spot_img
Homeນານາສາລະຜັກບົວລະພາ ສະໝຸນໄພຊ່ວຍຫຼຸດປະຈຳເດືອນມາບໍ່ປົກກະຕິ ແລະປ້ອງກັນມະເຮັງ

ຜັກບົວລະພາ ສະໝຸນໄພຊ່ວຍຫຼຸດປະຈຳເດືອນມາບໍ່ປົກກະຕິ ແລະປ້ອງກັນມະເຮັງ

Published on

ຜັກບົວລະພາມີປະໂຫຍດຕໍ່ຜິວຢ່າງຫຼວງຫຼາຍ, ຖ້າຫາກເກີດແຜເປັນໜອງ, ຮອຍກໍ່າຊໍ້າ ຫຼືຜື່ນຄັນ ທີ່ເປັນສາເຫດເຮັດໃຫ້ຜິວບໍ່ງາມ, ບໍ່ຂາວນຽນ, ສາມາດແກ້ໄຂໄດ້ໂດຍໃຊ້ຕົ້ນສົດມາຕຳ ແລ້ວພອກບໍລິເວນທີ່ມີອາການ, ພອກແບບນີ້ຕະຫຼອດ ບໍ່ດົນອາການນັ້ນກໍດີຂຶ້ນ ໂດຍທີ່ບໍ່ປະຮອຍກໍ່າດຳໃຫ້ກັງວົນໃຈອີກຕໍ່ໄປ. ໂດຍທົ່ວໄປເຮົາມັກໃຊ້ຜັກບົວລະພາ ໃນຮູບແບບການກິນເຊັ່ນ: ໃສ່ແກງ, ໃສ່ຕົ້ມຍຳ, ກິນແບບສົດໆ ຈະມີປະໂຫຍດຫຼາຍຢ່າງດັ່ງນີ້

  • ການກິນ ໂດຍຜັກບົວລະພາແບບສົດໆ ຫຼືເອົາໄປປະກອບອາຫານ ກໍຈະຊ່ວຍຫຼຸດອາການທ້ອງອືດ, ຫຼຸດການເຈັບກະເພາະ, ຫຼຸດປະຈຳເດືອນມາບໍ່ປົກກະຕິ ແລະເຈັບຫົວຈາກການເປັນໄຂ້
  • ຊ່ວຍກະຕຸ້ນພູມຄຸ້ມກັນໃຫ້ແກ່ຮ່າງກາຍ
  • ຊ່ວຍປ້ອງກັນພະຍາດຫົວໃຈຂາດເລືອດ
  • ຊ່ວຍຫຼຸດຄໍເລດເຕີລໍໃນຮ່າງກາຍ
  • ຊ່ວຍປ້ອງກັນການເກີດພະຍາດມະເຮັງ
  • ຊ່ວຍຂັບຫົວສິວ ແລະຕ້ານການຈະເລີນເຕີບໂຕຂອງຫົວສິວ
  • ຊ່ວຍເຮັດໃຫ້ກິນເຂົ້າແຊບ
  • ຊ່ວຍເພີ່ມປະລິມານນໍ້ານົມສຳລັບແມ່ລູກອ່ອນ ດ້ວຍການເອົາໃບມາຕົ້ມກິນ
  • ຊ່ວຍບັນເທົາການເປັນຫວັດ ແລະຊ່ວຍຂັບເຫື່ອ ດ້ວຍການເອົາໃບ ແລະລຳຕົ້ນ ມາຕົ້ມແລ້ວເອົານໍ້າມາດື່ມ
  • ມີລິດໃນການຕໍ່ຕ້ານການອັກເສບ
  • ຊ່ວຍບຳບັດປິ່ນປົວພະຍາດເຂົ່າເສື່ອມ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...