະໄດ້ພັກຜ່ອນໄດ້ເຕັມທີ່
  7. ຊ່ວຍໃຫ້ຕື່ນມາກັບຄວາມສົດຊື່ນ: ການມີກິ່ນໝາກນາວໃນຫ້ອງນອນ ຈະເຮັດໃຫ້ເຮົາຕື່ນຂຶ້ນມາພ້ອມກັບຄວາມສົດຊື່ນ ເພາະກິ່ນຂອງໝາກນາວດົມແລ້ວຈະເຮັດໃຫ້ສົດຊື່ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ ຈະຖືກເຈົ້າໜ້າທີ່ປັບໄໝ

ເຈົ້າໜ້າທີ່ຈະປັບໄໝ ລົດບັນທຸກແກ່ຫີນ-ຊາຍ ທີ່ເຮັດ ຫີນ,ດິນ,ຊາຍ ເຮ່ຍຕາມຫົນທາງ ເຮັດໃຫ້ຖະໜົນເປິເປື້ອນ. ພທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ອີງຕາມປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ...

ປຶກສາຫາລື 5 ຫົວຂໍ້ສຳຄັນ ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ,...

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...