spot_img
Homeມູມໄອທີລາວຢືນຢັນແລ້ວ Nokia ພ້ອມກັບຄືນສູ່ວົງການສະມາດໂຟນໃນປີ 2017

ຢືນຢັນແລ້ວ Nokia ພ້ອມກັບຄືນສູ່ວົງການສະມາດໂຟນໃນປີ 2017

Published on

ຫຼັງຈາກທີ່ຕ້ອງຢູ່ພາຍໃຕ້ສັນຍາຫ້າມຜະລິດໂທລະສັບຂອງ Microsoft ມາເປັນເວລາດົນ ໃນທີ່ສຸດ Nokia ກໍ່ກຳລັງຈະເປັນອິດສະຫຼະ ແລະ ໄດ້ຮັບຄວາມໄວ້ວາງໃຈໃຫ້ HMD Global ເປັນຜູ້ຜະລິດສະມາດໂຟນໃຫ້ ໂດຍສະມາດໂຟນລຸ້ນທຳອິດທີ່ HMD Globalໄດ້ຜະລິດນັ້ນໜ້າຈະເປີດຕົວໃນຊ່ວງປາຍປີ 2016 ນີ້

ຫຼ້າສຸດໄດ້ມີການຢືນຢັນແລ້ວວ່າ Nokia ຈະເປີດຕົວຜະລິດຕະພັນໃໝ່ໃນຊ່ວງຕົ້ນປີ 2017 ຢ່າງແນ່ນອນ ພາຍໃນງານ  MWC 2017 (Mobile World Congress 2017) ທີ່ຈະຈັດຂຶ້ນໃນວັນທີ 27 ກຸມພາ – 2 ມີນາ 2017 ໂດຍມີ Rajeev Suri ປະທານ ແລະ ຊີອີໂອຂອງ Nokia ເປັນຜູ້ບັນລະຍາຍໃນງານ

1051

ສຳລັບ ມືຖືໂນເກຍ ລຸ້ນທຳອິດຈະເປີດໂຕໃນປີ 2017 ນີ້ ຄາດວ່າຈະເປັນ  Nokia D1C ເຊິ່ງທຳງານລະບົບປະຕິບັດການ Android 7.0 (Nougat) ແລະ ມີສະເປັກເຄື່ອງຢູ່ໃນລະດັບກາງ ນັ້ນກໍ່ຄື ໜ້າຈໍຄວາມລະອຽດໃນລະດັບ Full HD, ໃຊ້ຊິບເຊັດ Qualcomm Snapdragon 430 ແລະ RAM 3 GB

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...