spot_img
Homeຂ່າວການພັດທະນາສະຫາຍ ບຸນຍັງ ວໍລະຈິດ ໃຫ້ສຸມໃສ່ການພັດທະນາກະສິກຳຕິດພັນກັບການປຸງແຕ່ງ

ສະຫາຍ ບຸນຍັງ ວໍລະຈິດ ໃຫ້ສຸມໃສ່ການພັດທະນາກະສິກຳຕິດພັນກັບການປຸງແຕ່ງ

Published on

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງຄັ້ງທີ 3 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2016 ນີ້ ທີ່ນະຄອນຫລວງວຽງຈັນ ເພື່ອຕີລາຄາຄືນໃນການການຊີ້ນຳໆພາ ດ້ານການເມືອງແນວຄິດ, ການຈັດຕັ້ງພັກພະນັກງານ, ວຽກງານກວດກາ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ປີ 2016 ແລະ ທິດທາງແຜນການ ປີ 2017. ກອງປະຊຸມຄັ້ງນີ້ພາຍໃຕ້ການ ເປັນປະທານຂອງ ສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງກະສິກຳ ແລ ປ່າໄມ້ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມພະນັກງານຫລັກອອ້ມຂ້າງເຂົ້າຮ່ວມ.

ພາຍໃຕ້ວາລະກອງຊຸມນີ້, ສະຫາຍ ນາງ ພວງເພັດ ປູວັງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານສະພາບລວມ ແລະ ຕີລາຄາການຈັດຕັ້ງປະຕິບັດກ່ຽວກັບແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສົກປີ 2015 – 2016 ແລະ ສະເໜີທິດທາງແຜນການປະຈຳປີ 2017, ສະເໜີຮ່າງພາລະບົດບາດ ຂອງກະຊວງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ສະບັບປັບປຸງໃໝ່, ຜ່ານ ຮ່າງ ໂຄງການດຳ ເນີນງານ ຄະນະບໍ ລິຫານງານພັກກະຊວງກະສິ ກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດແຕ່ປີ 2017 – 2020 ແລະ ອື່ນໆ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ໂອ້ລົມ ພ້ອມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ຄະນະພັກ ກະຊວງກະສິກຳ ແລະ ປ່າໄມ້ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ເຊິ່ງ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ເອົາໃຈໃສ່ບາງວຽກງານ ດັ່ງນີ້: ຕ້ອງພັດທະນາກະສິກຳຕິດພັນກັບການປຸງແຕ່ງແຕ່ຫົວໃຫ້ເປັນພື້ນຖານຍືນຍົງ, ໃນ 4 ປີຕໍ່ໜ້າຕ້ອງຜະລິດສະບຽງອາຫານໃຫ້ໜັກແໜ້ນເພື່ອຮັບປະກັນດ້ານໂພຊະນາການຂອງປະຊາຊົນສາມາດບັນລຸພະລັງງານ 2.600 ກິໂລກາລໍລີຕໍ່ຄົນ ຕໍ່ວັນ ຕາມມາດຕະຖານຂອງໂລກ, ສົ່ງເສີມຄອບຄົວ, ຟາມ ແລະ ບັນດາວິສາຫະກິດກະສິກຳຜະລິດສິນຄ້າກະສິກຳໃຫ້ ໄດ້ທັງປະລິມານ ແລະ ຄຸນນະພາບເອົາໃຈໃສ່ມາດຖານຄວາມສະອາດ ແລະ ຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ຕະຫລາດສົ່ງອອກ, ຕັ້ງໜ້າພັດທະນາຊັບພະຍາກອນມະນຸດ, ນັກວິທະຍາສາດ, ນັກວິຊາການປູກຝັງ, ລ້ຽງສັດ, ສັດຕະວະແພດ, ປ້ອງກັນ-ກັກກັນສັດຕູພືດ ແລະ ພະຍາດສັດໂດຍສຸມໃສ່ສ້າງໃຫ້ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດໃຫ້ມີນັກຄົ້ນຄວ້າ, ນັກວິທະຍາສາດຫລາຍຂະແໜງ. ປັດຈຸບັນ, ລັດຖະບານໄດ້ປັບປຸງກົນໄກການຄຸ້ມຄອງປ່າໄມ້ໃຫ້ ລວມສູນນັ້ນກໍໝາຍຄວາມວ່າ ກະຊວງມີໜ້າທີ່ຄຸ້ມຄອງທັງ 3 ປະເພດປ່າ (ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ), ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງທີ່ໄດ້ຮັບຮອງເອົາແລ້ວແຕ່ປີ 2005 – 2020 ຄືນໃໝ່ໃຫ້ສອດຄ່ອງ ແລະ ໃນຕໍ່ໜ້ານີ້ວຽກງານພັດ ທະນາຊົນນະບົດຕ້ອງເຮັດໜ້າທີ່ສ້າງແຜນການປະສານງານ ຊີ້ນຳກວດກາຕິດຕາມທັງ 3 ປະເພດຈຸດສຸມທົ່ວປະເທດທີ່ ໄດ້ຮັບຮອງເອົາແລ້ວນັ້ນເຊັ່ນ: 91 ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, 145 ຈຸດສຸມຈັດສັນພູມລຳເນົາຄົງທີ່ ແລະ ບ້ານທຳມາ ຫາກິນແບບຖາວອນ, 213 ບ້ານຈຸດສຸມສ້າງເປັນຕົວເມືອງ ນ້ອຍໃນເຂດຊົນນະບົດ ແລະ ວຽກງານອື່ນໆ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...