spot_img
Homeປ່ອງຢ້ຽມດວງດາວພົບຂຸມປິດສະໜາເພີ່ມອີກ 2 ຂຸມໃນຣັດເຊຍ ນັກວິທະຍາສາດຍັງຫາສາເຫດບໍ່ໄດ້

ພົບຂຸມປິດສະໜາເພີ່ມອີກ 2 ຂຸມໃນຣັດເຊຍ ນັກວິທະຍາສາດຍັງຫາສາເຫດບໍ່ໄດ້

Published on

inside_big_hole_taymyr

inside_big_hole_taymyr_1

 

ພົບຂຸມຍຸບປິດສະໜາອີກ 2 ຂຸມໃນຣັດເຊຍ ນັກວິທະຍາສາດເລັ່ງກວດສອບ ຍັງຫາສາເຫດບໍ່ທັນໄດ້.

 

ວັນທີ 28 ກໍລະກົດ 2014 ເວັບໄຊຂ່າວຂອງອັງກິດ ມີລາຍງານວ່າ ຣັດເຊຍໄດ້ຄົ້ນພົບຂຸມປິດສະໜາແຫ່ງ

ໃໝ່ອີກ 2 ຂຸມແລ້ວ ໃນພື້ນທີ່ຄາບສະໝຸດຍາມານ ຄືກັນກັບຂຸມທີ່ພົບເຫັນໃນຄັ້ງກ່ອນທີ່ຢູ່ໃນແຫຼມເທເມຍ

ໂດຍທັງ 2 ແຫ່ງນີ້ ຖືກຄົ້ນພົບ ຫຼັງຈາກວາງເຣນເດຍ ເກືອບຍ່າງໄປຕົກລົງຂຸມດັ່ງກ່າວ.

 

ສຳລັບຂຸມແຫ່ງໃໝ່ໃນແຫຼມຍາມານ ເປັນຂຸມທີ່ມີເສັ້ນຜ່າສູນກາງປະມານ 15 ແມັດ ໃນເຂດທາຊ

ໃຫ້ກັບບ້ານອັນຕິປາຢູຕາ ສະພາບໂດຍຮອບປາກຂຸມ ມີດິນປົກຄຸມຄ້າຍກັບຖືກລະເບີດອອກມາຈາກໃຕ້

ດິນ ໂດຍຊາວບ້ານໃນພື້ນທີ່ເປີດເຜີຍວ່າ ຂຸມແຫ່ງນີ້ເກີດຂຶ້ນເມື່ອວັນທີ 27 ກັນຍາ 2013 ໃນຂະນະທີ່ຂຸມ

ອີກອີກແຫ່ງໜຶ່ງໃນແຫຼມເທເມຍ ທາງຕອນເໜືອຂອງຣັດເຊຍ ມີເສັ້ນຜ່າສູນກາງຫຼາຍກ່ວາ 13

ຟຸດ ແລະ ເລິກປະມານ 60 – 100 ແມັດ.

 

ເຖິງແມ່ນວ່າຂຸມແຫ່ງໃໝ່ທີ່ພົບທັງ 2 ແຫ່ງ ຈະມີເສັ້ນຜ່າສູນກາງທີ່ນ້ອຍກ່ວາຂຸມທີ່ພົບໃນໄຊບີລີກ່ອນໜ້າ

ນີ້ກໍຕາມ ແຕ່ສະພາບຂອງຂຸມກໍມີລັກສະນະຄ້າຍຄືກັນ ແລະ ນັບເປັນຄວາມທ້າທາຍຄັ້ງໃໝ່ຂອງນັກວິທະຍາ

ສາດຣັດເຊຍ ເຊິ່ງທ່າມກາງທິດສະດີຕ່າງໆທີ່ເກີດຂຶ້ນຫຼວງຫຼາຍໃນຂະນະນີ້ ທັງອຸກະບາດຕົກໃສ່ໂລກ, ມີການ

ຍິງຈະຫຼວດໃສ່, ມີຄົນສ້າງຂຶ້ນຫຼິ້ນ ຫຼື ເປັນຝີມືຂອງພວກມະນຸດຕ່າງດາວ.

 

ທ່ານ ມາຣິນາ ລິບແມນ ຫົວໜ້ານັກວິທະຍາສາດ ຈາກສະຖາບັນເອີດໄຄໂຊເຟຍ ກໍໄດ້ຊີ້ວ່າ ນັກວິທະຍາສາດ

ຈະຕ້ອງທຳການສຶກສາເຖິງການກໍ່ຕົວທັງໝົດ ເພື່ອໃຫ້ສາມາດທຳນາຍໄດ້ ເຖິງຊ່ວງເວລາໃນການເກີດຂຶ້ນ

ຂອງຂຸມດັ່ງກ່າວ.

 

ເຖິງແມ່ນວ່າຜູ້ຊ່ຽວຊານທາງທໍລະນີວິທະຍາ ນິເວດວິທະຍາ ແລະ ປະຫວັດສາດ ຈະຍັງຫາຂໍ້ສະຫຼຸບບໍ່ໄດ້ວ່າ

ຂຸມດັ່ງກ່າວເຫຼົ່ານີ້ເກີດຂຶ້ນໄດ້ຢ່າງໃດ, ແຕ່ໜຶ່ງໃນທິດສະດີທີຖືກຍົກຂຶ້ນມາເວົ້າເຖິງຢ່າງໜາຫູໃນຂະນະນີ້

ກໍຄື pingo ຫຼື ການເກີດກ້ອນນ້ຳກ້ອນຂະໜາດໃຫຍ່ຝັງຢູ່ໃຕ້ດິນ ຈົນພື້ນທີ່ດັ່ງກ່າວເກີດເປັນຂຸມຂຶ້ນ ເມື່ອ

ນ້ຳກ້ອນໄດ້ລະລາຍລົງນັ້ນເອງ.
 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...