ເປັນຕາຢ້ານ ໄວຣັດອີໂບລາ ລະບາດແຜ່ກວ້າງອອກໄປແລ້ວ !!

 

ເຊື້ອໄວຣັດ ອີໂບລາ ລະບາດຢ່າງຕໍ່ເນື່ອງ ຫຼ້າສຸດບໍ່ໄດ້ຢູ່ສະເພາະໃນ 3 ປະເທດອາຟຣິກາຕາເວັນຕົກແລ້ວ ເມື່ອລາມເຂົ້າໄປສູ່ໃນຈີເຣຍ ຂະນະທີ່ ເຊຍຣາສິໂອນ ກໍປັ່ນປ່ວນຢ່າງໜັກ ເມື່ອຕ້ອງປະກາດຕາມລ່າໂຕຜູ້ຍິງຕິດເຊື້ອອີໂບລາ ຫຼັງຈາກຍາດພີ່ນ້ອງພາຍ້າຍອອກຈາກໂຮງໝໍ.

 

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງລາກອ?ປະເທດໄນຈີເຣຍ ມື້ນີ້ 25 ກໍລະກົດ 2014 ວ່າກະຊວງສາທາລະນະສຸກໃນເມືອງລາກອສປະເທດໄນຈີເຣຍ ຖະແຫຼງເມື່ອວັນທີ 24 ກໍລະກົດ ວ່າ ຊາຍຊາວໄລບີເຣຍ ຖືກກວດຫາເຊື້ອໄວຣັດອີໂບລາຫຼັງຈາກເຂົາລົ້ມປ່ວຍເມື່ອເດິນທາງມາເຖິງສະໜາມບິນໃນ ເມືອງລາກອສ ເມືອງຫຼວງທາງເສດຖະກິດ ທີ່ເປັນເມືອງໃຫຍ່ທີ່ມີປະຊາກອນເຖິງ 21 ລ້ານຄົນ ໂດຍເຊື້ອໄວຣັດອີໂບລາໄດ້ຂ້າຊີວິດປະຊາຊົນໄປແລ້ວ 660 ຄົນ ໃນກິນີ, ໄບີເຣຍ ແລະເຊຍຣາສິໂອນ ຕັ້ງແຕ່ມີການກວດພົບຄັ້ງທຳອິດໃນພູມິພາກນີ້ໃນເດືອນກຸມພາທີ່ຜ່ານມາ ເຊິ່ງເຮັດໃຫ້ລະບົບສາທາລະນະສຸກຂອງປະເທດທຸກຍາກເຫຼົ່ານີ້ຕືງຄຽດຢ່າງໜັກ.

 

774042 774043