Homeຂ່າວພາຍ​ໃນເຂື່ອນໄຟຟ້ານ້ຳຕົກມີປະໂຫຍດຫຼາຍຢ່າງ ລັດຖະບານ ມີແຜນຈະສ້າງອີກນັບຮ້ອຍ!

ເຂື່ອນໄຟຟ້ານ້ຳຕົກມີປະໂຫຍດຫຼາຍຢ່າງ ລັດຖະບານ ມີແຜນຈະສ້າງອີກນັບຮ້ອຍ!

Published on

Image.aspx
ເຂື່ອນນ້ຳງື່ມ 1 ທີ່ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ເຂື່ອນໄຟຟ້ານ້ຳຕົກແຫ່ງທຳອິດຂອງລາວ. (ພາບປະກອບຂ່າວ)

 

ໃນວາລະການດຳເນີນກອງປະຊຸມສະ​ໄໝສາມັນ​ເທື່ອ​ທີ 7 ​ສະພາ​ແຫ່ງ​ຊາດຊຸດທີ VII  ເຊິ່ງເປັນມື້ທີ​ 13 ໃນວັນທີ

23 ເດືອນກໍລະກົດ ປີ 2014 ນີ້ ທ່ານ ດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ

ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່​ຂໍ້ຂ້ອງໃຈຂອງປະຊາຊົນ ຜ່ານໂທລະສັບ​ສາຍ​ດ່ວນ​ຂອງ​ສະພາ

​ແຫ່ງ​ຊາດ ກ່ຽວກັບການສ້າງເຂື່ອນໄຟຟ້ານ້ຳຕົກວ່າ: ​ເປັນ​ຫຍັງ ສປປ ລາວ ຈຶ່ງສ້າງເຂື່ອນໄຟຟ້ານ້ຳຕົກຫຼາຍ.
​


ທ່ານ ດາວົງ ພອນແກ້ວ ກ່າວວ່າ: ​ເຫດຜົນ​ທີ່ ສປປ ລາວ ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ຫລາຍ ຍ້ອນ​ວ່າປະ​ເທດ​ລາວ

​ມີເງື່ອນໄຂທຳມະຊາດທີ່ເໝາະສົມ, ​ມີ​ຫ້ວຍ​ນ້ຳ​ລຳ​ເຊ​, ພູຜາ​ປ່າ​ໄມ້ທີ່​ອຸດົມສົມບູນ​ແຕ່​ເໜືອ​ຮອດ​ໃຕ້ ​​ເຊິ່ງ​ເປັນ

ເງື່ອນ​ໄຂ​​ເອື້ອອຳນວຍໃຫ້​ແກ່ການ​ສ້າງ​ເຂື່ອນ​ໄຟຟ້າ ​ແລະ ອີກ​ຢ່າງ​ໜຶ່ງ ສປປ ລາວ ບໍ່​ມີ​ຊັບພະ​ຍາກອນ​ພະລັງ

ງານ​ທາງ​ເລືອກ​​ອື່ນ​ເຊັ່ນ: ອາຍ​ແກ໋ດ, ນ້ຳມັນ, ຖ່ານ​ຫີນ ​ເພື່ອ​ເປັນ​ພະລັງງານ​ໄຟຟ້າ​ ຮັບ​ໃຊ້​ໃຫ້​ແກ່ການພັດທະ

ນາ​ເສດຖະກິດ-​ສັງຄົມ ​ແບບ​ໜູນ​ວຽນ​ບໍ່​ໝົດ ຄື​ກັບ​ພະລັງງານຈາກ​ໄຟຟ້າ​ນ້ຳຕົກ. ປັດຈຸບັນ​ນີ້ ສາມາດ​​ສະໜອງ​

ໄຟຟ້າ​ໃຫ້​ແກ່​ປະຊາຊົນ ​ແລະ ອຸດສາຫະກຳ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ ​ແລະ ສາມາດ​​ເປັນ​ຕະຫຼາດ​ຈຳໜ່າຍ​ໄຟຟ້າ ​ຂາຍ

ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ຄວາມ​ຕ້ອງການ​ສູງ ​ເຊິ່ງສາມາດສ້າງ​ລາຍ​ຮັບ​ໃຫ້​ປະ​ເທດ.

 

ທ່ານ ດາວົງ ພອນແກ້ວ ຍັງໃຫ້ຮູ້ຕື່ມວ່າ:  ພະລັງງານ​ໄຟຟ້າ​ນ້ຳຕົກ ​ເປັນ​ພະລັງງານ​ທີ່​ສະອາດ ບໍ່​ສ້າງ​ມົນ​ລະ​ພິດ

ບໍ່​ປ່ອຍ​ອາຍກາກໂບນິກ (CO2) ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ຂອງ​ພາວະ​ເຮືອນ​ແກ້ວ ທີ່​ສ້າງ​ບັນຫາ​ໃຫ້​ມີ​ການ​ປ່ຽນ​​

ແປງ​ທາງດ້ານດິນຟ້າ​ອາກາດ. ການ​ພັດທະນາ​ໄຟຟ້າ​ນ້ຳຕົກ ​ບໍ່​ພຽງ​ແຕ່​ໄດ້​ພະລັງງານ​ໄຟຟ້າ​ທີ່​ສະອາດ​​ເທົ່າ​ນັ້ນ

​ແຕ່​ຍັງ​ໄດ້​ປະ​ໂຫຍ​ດ​ໃຫ້​ກັບຂະ​ແໜ່​ງອື່ນໆ​ຫລາຍ​ດ້ານ​ ຄື: ຫລຸດຜ່ອນ​ນ້ຳ​ຖ້ວມ, ມີ​ແຫ​ລ່ງນ້ຳ​ໃຊ້​ໃນ​ລະດູ​ແລ້ງ

​ ກະສິກຳ​ປູກຝັງ, ນ້ຳ​ດື່ມ, ນ້ຳ​ໃຊ້ ​ໃຫ້​ຊຸມ​ຊົນ, ​ເປັນ​ແຫ​ລ່ງ​​ລ້ຽງ​ປາ (​ແຫ​ລ່ງອາຫານ), ​ເປັນ​ແຫ​ລ່ງທ່ອງ​ທ່ຽວ.

 

ປັດຈຸບັນ ​ປະ​ເທດ​ລາວ​ມີ​ເຂື່ອນທີ່ ໄດ້​ຜະລິດກະແສ​ໄຟຟ້າແລ່ວ 24 ​ແຫ່ງ, ​ ​ພວມ​ຢູ່​ໃນ​ໄລຍະ​ກໍ່ສ້າງ​ ​ປະມານ 38 ​

ໂຄງການ ແລະ ຍັງ​ຢູ່​ໃນ​ໄລຍະ​ສຶກສາ, ສຳ​ຫລວດ​ອອກ​ແບບ ​ແລະ ​ໄລຍະ​ຊອກ​ຫາ​ທຶນຮອນ​ມາ​ກໍ່ສ້າງ ​ປະມານ

100 ກວ່າ​ໂຄງການ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...