Homeສຸຂະພາບ ແລະ ສີ່ງແວດລ້ອມ6 ອາການທີ່ຮ່າງກາຍແຈ້ງເຕືອນພາຍໃນ 1 ເດືອນ ກ່ອນຫົວໃຈວາຍ

6 ອາການທີ່ຮ່າງກາຍແຈ້ງເຕືອນພາຍໃນ 1 ເດືອນ ກ່ອນຫົວໃຈວາຍ

Published on

ຫົວໃຈວາຍ ເປັນສາເຫດຫຼັກຂອງການເສຍຊີວິດ ຄວນຮັກສາສຸຂະພາບ ແລະການປ້ອງກັນໂລກໄພໄຂ້ເຈັບຈາກການດໍາເນີນຊີວິດ.

ນີ້ຄື 6 ອາການທີ່ກໍ່ໃຫ້ເກີດອາການຫົວໃຈວາຍ

  1. ຄວາມອ່ອນແອ ອາດມີສາເຫດເມື່ອຮ່າງກາຍຂອງເຮົາຮູ້ສຶກອ່ອນແອ ແຕ່ຖ້າມັນເກີດຂຶ້ນໃນທັນທີທັນໃດ ເປັນໄປໄດ້ວ່າມີປັນຫາກ່ຽວກັບການໄຫຼວຽນຂອງເລືອດ ຊຶ່ງອາດເປັນຜົນມາຈາກຫຼອດເລືອດແດງແຄບລົງ ເຮັດໃຫ້ຮ່າງກາຍບໍ່ມີແຮງໝົດກໍາລັງບັງຊາ.
  2. ຄວາມເມື່ອຍ ການຫົດຕົວຂອງລອດເລືອດເຮັດໃຫ້ຫົວໃຈໄດ້ຮັບເລືອດຕໍ່າ ມັນຈະເຮັດໃຫ້ຫົວໃຈທໍາງານໜັກ ແລະເຮັດໃຫ້ຮູ້ສຶກເມື່ອຍຫຼາຍ ແລະຢາກນອນຕະຫຼອດເວລາ.
  3. ອາການເມົາຫົວ ແລະເຫື່ອອອກ ການໄຫຼວຽນເລືອດຕິດຂັດ ເຮັດໃຫ້ເລືອດໄຫຼວຽນໄປຍັງອະໄວຍະວະທີ່ສໍາຄັນຂອງຮ່າງກາຍບໍ່ທົ່ວເຖິງ ລວມໄປເຖິງສະໝອງ ຊຶ່ງມັນເປັນອັນຕະລາຍຫຼາຍ ເປັນລະດັບທໍາອິດທີ່ຈະເຮັດໃຫ້ຮູ້ສຶກເມົາຫົວ.
  4. ຫາຍໃຈຄືເມື່ອຍງ່າຍ ປະລິມານຂອງເລືອດໃນຫົວໃຈໃຫ້ຫຼຸດລົງ ຈະເຮັດໃຫ້ປອດບໍ່ໄດ້ຮັບອອກຊີເຈນທີ່ພຽງພໍ ທັງສອງລະບົບມີຄວາມສໍາພັນກັນຫຼາຍ ຖ້າຮູ້ສຶກມີບັນຫາໃນການຫາຍໃຈໃຫ້ປຶກສາແພດໝໍ.
  5. ແໜ້ນໜ້າເອິກ ຖ້າຮູ້ສຶກແໜ້ນໜ້າເອິກ ບໍ່ວ່າຈະມີການເຈັບເລັກໜ້ອຍ ຫຼືຄວາມດັນຂຶ້ນ ມີຄວາມເປັນໄປໄດ້ສູງວ່າກໍາລັງຖືກຫຼິ້ນງານຈາກພະຍາດຢູ່ ອາການເຈັບຈະເພີມຂຶ້ນຢ່າງຕໍ່ເນື່ອງ.
  6. ໄຂ້ຫວັດໃຫຍ່ ຫຼືອາການໜາວເຢັນ ໄຂ້ຫວັດໃຫຍ່ອາດເບິ່ງຄືກັບວ່າສຸຂະພາບທີ່ບໍ່ໜັກ ແຕ່ຖ້າໄດ້ປະສົບກັບມັນຫຼັງຈາກທີ່ຮູ້ສຶກວ່າມີອາການຂອງພະຍາດາງຢ່າງທີ່ກ່າວເຖິງ.

ສິ່ງທີ່ຄວນເຮັດເມື່ອພົບອາການຂອງພະຍາດ: ຕ້ອງໄປພົບແພດໝໍໂດຍດ່ວນ ຮັບການປິ່ນປົວທັນທີ ເປັນວິທີທີ່ດີທີ່ສຸດເພື່ອປ້ອງກັນພະຍາດຫົວໃຈວາຍ.

ບົດຄວາມຫຼ້າສຸດ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...