Homeນານາສາລະປະໂຫຍດ ແລະໂທດຂອງການເວົ້າ

ປະໂຫຍດ ແລະໂທດຂອງການເວົ້າ

Published on

ການເວົ້າຂອງຄົນເຮົາສາມາດປ່ຽນແປງສະຖານະການຕ່າງໆໄດ້ ແຕ່ເຮົາຕ້ອງມີສິລະປະໃນການເວົ້າ, ເວົ້າໄດ້ຢ່າງມີສະຕິ, ເວົ້າຈັບອົກຈັບໃຈຜູ້ຟັງ ຈະເຮັດໃຫ້ມີປະໂຫຍດແກ່ຜູ້ເວົ້າ, ແຕ່ຖ້າຫາກເວົ້າໂດຍບໍ່ຄິດຄຳນຶງ ຜົນທີ່ຕາມມາກໍເປັນສາເຫດເຮັດໃຫ້ເກີດໂທດແກ່ຕົນເອງໄດ້

  1. ປະໂຫຍດຂອງການເວົ້າ:
  • ຊ່ວຍໃຫ້ເກີດຄວາມເຂົ້າໃຈເຊິ່ງກັນ ແລະກັນ
  • ຊ່ວຍໃຫ້ກຳລັງໃຈຜູ້ທີ່ຟັງ
  • ຊ່ວຍສ້າງມິດ ແລະຫຼຸດສັດຕູ
  • ຊ່ວຍສ້າງແຮງຈູງໃຈຄົນອື່ນ ໃຫ້ມີຄວາມຕ້ອງການເຮັດຕາມທີ່ຜູ້ເວົ້າ ເວົ້າມາທັງໝົດ
  • ຊ່ວຍແບ່ງປັນຄວາມຮູ້ ແລະຄວາມສາມາດໃຫ້ແກ່ຜູ້ຟັງ
  • ເວົ້າດີ ເວົ້າມ່ວນ ມີສາລະ ກໍເຮັດໃຫ້ໄດ້ຮັບຄວາມເຂົ້າລົບນັບຖືຈາກຜູ້ຟັງ
  1. ໂທດຂອງການເວົ້າ:
  • ສ້າງຄວາມເຂົ້າໃຈຜິດ ເຮັດໃຫ້ເກີດບັນຫາ ແລະຍັງສາມາດເຮັດໃຫ້ບັນຫາທີ່ມີຢູ່ໃຫຍ່ຂຶ້ນກວ່າເກົ່າ
  • ສ້າງສັດຕູ ຖ້າຫາກເຮົາເວົ້າໂດຍບໍ່ຄິດຖີ່ຖ້ວນ
  • ເຮັດໃຫ້ເກີດຄວາມເສຍຫາຍແກ່ສ່ວນລວມ ຖ້າຫາກວ່າມີຫຍັງກໍເວົ້າໃຫ້ຄົນອື່ນຟັງໝົດ ໂດຍບໍ່ມີຄວາມລັບຫຍັງເລີຍ
  • ເຈົ້າເວົ້າແຕ່ສິ່ງທີ່ບໍ່ດີ ກໍເຮັດໃຫ້ຜູ້ທີ່ຟັງລັງກຽດ ບໍ່ຢາກເປັນໝູ່ເພື່ອນນຳ
  • ເຮັດໃຫ້ຜູ້ເວົ້າບໍ່ມີຄວາມໜ້າເຊື່ອຖື ຫາກເວົ້າຕົວະຕະຫຼອດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວດພົບ ຮ້ານອາຫານໃຊ້ສັດປ່າມາປຸງແຕ່ງ ພ້ອມກັກຕົວຜູ້ຖືກຫາ ສັນຊາດຈີນ

ໃນວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານ ຈອມມະນີ, ເມືອງ...

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...