spot_img
Homeມຸມຂ່າວ AECລັດຖະມົນຕີປ້ອງກັນປະເທດອາຊຽນ ຫາລືວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ

ລັດຖະມົນຕີປ້ອງກັນປະເທດອາຊຽນ ຫາລືວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ

Published on

ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ພ້ອມທັງຊອກຫາວິທີການ ແລະ ມາດຕະການທີ່ເໝາະສົມ ໃນການຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍໃຫ້ມີ ປະສິດທິພາບ ແລະ ທັນເວລາ.

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໂດຍກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນສະພາບກ່ຽວກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ສະຫຼຸຸບຕີລາຄາຜົນງານການເຄື່ອນໄຫວ ກ່ຽວກັບການພົວພັນຮ່ວມມືວຽກງານປ້ອງກັນຊາດອາຊຽນ ໃນໄລຍະ 1 ປີທີ່ ຜ່ານມາ ແລະ ມອບໂອນການເປັນປະທານ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອ ຊຽນ ແລະ ກອງປະຊຸມປິ່ນ ອ້ອມອື່ນໆໃນຂອບທະຫານອາຊຽນໃຫ້ແກ່ສາທາລະນະລັດຟີລິບປິນ ໃນປີ 2017.

ໃນບົດກ່າວໄຂກອງປະຊຸມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນບາງຕອນສຳຄັນວ່າ: ຕະຫຼອດຫຼາຍປີຜ່ານມາ ການຮ່ວມມືໃນຂອບກອງ ປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຮັບການພັດທະນາຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ປະສົບ ຜົນສຳເລັດຫຼາຍດ້ານ ຊຶ່ງສະແດງອອກໃນຜົນງານຂອງການສ້າງຕັ້ງ ບັນດາກົນໄກຮ່ວມມື ແລະ ການເຄື່ອນໄຫວໃນກິດຈະກຳຕ່າງໆຂອງອາຊຽນ, ສະແດງເຖິງເຈດຕະນາລົມ ແລະ ຄວາມພະຍາຍາມຂອງພວກເຮົາ ໃນການເຕົ້າໂຮມຄວາມສາມັກຄີ ແລະ ຮັກສາຄວາມເປັນແກນກາງຂອງອາຊຽນ ແນໃສ່ເຮັດໃຫ້ພາກພື້ນຂອງພວກເຮົາ ກາຍເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢ່າງຕໍ່ເນື່ອງ ຊຶ່ງສອດຄ່ອງກັບວິໄສທັດຂອງປະຊາຄົມອາຊຽນ ແຕ່ນີ້ຮອດປີ 2025, ທ່ານກ່າວຕື່ມວ່າ: ໃນຂະນະດຽວກັນ ພາກພື້ນຂອງພວກເຮົາ ກໍຍັງປະເຊີນກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຫຼາຍປະການທັງແບບເກົ່າ ແລະ ໃໝ່ ຊຶ່ງບໍ່ມີປະເທດໃດໜຶ່ງທີ່ ສາມາດຮັບມືໄດ້ໂດຍລຳພັງ, ສະນັ້ນ ກອງປະຊຸມ ຂອງພວກເຮົາໃນຄັ້ງນີ້ ຈຶ່ງເປັນເວທີໜຶ່ງທີ່ສຳຄັນທີ່ພວກເຮົາຈະໄດ້ ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ພ້ອມທັງຊອກຫາວິທີການ ແລະ ມາດຕະການທີ່ເໝາະສົມ ໃນການຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍ ເຫຼົ່ານັ້ນ ໃຫ້ມີປະສິດທິພາບ ແລະ ທັນເວລາ.
ໃນວັນດຽວກັນ ທີ່ນະຄອນຫຼວງວຽງຈັນ ກໍໄດ້ມີການຈັດກອງປະຊຸມບໍ່ເປັນທາງການ ຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...