spot_img
Homeຂ່າວເຫດການການໃຊ້ສານເຄມີອັນຕະລາຍໃນຂົງເຂດກະສິກໍາມີແຜ່ຫລາຍ ແລະ ຈະແກ້ໄຂແນວໃດ?

ການໃຊ້ສານເຄມີອັນຕະລາຍໃນຂົງເຂດກະສິກໍາມີແຜ່ຫລາຍ ແລະ ຈະແກ້ໄຂແນວໃດ?

Published on

ຄະນະປະຈໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ແນວພັນພືດ ແລະ ອື່ນໆທີ່ນໍາໃຊ້ຢູ່ໃນ ສປປ ລາວ ເພື່ອແນ່ໃສ່ສົ່ງເສີມໃຫ້ມີການຜະລິດສີນຄ້າກະສິກໍາສະອາດ ແລະ ປອດສານພິດ ເພື່ອເປັນທ່າແຮງໃນການສົ່ງອອກ, ເປັນສະບຽງອາຫານສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໃຫ້ນັບມື້ຫລາຍຂຶ້ນ.

ແຕ່ຄຽງຄູ່ກັນນັ້ນ, ສັງເກດເຫັນວ່າການຜະລິດກະສິກໍາຍັງມີການນໍາໃຊ້ສານເຄມີອັນຕະລາຍເກີນມາດຕະຖານຢ່າງແຜ່ຫລາຍ ເປັນຕົ້ນ: ການລ້ຽງປາກະຊັງຂອງນັກລົງທຶນຕ່າງປະເທດຢູ່ນະຄອນຫລວງວຽງຈັນ, ຈໍາປາສັກ ແລະ ທ້ອງຖິ່ນອື່ນໆ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ມີການສົ່ງກິ່ນເໝັນລົບກວນປະຊາຊົນທີ່ຢູ່ໃກ້ຄຽງເປັນຕົ້ນ: ຟາມລ້ຽງໝູຢູ່ເມືອງໂພນໂຮງແຂວງວຽງຈັນ, ຟາມລ້ຽງໄກ່ຢູ່ເມືອງບາຈຽງຈະເລີນສຸກ, ການໃຊ້ຢາປາບສັດຕູພືດ, ຢາຂ້າຫຍ້າຢ່າງຊະຊາຍຢູ່ເມືອງປາກຊ່ອງແຂວງຈໍາປາສັກ, ຊຶ່ງໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ແຫລ່ງນໍ້າໃນບໍລິເວນໃກ້ຄຽງ, ນອກຈາກນີ້ຍັງມີຫລາຍໂຄງການປູກກ້ວຍ ຂອງນັກລົງທຶນຕ່າງປະເທດ ເຊັ່ນ: ຢູ່ເມືອງປາກງື່ມນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ບໍ່ແກ້ວ ແລະ ທ້ອງຖິ່ນອື່ນໆທີ່ ໃຊ້ສານເຄມີປະເພດຢາຂ້າຫຍ້າເກີນມາດຕະຖານແບບຊະຊາຍເຊັ່ນກັນ, ສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງກໍາມະກອນ ແລະ ປະຊາຊົນຢູ່ໃກ້ຄຽງ.
ຕາມການລາຍງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໄດ້ກວດພົບການນໍາໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ມີສານເຄມີອັນຕະລາຍຢູ່ສວນກ້ວຍໃນແຂວງບໍ່ແກ້ວ ໂດຍສະເພາະສານ Carbendazim, Glyphosphte, Paraquat, Dicofol, Chlopyrifos ແລະ Cyperethrin ຊຶ່ງມີຜົນກະທົບອັນບໍ່ດີຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ. ອົງການອາຫານ ແລະ ການກະເສດສະຫະປະຊາຊາດໃຫ້ຮູ້ວ່າ: ສານເຄມີປະເພດດັ່ງກ່າວ ເມື່ອເຂົ້າສູ່ຮ່າງກາຍຈະເກີດອາການເຈັບຫົວ, ເຈັບທ້ອງ, ປວດຮາກ, ວິນຫົວ, ປຸ້ນທ້ອງ, ເຈັບກ້າມເນື້ອ ແລະ ອື່ນໆ ໃນເມື່ອມີການສະສົມໃນຮ່າງກາຍ ແມ່ນຈະມີຄວາມສ່ຽງສູງທີ່ຈະເປັນມະເລັງປອດ, ຜິວໜັງ, ເມັດເລືອດ, ລໍາໄສ້, ສະໝອງ, ເບົາຫວານ, ອໍາມະພາດ, ອໍາມະພຶກ, ພະຍາດຜິວໜັງ ແລະ ອື່ນໆ. ດັ່ງນັ້ນຖ້າປະປ່ອຍໃຫ້ມີການນໍາໃຊ້ສານເຄມີອັນຕະລາຍໄປດົນນານ ຈະສົ່ງຜົນຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ທໍາມະຊາດ ແລະ ກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດໃນໄລຍະຍາວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...