spot_img
Homeນານາສາລະວິທີແກ້ບັນຫາ ຕີນມືດຳ ເຮັດງ່າຍ ແລະໄດ້ຜົນດີ

ວິທີແກ້ບັນຫາ ຕີນມືດຳ ເຮັດງ່າຍ ແລະໄດ້ຜົນດີ

Published on

ແສງຢູວີເອ ແລະຢູວີບີ ຈາກແສງຕາເວັນ ເຮັດໃຫ້ຜິວຜະລິດເມລານິນເພື່ອ ປ້ອງກັນຕົນເອງ ຈຶ່ງເຮັດໃຫ້ຜິວບໍລິເວນທີ່ຖືກແດດຈະດຳຂຶ້ນ, ນອກຈາກຖືກແດດແລ້ວ ຄວາມເປື້ອນ ຈາກມົນລະພິດທາງອາກາດ ແລະສານເຄມີກໍເປັນສາເຫດທີ່ເຮັດໃຫ້ຜິວດຳໄດ້, ຕີນມື ບາງຄັ້ງ ກໍເຮັດໃຫ້ເຈົ້າເສຍຄວາມໝັ້ນໃຈໃນຕົນເອງໄດ້, ມື້ນີ້ ເຮົາຈະມາແນະນຳ ວິທີປ່ຽນສີຜິວໃຫ້ຂາວນຽນຂຶ້ນ ເຊິ່ງສາມາດເຮັດໄດ້ງ່າຍໆດັ່ງນີ້

  1. ໂຢເກິດ: ເອົາໂຢເກິດສູດທຳມະຊາດ ມາທາ ແລະນວດບໍລິເວນທີ່ຕີນມືດຳ ທາປະໄວ້ 10-15 ນາທີ ຫຼັງຈາກນັ້ນ ລ້າງດ້ວຍນໍ້າ ສາມາດເຮັດອາທິດລະ 2 ​ເທື່ອ ເພື່ອປັບສີຜິວ
  2. ໝາກແຕງກວາ: ເອົາໝາກແຕງສົດມາຕັດເປັນຕ່ອນມາພອກໄວ້ຕີນມືທີ່ດຳນັ້ນ ປະໄວ້ 5-15 ນາທີ ເພື່ອເຮັດໃຫ້ຜິວຊັບນໍ້າໝາກແຕງ ກ່ອນທີ່ຈະລ້າງອອກ ສາມາດເຮັດ 2-3 ເທື່ອຕໍ່ມື້ ຫຼືອາດເອົານໍ້າໝາກແຕງ ແລະນໍ້າໝາກນາວມາປະສົມກັນ ແລ້ວເອົາໄປນວດມື ແລະຕີນ ປະໄວ້ 10-15 ນາທີ ຫຼັງຈາກນັ້ນລ້າງດ້ວຍນໍ້າເຢັນ ເຮັດມື້ລະ 2 ຄັ້ງໄດ້ ເພື່ອເຮັດໃຫ້ຜິວກັບມາຂາວນຽນຄືເກົ່າ
  3. ຫວ້ານຫາງແຂ້: ເອົາເຈວຈາກໃບຫາງແຂ້ ມາຖູມື ແລະຕີນ 5-10 ນາທີ ແລະປະໄວ້ 30 ນາທີ ຫຼັງຈາກນັ້ນລ້າງອອກດ້ວຍນໍ້າ, ແຕ່ຖ້າໃຊ້ວິທີຢູ່ ກໍບໍ່ຄວນໄປຕາກແດດໃນເວລາທີ່ທາເຈວຫວ້ານຫາງແຂ້ເທິງຜິວໜັງ
  4. ໝາກເລັ່ນ: ເອົາໝາກເລັ່ນມາຜ່າເປັນປ່ຽງ ແລ້ວເອົາໄປຖູຕີນມື ຄວນຖູ 2-3 ນາທີ ແລະຖ້າໃຫ້ນໍ້າໝາກເລັ່ນແຫ້ງເຂົ້າຜິວຈຶ່ງລ້າງອອກ ສາມາດເຮັດໄດ້ທຸກມື້ກ່ອນຈະອາບນໍ້າ
  5. ເຂົ້າ: ເອົາເຂົ້າສານ 1​ຖ້ວຍນ້ອຍມາບົດໃຫ້ເປັນຜົງ ແລະປະສົມກັບນໍ້ານົມ ຄົນໃຫ້ເຂົ້າກັນດີແລ້ວ ແລ້ວກໍເອົາຂີ້ໝິ້ນຜົງໄປລົງນຳ ຈາກນັ້ນທາບໍລິເວນຜິວທີ່ດຳນັ້ນ ທາປະໄວ້ 30 ນາທີ ແລ້ວຂັດອອກດ້ວຍນໍ້າອຸ່ນ ສາມາດເຮັດອາທິດລະ 2-3 ເທື່ອ ຫຼືອາດຈະເອົານໍ້າມວກມາແຊ່ມື ແລະຕີນ ປະໄວ້ 10 ນາທີແລ້ວລ້າງອອກໄດ້ ເພື່ອເຮັດໃຫ້ຜິວກັບມາຂາວຄືເກົ່າ ແຕ່ຄວນເຮັດມື້ລະເທື່ອເທົ່ານັ້ນ
  6. ໝາກນາວ: ເອົາໝາກນາວຜ່າແລ້ວເອົານໍ້າຕານໂຮຍໃສ່ ມາຂັດຕີນມື ເພື່ອເຮັດໃຫ້ຜິວທີ່ຕາຍແລ້ວຫຼຸດອອກ ໂດຍຂັດ 10 ນາທີ ເຊິ່ງຄວນເຮັດອາທິດລະເທື່ອ ແລະບໍ່ຄວນເຮັດຫຼັງຈາກຖືກແດດມາໃໝ່ໆ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...