spot_img
Homeນານາສາລະໄຂຂໍ້ຂ້ອງໃຈ ອາບນໍ້າຫຼັງກິນເຂົ້າອິ່ມ ບໍ່ດີແທ້ ຫຼືບໍ່?

ໄຂຂໍ້ຂ້ອງໃຈ ອາບນໍ້າຫຼັງກິນເຂົ້າອິ່ມ ບໍ່ດີແທ້ ຫຼືບໍ່?

Published on

ຫຼັງຈາກກິນເຂົ້າອິ່ມ ຫຼາຍຄົນມັກເຮັດກິດຈະກຳຕ່າງໆເຊັ່ນ: ບາງຄົນກໍກິນເຂົ້າໜົມ, ກິນໝາກໄມ້, ດື່ມນໍ້າ ຫຼືດື່ມເຄື່ອງດື່ມຕ່າງໆ, ບາງຄົນກໍລຸກຂຶ້ນຍ່າງ, ບາງຄົນກໍນອນ ແຕ່ຮູ້ ຫຼືບໍ່ວ່າ ພຶດຕິກຳຕ່າງໆ ຫຼັງກິນອາຫານອິ່ມສົ່ງຜົນດີ ແລະຜົນຮ້າຍ ຕໍ່ສຸຂະພາບຮ່າງກາຍ, ໂດຍສະເພາະ ໃຜທີ່ມັກອາບນໍ້າຫຼັງກິນເຂົ້າອິ່ມ ຕ້ອງລະວັງເລື່ອງສຸຂະພາບ

ກິນເຂົ້າອິ່ມແລ້ວ ບໍ່ຄວນລຸກເຮັດກິດຈະກຳທີ່ຕ້ອງອອກແຮງງານຫຼາຍເຊັ່ນ: ແລ່ນ, ຂຶ້ນຂັ້ນໄດ, ຍົກເຄື່ອງໜັກ ລວມເຖິງການອາບນໍ້າຫຼັງກິນເຂົ້າແລ້ວ ເພາະອາດເຮັດໃຫ້ເກີດອາການຈຸກ, ແໜ້ນທ້ອງ ແລະຍັງເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໜັກ, ຍັງເຮັດໃຫ້ລະບົບຍ່ອຍອາຫານດູດຊຶມສານອາຫານໄດ້ບໍ່ມີປະສິດທິພາບເທົ່າທີ່ຄວນ

ນອກຈາກນີ້ ການສູບຢາຫຼັງກິນອາຫານແລ້ວ ກໍເປັນສິ່ງທີ່ບໍ່ຄວນເຮັດ ເພາະນອກຈາກຈະເຮັດໃຫ້ທ້ອງອືດແລ້ວ ຍັງມີສ່ວນເພີ່ມປະລິມານສານພິດຈາກການເຜົາໄໝ້ຂອງຢາສູບໄດ້ຫຼາຍຂຶ້ນ, ເພາະຮ່າງກາຍກຳລັງເຜົາຜານອາຫານຢູ່, ຫາກໄດ້ສານນິກໂຄຕິນໄປນຳ, ຮ່າງກາຍກໍຈະໄດ້ຮັບມັນຫຼາຍຂຶ້ນ ຄືກັບສູບຢາກອກດຽວໄດ້ພິດຮອດ 10 ເທົ່າ

ເຫດຜົນທີ່ບໍ່ຄວນອາບນໍ້າຫຼັງກິນເຂົ້າອິ່ມ ຍ້ອນການຍ່ອຍອາຫານຂອງຮ່າງກາຍມີກົນໄກຫຼາຍຢ່າງ ດັ່ງນັ້ນຫຼັງຈາກກິນເຂົ້າອິ່ມ ຄວນໃຫ້ເວລາຮ່າງກາຍໄດ້ຍ່ອຍອາຫານຈັກ 10-15 ນາທີກ່ອນ, ບໍ່ໄດ້ໝາຍຄວາມວ່າໃຫ້ນັ່ງຢູ່ລ້າໆ  ແຕ່ສາມາດເຮັດກິດຈະກໍາອື່ນໄດ້ເຊັ່ນ: ລ້າງຖ້ວຍ, ເບິ່ງໜັງ, ອ່ານໜັງສື ຫຼືກິດຈະກຳອື່ນໆທີ່ບໍ່ໄດ້ອອກແຮງຫຼາຍ ແລະສິ່ງທີ່ບໍ່ຄວນເຮັດຫຼັງກິນເຂົ້າອິ່ມຄື: ບໍ່ຄວນອາບນໍ້າ, ນອນ, ດື່ມນໍ້າອັດລົມ, ອອກກໍາລັງກາຍ ແລະເຄັ່ງຄຽດ ຫງຸດຫງິດ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...