spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສັນຍານເຕືອນພະຍາດ “ເລືອດອອກໃນສະໝອງ”

8 ສັນຍານເຕືອນພະຍາດ “ເລືອດອອກໃນສະໝອງ”

Published on

ພະຍາດເລືອດອອກໃນສະໝອງ ພົບໄດ້ໃນໄວເຮັດວຽກຈົນເຖິງໄວສະລາ ແຕ່ນັບມື້ກໍຈະມີຜູ້ປ່ວຍເພີ່ມຫຼາຍຂຶ້ນເລື້ອຍໆ ເພາະພະຍາດເລືອດອອກໃນສະໝອງຈັດວ່າເປັນກຸ່ມໜຶ່ງຂອງພະຍາດເລືອດອອກໃນສະໝອງ ແລະໂຮງສະໝອງຂາດເລືອດ ສາເຫດມາຈາກຄວາມເຊື່ອມຂອງຫຼອດເລືອດໃນກຸ່ມໄວຊະລາ ບວກກັບພະຍາດປະຈໍາຕົວເຊັ່ນ ຄວາມດັບໂລຫິດສູງ ແລະພຶດຕິກໍາໃນການໃຊ້ຊີວິດຕ່າງໆ. ຫາກເກີດອາການລັກສະນະແບບນີ້ ຂໍໃຫ້ສັນິຖານວ່າມີຄວາມເປັນໄປໄດ້ທີ່ຈະເປັນພະຍາດເລືອດອອກໃນສະໝອງ.

  1. ເຈັບຫົວຢ່າງຮຸນແຮງ
  2. ແຂນຂາອ່ອນແຮງ ໂດຍອາດເປັນພຽງຂ້າໃດຂ້າງໜຶ່ງ
  3. ມີອາການຊາບໍລິເວນໃບໜ້າ, ແຂນ, ມື ຫຼືຂາ
  4. ເວົ້າລໍາບາກ, ເວົ້າບໍ່ໄດ້ ຫຼືອາດປາກບ້ຽວ ແລະໜ້າໜ້າບ້ຽວ
  5. ຕາມົວ ເບິ່ງເຫັນບໍ່ຊັດແບບມົວໆ
  6. ຍ່າງຊື່ບໍ່ໄດ້ ຊົງຕົວບໍ່ໄດ້
  7. ຂຶ້ນໄສ້ປວດຮາກ
  8. ອາດເກີດອາການຊັກ ຫຼືໝົດສະຕິໄດ້

ການປ້ອງກັນພະຍາດເລືອດອອກໃນສະໝອງ:

1.ຫາກເປັນຜູ້ທີ່ມີໂລກປະຈໍາຕົວເປັນຜູ້ມີຄວາມດັນໂລຫິດສູງຕ້ອງເຂົ້າຮັບການຮັກສາຈາກແພດ.

  1. ງົດແອວກໍຮໍ ແລະຢາສູດ
  2. ງົດອາຫານລົດຈັດເຊັ່ນ: ຫວານ, ເຄັມ ແລະເພັດ
  3. ກິນອາຫານທີ່ມີປະໂຫຍດ, ພັກຜ່ອນໃຫ້ພຽງພໍ ແລະອອກກໍາລັງກາຍຢ່າງສະໝໍ່າສະເໝີ
  4. ບໍ່ປະມາດເມື່ອຂັບຂີ່ຍານພາຫະນະ.
  5. ຮັກສາພາວະທາງອາລົມໃຫ້ເປັນປົກກະຕິຢູ່ສະເໝີ.
  6. ກວດສຸຂະພາບເປັນປະຈໍາ ເພື່ອຫຼຸດຄວາມສ່ຽງໃນການເກີດຂຶ້ນແບບກະທັນຫັນ.

ແມ້ວ່າເລືອດອອກໃນສະໝອງເປັນພະຍາດທີ່ຮ້າຍແຮງທີ່ອາດສົ່ງຜົນເຖິງການເປັນອໍມມະພຶດ, ອໍາມະພາດ ຫຼືເສີຍຊີວິດໄດ້.

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...