spot_img
Homeນານາສາລະສູດເຮັດນໍ້າໝາກເດືອຍ ເພື່ອສຸຂະພາບທີ່ແຂງແຮງ

ສູດເຮັດນໍ້າໝາກເດືອຍ ເພື່ອສຸຂະພາບທີ່ແຂງແຮງ

Published on

ນໍ້າໝາກເດືອຍ ເປັນນໍ້າເພື່ອສຸຂະພາບ ເພາະສ່ວນປະກອບບໍ່ພຽງແຕ່ມີໝາກເດືອຍເທົ່ານັ້ນ, ແຕ່ຫາກໃສ່ສ່ວນປະກອບອື່ນອີກຫຼາຍຢ່າງມາປັ່ນປະສົມກັນ, ເມື່ອປັ່ນແລ້ວກໍຕອງເອົານໍ້າໄປຕົ້ມຈົນຟົດ ແລ້ວແລ້ວປົງໃຫ້ເຢັນ ຫຼືອຸ່ນແລ້ວກິນຕາມໃຈຄົນມັກ, ຖ້າຫາກຮູ້ສຶກຫິວຄວນເຮັດດື່ມຈະຮູ້ສຶກອິ່ມສະບາຍທ້ອງ ແລະເຮັດໄດ້ງ່າຍໆດັ່ງນີ້

#  ສ່ວນປະສົມ ນໍ້າໝາກເດືອຍ

  • ໝາກເດືອຍແຫ້ງ 100​ ກຣາມ
  • ງາດຳ, ງາຂາວ, ໝາກບົວ
  • ນໍ້າ 3 ຈອກ ສາມາດເພີ່ມຄວາມເຂັ້ມຂຸ້ນທີ່ຕ້ອງການ
  • ນໍ້າຕານຊາຍ ຕາມຄວາມຕ້ອງການ

#  ວິທີເຮັດນໍ້າໝາກເດືອຍ

  1. ແຊ່ໝາກເດືອຍໃນນໍ້າປະໄວ້ຢ່າງໜ້ອຍ 1 ຄືນ ຈົນໃຫ້ໝາກເດືອຍເລີ່ມຕື່ງຂຶ້ນ, ຈາກນັ້ນເອົາຂຶ້ນຈາກນໍ້າໃຫ້ສະເດັດນໍ້າ
  2. ເອົາໝາກເດືອຍ, ງາດຳ, ງາຂາວ, ໝາກບົວ ແລະນໍ້າ 3 ຈອກລົງໃນເຄື່ອງປັ່ນ, ແລ້ວປັ່ນຈົນສ່ວນປະສົມລະອຽດເຂົ້າກັນເປັນນໍ້າ, ຈາກນັ້ນເອົາໄປຕອງເອົານໍ້າ
  3. ເອົາສ່ວນປະສົມທີ່ກຽມໄວ້ນັ້ນລົງໃນໝໍ້ ເອົາໄປຄ້າງໃສ່ໄຟອ່ອນໆ, ໃສ່ນໍ້າຕານຊາຍລົງໄປ ໃນປະລິມານຕາມຄວາມຕ້ອງການ, ຄົນໃຫ້ເຂົ້າກັນເລື້ອຍໆ ຈົນນໍ້າຕານຊາຍລະລາຍແລ້ວຊີມລົດຊາດຕາມຄວາມມັກ, ລໍຖ້າຈົນນໍ້າຟົດແລ້ວປົງປະໄວ້ໃຫ້ເຢັນ ແລ້ວສາມາດດື່ມໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...