spot_img
Homeປ່ອງຢ້ຽມດວງດາວນັກ​ບິນ​ອາວະກາດ "​ເສີນ​ໂຈ່​ວ11" ກັບ​ຄືນຮອດ​ປັກ​ກິ່ງ​ຢ່າງ​ປອດ​ໄພ

ນັກ​ບິນ​ອາວະກາດ “​ເສີນ​ໂຈ່​ວ11” ກັບ​ຄືນຮອດ​ປັກ​ກິ່ງ​ຢ່າງ​ປອດ​ໄພ

Published on

ໃນຕອນ​ຄ່ຳຂອງວັນ​ທີ 18 ​ພະຈິກ 2016 ທີ່ຜ່ານມາ, ທ່ານ ​ຈິງ​ໄ​ຫ​ເຜິ​ງ ​ແລະ ​ທ່ານ​ເສິນ​ຕຸ່ງ ນັກ​ບິນ​ອາວະກາດທີ່​ສຳ​ເລັດ​ໜ້າ​ທີ່​ໃນ​ຫ້ອງ​ທົດ​ລອງ​ທາງ​ອາວະກາດ “ທ່ຽນ​ກົ່ງ2″​ ແລະ ການບິນ​ບັນທຸກ​ຄົກຂອງ​ຍານ​ອາວະກາດ “​ເສີນ​ໂຈ່​ວ11” ​ໄດ້​ຂີ່​ຍົນ​ພິ​ເສດ ຈາກ​ມົງ​ໂກ​ໄນ​ກັບຄືນ​ຮອດ​ນະຄ​ອນຫຼວງ​ປັກ​ກິ່ງ.

131

 

ນັກ​ບິນ​ອາວະກາດ​ສອງ​ທ່ານ​ດັ່ງກ່າວ​ຈະ​ເຂົ້າສູ່​ໄລຍະຖືກ​ກັກ​ຕົວທາງ​ແພດສາດ, ​ເພື່ອ​ດຳ​ເນີນ​ການກວດກາ​ທາງ​ແພດສາດ​ ແລະ ​ປະ​ເມີນ​ສຸຂະພາບຢ່າງຮອບດ້ານ.

​ໃນ​ເວລາ 13 ​ໂມງ 59 ນາທີ​ຂອງ​ວັນ​ທີ 18 ພະຈິກ​ນີ້, ຫ້ອງ​ກັບ​ຄືນ​ຂອງຍານອາວະກາດ  ​”ເສີນ​ໂຈ່​ວ11″ ​ໄດ້​ລົງ​ຈອດ​ຢູ່​ເຂດທີ່​ກຳນົດ​ໄວ້​ລ່ວງ​ໜ້າ​ທີ່​ພາກ​ກາງ​​ເຂດມົງ​ໂກ​ໄນ​ຢ່າງ​ສຳ​ເລັດ​ຜົນ.

ຍານ​ອາວະກາດ”​ເສີນ​ໂຈ່​ວ11″​ໄດ້ຖືກສົ່ງຂຶ້ນ​ສູ່ອາວະກາດ​ຢູ່​ສູນ​​ສົ່ງ​ດາວ​ທຽມ​ຈິວຊວນ​ໃນ​ເວລາ 7 ​ໂມງ​ເຄິ່ງວັນ​ທີ 17 ຕຸລາ​ແລ້ວ​ນີ້, ​ຫຼັງ​ຈາກ​ນັ້ນ​ໄດ້​ເຊື່ອມ​ຕໍ່ກັບ​ຫ້ອງ​ທົດ​ລອງ​ທາງ​ອາວະກາດ”​ທ່ຽນ​ກົ່ງ2″, ນັກ​ບິນ​ອາວະກາ​ດສອງ​ທ່ານ​ດັ່ງກ່າວ​ໄດ້​ເຂົ້າປະຈຳ​ຢູ່​ຫ້ອງ​ທົດ​ລອງ”​ທ່ຽນ​ກົ່ງ2″ ​ເປັນ​ເວລາ 30 ວັນ, ​ໄດ້​ສຳ​ເລັດ​ການ​ທົດ​ລອງ​ວິທະຍາສາດ ​ແລະ​ເຕັກນິກທາງ​ອາວະກາດ​ຫຼາຍຢ່າງ​ໃນ​ໄລຍະ​ບິນ​ຕາມ​ໂຄຈອນ.

ຂ່າວສານປະເທດຈີນ

ທີ່ມາ:​ ສຳນັກຂ່າວເອບີຊີ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...