spot_img
Homeຂ່າວການພັດທະນາກະຊວງພະລັງງານຯເຜີຍ ປະເທດເຮົາສຳເລັດກໍ່ສ້າງໂຄງການໄຟຟ້າ 42 ແຫ່ງ ກຳລັງຕິດຕັ້ງ 6,300 ເມກາວັດ

ກະຊວງພະລັງງານຯເຜີຍ ປະເທດເຮົາສຳເລັດກໍ່ສ້າງໂຄງການໄຟຟ້າ 42 ແຫ່ງ ກຳລັງຕິດຕັ້ງ 6,300 ເມກາວັດ

Published on

ປັດຈຸບັນສປປ ລາວ ໄດ້ສຳ​ເລັດການກໍ່ສ້າງ ໂຄງການໄຟຟ້າພະລັງນ້ຳແລະ ພະລັງຄວາມຮ້ອນ ທັງໝົດ 42 ​ໂຄງການ, ມີກຳລັງຕິດຕັ້ງທັງໝົດ 6.300 ​ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35 ພັນລ້ານກິໂລວັດໂມງ. ສຳລັບການພັດທະນາ ໂຄງການ​​ໄຟຟ້າ ທີ່ກຳລັງກະກຽມແລະ ດຳເນີນການກໍ່ສ້າງ ມີທັງໝົດ 53 ​ໂຄງການ, ຄາດວ່າຈະສຳເລັດພາຍໃນປີ 2020.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ​​ແຈ້ງໃຫ້ຮູ້ວ່າ: ສະເພາະປີ 2016 ​ແມ່ນຈະສຳເລັດ 7 ​ໂຄງການ, ມີກຳລັງຕິດຕັ້ງ 634 ​ເມກາວັດ, ປີ 2017-2018 ສຳເລັດ 9 ໂຄງການ, ປີ 2019 ມີ 14 ​ໂຄງການແລະ ປີ 2020 ສຳເລັດ 13 ​ໂຄງການເຊິ່ງຈະມີກຳລັງຕິດຕັ້ງທັງໝົດ ປະມານ 8.000 ​ເມກາວັດ, ຮອດປີ 2020 ສປປ ລາວ ຈະມີໂຄງການໄຟຟ້າ 90 ກວ່າແຫ່ງຢູ່ໃນການຄຸ້ມຄອງ, ມີກຳລັງຕິດຕັ້ງ​​ເກືອບ 14 ພັນເມກາວັດ. ພ້ອມກັບການພັດທະນາຂະແໜງໄຟຟ້າແລ້ວ ຍັງມີການຂະຫຍາຍສາຍສົ່ງໄຟຟ້າເຊິ່ງມີ 3 ລະດັບຄື: ​ແຮງສູງ 500 ກິໂລໂວ, ​ແຮງກາງ 230 ກິໂລໂວແລະແຮງຕ່ຳ 115 ກິໂລໂວ, ຍາວເກືອບ7.000 ກິໂລແມັດ. ​ສຳລັບແຮງສູງ 500 ກິໂລໂວ ຂະຫຍາຍໄດ້ເກືອບ 200 ກິໂລແມັດ ຮອດປີ 2018 ຈະສຳເລັດຕື່ມອີກປະມານ 90 ກິໂລແມັດ ລວມກວ່າ 100 ກິໂລແມັດ, ​ສາຍສົ່ງ 500 ກິໂລໂວນນີ້ ມີຄວາມສຳຄັນທີ່ສຸດເພາະຈະໄດ້ສະໜອງໄຟຟ້າໃຫ້ແຂວງພາກເໜືອ, ພາກກາງແລະ ພາກໃຕ້ ຮັບປະກັນການເຊື່ອມໂຍງໄຟຟ້າ ​​ໃຫ້ເປັນລະບົບໃນທົ່ວປະເທດ, ພ້ອມນັ້ນ ຍັງເປັນລະບົບທີ່ເຊື່ອມໂຍງກັບປະ​​ເທດເພື່ອນມິດອ້ອມຂ້າງ ​ເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ, ພ້ອມ​​ມີແຜນຈະ​​ເຊື່ອມໂຍງໄປຍັງປະເທດມາເລເຊຍ ໃນຕໍ່ໜ້າ.

ສ່ວນສາຍສົ່ງລະບົບ 230 ​ແລະ 115 ກິໂລໂວ ກໍມີການເຊື່ອມໂຍງໃນທົ່ວປະເທດ ເພື່ອສະໜອງໃຫ້ປະຊາຊົນ​​ ໄດ້ຊົມໃຊ້ຢ່າງທົ່ວເຖິງ ເຊິ່ງປັດຈຸບັນກວມ 85% ຂອງຈຳນວນບ້ານທັງໝົດແລະ 92% ຂອງຈຳນວນຄອບຄົວທັງໝົດ. ໃນໄລະ 5 ປີ ຜ່ານມາໄດ້ມີການຊີ້ນຳ ນຳພາຈັດຕັ້ງປະຕິບັດ​ ວຽກງານພະລັງງານແລະ ບໍ່ແຮ່ ລວມຍອດການຜະລິດຕະພັນ ທັງໝົດປະມານ 95 ພັນຕື້ກວ່າກີບ, ​ໃນນັ້ນ ຂະແໜງໄຟຟ້າ 27 ພັນ​​ຕື້ກີບ, ຂະແໜງບໍ່ແຮ່ 68 ພັນຕື້ກີບເຊິ່ງເປັນມູນຄ່າມະຫາສານເພື່ອປະກອບສ່ວນພັດທະນາ ເສດຖະກິດສັງຄົມຂອງປະເທດ.

ຢ່າງໃດກໍຕາມທ່ານລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ເຫັນວ່າ​ ຂະແໜງໄຟຟ້າໄດ້ຂະຫຍາຍຕົວລະດັບ 15% ​ໃນແຕ່ລະປີແຕ່ຂະແໜງບໍ່ແຮ່ຫລຸດລົງ ສະເລ່ຍປະມານ 6% ​ເນື່ອງຈາກລາຄາແຮ່ຄຳ, ທອງເງິນ, ເຫລັກແລະແຮ່ທາດຕ່າງໆໃນຕະຫລາດໂລກຫລຸດລົງແຕ່ຄາດວ່າຈະເພີ່ມຂຶ້ນອີກຮອບ​ ໃນປີ 2017.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...