spot_img
Homeນານາສາລະ7 ຂໍ້ທີ່ຄວນຮູ້ ເພື່ອປ້ອງກັນພະຍາດກະດູກຜ່ອຍ

7 ຂໍ້ທີ່ຄວນຮູ້ ເພື່ອປ້ອງກັນພະຍາດກະດູກຜ່ອຍ

Published on

ການຂາດແຄວຊຽມ ເປັນສາເຫດຫຼັກຂອງພະຍາດກະດູກຜ່ອຍ, ແຕ່ຮູ້ບໍວ່າ ນອກຈາກການດື່ມນົມບໍ່ພຽງພໍແລ້ວ ຍັງມີປັດໄຈອື່ນໆອີກ ທີ່ເຮັດໃຫ້ເກີດການຂາດແຄວຊຽມ

  1. ການສູບຢາ: ແຄວຊຽມຮັກສາຄວາມເປັນກົດ-ດ່າງຂອງເລືອດ, ແຕ່ການສູບຢາຈະເຮັດໃຫ້ຮ່າງກາຍມີພາວະເປັນກົດສູງ ເຮັດໃຫ້ແຄວຊຽມລະລາຍອອກຈາກກະດູກ
  2. ແອວກໍຮໍ: ຫຼຸດປະສິດທິພາບ ການກະຕຸ້ນວິຕາມິນດີ ໄປດູດແຄວຊຽມຈາກຕັບ
  3. ກາເຟ, ຊາ: ເຄື່ອງດື່ມທີ່ມີຄາເຟອິນ ຈະເຮັດໃຫ້ຮ່າງກາຍຂັບແຄວຊ່ຽມອອກມາຫຼາຍເກີນຄວາມຈຳເປັນ
  4. ນໍ້າອັດລົມ: ກົດຟອສຟໍລິກ ທີ່ເຮັດໃຫ້ເກີດເປັນຟອງ ເຮັດໃຫ້ຮ່າງກາຍຕ້ອງລະລາຍແຄວຊຽມຈາກກະດູກ ເພື່ອຮັກສາລະດັບ ຟອສຟໍຣັສ ໃນເລືອດສູງເກີນໄປຈົນເປັນອັນຕະລາຍ
  5. ເກືອ: ເມື່ອເຮົາກິນຫຼາຍເກີນໄປ ຈະເຮັດໃຫ້ແຄວຊຽມສະຫຼາຍໂຕ
  6. ບໍ່ອອກກຳລັງກາຍ: ການອອກກຳລັງກາຍເຊັ່ນ: ການແລ່ນ ຈະເຮັດໃຫ້ເພີ່ມມວນກະດູກ, ການລອຍນໍ້າ ແລະຫຼິ້ນໂຢຄະ ຈະຮັກສາປະລິມານມວນກະດູກ
  7. ຂາດວິຕາມິນດີ ຈາກແສງຕາເວັນ: ວິຕາມິນດີ ຈາກແດດໃນຕອນເຊົ້າ ຈະດູດຊຶມແຄວຊຽມ ຈາກທາງອາຫານ, ຫຼຸດຄວາມສ່ຽງພະຍາດກະດູກຜ່ອຍ ກ່ອນໄວອັນຄວນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...