4 ປີ ຈະໃຫ້ລວມຍອດຜະລິດຕະພັນ ພາຍໃນຈະບັນລຸ 6 ແສນຕື້ກີບ

0
1736

ອີງຕາມຂໍ້ມູນລາຍງານຂອງ ແຜນພັດທະນາເສດຖະກິດ-ສັງຄົມ 4 ປີ (2017-2020) ໃຫ້ຮູ້ວ່າ: ເພື່ອສືບຕໍ່ເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລັດຖະບານຈະໄດ້ສືບຕໍ່ສ້າງ ໂຄງປະກອບເສດຖະກິດກະສິກຳ-ປ່າໄມ້ ຕິດພັນກັບຂະແໜງອຸດສາຫະກຳ ແລະການບໍລິການໂດຍຖືເອົາຂະແໜງການກະສິກຳເປັນພື້ນຖານ ໃນການຄ້ຳປະກັນສະບຽງອາຫານຖືເອົາການປົກປັກຮັກສາ ແລະພັດທະນາປ່າໄມ້ເປັນສຳຄັນ, ເອົາຂະແໜງອຸດສາຫະກຳ ແລະບໍລິການເປັນຂະແໜງຕົ້ນຕໍໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ສ້າງວຽກເຮັດງານທຳ ແລະຍົກສູງລາຍໄດ້ຂອງປະຊາຊົນ ໂດຍໃຫ້ລວມຍອດຜະລິດຕະພັນພາຍໃນບັນລຸ 600.611 ຕື້ກີບ ອັດຕາການຂະຫຍາຍຕົວສະເລ່ຍ 4 ປີ ເທົ່າກັບ 7,2% ໃນນັ້ນປີ 2017-2018 ສະເລ່ຍ 7% ແລະ 7,3% ປີ 2019 ແລະ 7,2% ໃນປີ 2020.

%e0%ba%a5%e0%ba%b1%e0%ba%94%e0%ba%96%e0%ba%b0

ໂດຍຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 3,4% ກວມເອົາ 16,8%, ອຸດສາຫະກຳ 9,3% ກວມ 39%, ຂະແໜງການບໍລິການ 8,1% ກວມ 35,4%, ພາສີ-ອາກອນຜະລິດຕະພັນ ແລະການນຳເຂົ້າຂະຫຍາຍຕົວ 5% ກວມເອົາ 8,8% ຂອງຈີດີພີໃນປີ 2020 ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 2.978 ໂດລາ, ສ່ວນທາງດ້ານການ ລົງທຶນລັດມີຄວາມຕ້ອງການແຫຼ່ງທຶນເພື່ອພັດທະນາທັງໝົດ 173.329 ຕື້ກີບ ຫຼືປະມານ 21,4 ຕື້ໂດລາ ກວມເອົາ 29% ຂອງຈີດີພີໃນນັ້ນ ການລົງທຶນຂອງລັດກວມປະມານ 12-15% ຂອງການລົງທຶນທັງໝົດ, ການລົງທຶນຈາກການຊ່ວຍເຫຼືອລ້າ ແລະກູ້ຢືມກວມ 15-24% ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດກວມເອົາ 40-49% ແລະການລົງທຶນຈາກລະບົບເງິນຕາກວມເອົາປະມານ 21-23% ຂອງການລົງທຶນທັງໝົດ.

ຂະນະທີ່ດ້ານລາຍຮັບໃຫ້ບັນລຸໄດ້ 111.670 ຕື້ກີບ ເທົ່າກັບ 18,6% ຂອງຈີດີພີໃນນັ້ນລາຍຮັບພາຍໃນ 98.312 ຕື້ກີບ ເທົ່າກັ 16,4%, ລາຍຮັບຈາກການຊ່ວຍເຫຼືອລ້າ 13.358 ຕື້ກີບ ເທົ່າກັບ 2,2%, ສ່ວນລາຍຈ່າຍ 137.132 ຕື້ກີບ ເທົ່າກັບ 23,3% ຂອງຈີດີພີ ໃນນັ້ນຈ່າຍລົງທຶນຂອງລັດ 55.591 ຕື້ກີບ ປະກອບມີການລົງທຶນພາຍໃນ 21.863 ຕື້ກີບ ເທົ່າກັບ 12,6% ໂດຍລວມ ມີການລົງທຶນປົກກະຕິ 15.300 ຕື້ກີບ ແລະຈົດຮັບ-ຈົດຈ່າຍ ແລະອື່ນໆ 6.563 ຕື້ກີບ.

ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີຄັ້ງ ທີ VII (2010-2015) ຜ່ານມາສາມາດປະຕິບັດໄດ້ທັງໝົດ 99.549 ຕື້ກີບ ລື່ນແຜນການ 5 ປີ 10,1% ກວມເອົາ 24,6% ຂອງຈີດີພີ, ລາຍຮັບພາຍໃນປະຕິບັດໄດ້ 76.648 ຕື້ກີບ ລື່ນແຜນ 16% ກວມເອົາ 18,9%, ສ່ວນລາຍຈ່າຍປະຕິບັດໄດ້ 118.639 ຕື້ກີບ ລື່ນແຜນການ 5 ປີ 14,4% ກວມເອົາ 29,3 ຂອງຈີດີພີ.

ຂ່າວ: ເສດຖະກິດ-ສັງຄົມ