spot_img
Homeນານາສາລະສູດຂີ້ໝິ້ນກັບຄວາມງາມ ງ່າຍໆ ແຕ່ໄດ້ຜົນດີ

ສູດຂີ້ໝິ້ນກັບຄວາມງາມ ງ່າຍໆ ແຕ່ໄດ້ຜົນດີ

Published on

ຫວ້ານຂີ້ໝິ້ນ ສະໝຸນໄພຊັ້ນເລີດ ກັບສັບພະຄຸນເລື່ອງຄວາມສວຍຄວາມງາມ ເຊື່ອໂລດວ່າທ່ານເອງກໍອາດຈະຍັງບໍ່ເຄີຍຮູ້ ເຊິ່ງມື້ນີ້ ລາວໂພສຕ໌ ໄດ້ຄົ້ນຫາຂໍ້ມູນມາໃຫ້ສາວໆ ໄດ້ສຶກສາເບິ່ງນຳກັນ ເພາະຊູ່ມື້ນີ້ມີຫຼາຍບໍລິສັດເຄື່ອງສຳອາງໄດ້ນຳເອົາຫວ້ານຂີ້ໝິ້ນມາເປັນສ່ວນປະສົມຫຼັກຂອງຜະລິດຕະພັນໄປແລ້ວ.

ຖ້າເວົ້າເຖິງສະໝຸນໄພ “ຂີ້ໝິ້ນ” ຫຼາຍໆ ຄົນຄົງຈະຮູ້ຈັກກັນດີ ເພາະມັນສາມາດເອົາມາປະກອບອາຫານແລະຊ່ວຍບຳລຸງສຸຂະພາບໄດ້ ເຊິ່ງສັບພະຄຸນເຫຼົ່ານີ້ຄົນລາວຕ່າງກໍຮູ້ຈັກກັນມາແຕ່ດົນນານ ເຊັ່ນ ເອົາມາປົວສິວ, ປົວບາດແຜ, ປົວໂລກກະເພາະ, ທາຜິວ ແລະອື່ນໆ ມື້ນີ້ເຮົາຈຶ່ງໄດ້ຊອກຫາຂໍ້ມູນ ກ່ຽວຫວ້ານຂີ້ໝິ້ນກັບຄວາມງາມມາຝາກ ຖ້າຢາກຮູ້ວ່າຂີ້ໝິ້ນສາມາດຊ່ວຍສາວໆ ງາມຂຶ້ນຈັ່ງໃດ ເຮົາມາເບິ່ງນຳກັນເລີຍ:

7147

ຊ່ວຍໃຫ້ຜິວຂາວນຽນຢ່າງເປັນທຳມະຊາດ

ຕັ້ງແຕ່ສະໄໝບູຮານຄົນລາວນິຍົມເອົາຂີ້ໝິ້ນມາຂັດຜິວ ເພື່ອໃຫ້ຜິວຂາວຜ່ອງແລະນຽນໃສຢ່າງເປັນທຳມະຊາດ ເຊິ່ງສູດທີ່ວ່ານີ້ກໍຍັງສາມາດເອົາມາໃຊ້ໄດ້ຈົນເຖິງປັດຈຸບັນ ພຽງແຕ່ເອົາຜົງຂີ້ໝິ້ນທີ່ບົດລະອຽດແລ້ວ ເອົາມາປະສົມກັບນ້ຳສະອາດແລະດິນສໍພອງ (ຫີນປູນເນື້ອດິນ ທີ່ປະກອບຈາກແຮ່ເຄຼ ແລະຄາໂບເນດ) ຄົນໃຫ້ເຂົ້າກັນເປັນເນື້ອດຽວກັນ ແລ້ວເອົາມາຂັດຜິວ ພອກໜ້າ ແລະພອກໂຕ ປະໄວ້ປະມານ 30 ນາທີ ແລ້ວລ້າງອອກ ຜິວຈະຂາວນຽນຂຶ້ນຢ່າງຈະແຈ້ງ.

ຊ່ວຍປົວສິວ

ເອົາຜົວຂີ້ໝິ້ນທີ່ບົດລະອຽດປະສົມກັບນ້ຳໝາກນາວ ຄົນໃຫ້ເຂົ້າກັນ ຈາກນັ້ນເອົາມາແຕ້ມສິວ ຫຼືພອກໜ້າປະໄວ້ປະມານ 20 ນາທີ ແລ້ວລ້າງອອກໃຫ້ສະອາດ ສູດນີ້ສາມາດເຮັດໄດ້ທຸກມື້ ຈະຊ່ວຍໃຫ້ຜິວໜ້າງາມ ສິວອັກເສບຍຸບລົງ ແລະຊ່ວຍເຮັດໃຫ້ຮອຍດຳຮອຍແດງ ຈາກສິວຈາງລົງໄດ້.

ຊ່ວຍກະຊັບຮູຂຸມຂົນເທິງໃບໜ້າ

ເອົາຜົງຂີ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບນົມສົດ ແລະນ້ຳເຜິ້ງ ຄົນໃຫ້ເຂົ້າກັນ ຈາກນັ້ນເອົາມາຂັດແລະນວດໜ້າຄ່ອຍໆ ແລ້ວໆພອກປະໄວ້ປະມານ 15-20 ນາທີ ແລ້ວລ້າງອອກໃຫ້ສະອາດ ສູດນີ້ຈະຊ່ວຍໃຫ້ໜ້າສະອາດ ກະຊັບຮູຂຸມຂົນໃຫ້ນ້ອຍລົງ ແຖມຍັງຊ່ວຍໃຫ້ໜ້ານຽນນຸ່ມຂຶ້ນອີກພ້ອມ.

14947638_122986418179374_6521220763386575053_n

ຊ່ວຍລຶບເລືອນຮອຍດ່າງດຳຕາມຮ່າງກາຍ

ເອົາຂີ້ໝິ້ນຝານເປັນແຜ່ນຕາກແຫ້ງມາບົດໃຫ້ລະອຽດເປັນຜົງ ກ່ອນອາບນ້ຳໃຫ້ເອົາມາປະສົມນ້ຳເລັກນ້ອຍ ແລ້ວເອົາມາຂັດຄ່ອຍໆ ຕາມຕົນໂຕປະໄວ້ປະມານ 10 ນາທີ ແລ້ວຈຶ່ງຄ່ອຍອາບນ້ຳຕາມປົກກະຕິ ສູ້ນີ້ສາມາດເຮັດໄດ້ຊູ່ມື້ ຈະຊ່ວຍໃຫ້ຜິວນຽນນຸ່ມ ຂາວຜ່ອງ ແລະຊ່ວຍລົບເລືອນຈຸດດ່າງດຳຕາມຮ່າງກາຍໃຫ້ຫາຍໄປເທື່ອລະໜ້ອຍໄດ້.

ຊ່ວຍຫຼຸດຮ່ອງຮອຍເທິງໃບໜ້າ

ເອົາຜົງຂີ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບຖົ່ວຂຽວບົດແລະນົມສົດ ຄົນໃຫ້ເຂົ້າເປັນເນື້ອດຽວກັນ ຈາກນັ້ນເອົາມາພອກໜ້າ ປະໄວ້ປະມານ 30 ນາທີ ແລ້ວລ້າງອອກໃຫ້ສະອາດ ສູດນີ້ສາມາດເຮັດໄດ້ອາທິດລະ 2-3 ເທື່ອ ຈະສາມາດຊ່ວຍຫຼຸດຮ່ອງຮອຍເທິງໃບໜ້າໄດ້ດີ.

ຊ່ວຍແກ້ບັນຫາໜ້າມັນ

ເອົາຜົວຂີ້ໝິ້ນທີ່ບົດລະອຽດແລ້ວມາປະສົມກັບນ້ຳໝາກກ້ຽງສົດແລະນ້ຳເຜິ້ງ ຄົນໃຫ້ເຂົ້າກັນແລ້ວເອົາມາພອກໜ້າປະໄວ້ປະມານ 15-20 ນາທີ ລ້າງອອກໃຫ້ສະອາດ ສູດນີ້ເຮັດເປັນປະຈໍາ ຈະຊ່ວຍຫຼຸດບັນຫາໜ້າມັນໃຫ້ກັບບັນດາສາວໆ ໄດ້ແລ້ວ.

ເຫັນບໍສາວໆ ວ່າສະໝຸນໄພຊັ້ນເລີດທີ່ຄົນລາວມັກປູກໄວ້ແຄມຮົ້ວນັ້ນ ນອກຈາກຈະຊ່ວຍເປັນສີອາຫານ, ບຳລຸງສຸຂະພາບ ແລະເປັນຢາປົວດີໆ ແນວອື່ນແລ້ວ ຍັງສາມາດມາໃຊ້ບຳລຸງເລື່ອງຄວາມສວຍຄວາມງາມໄດ້ອີກສາລະພັດປະໂຫຍດເລີຍ ແບບນີ້ຄົງຈະຕ້ອງໄປຊອກຊື້ນຳພໍ່ຕູ້ແມ່ຕູ້ທີ່ເພິ່ນປູກເອົາມາໄວ້ໃຫ້ມີປະຈຳຢູ່ເຮືອນແລ້ວລະ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...