spot_img
Homeຂ່າວຕ່າງປະເທດນ້ຳຮ້ອນຖ້ວມທາງຢູ່ຈີນ ລວກປະຊາຊົນບາດເຈັບ 6 ຄົນ (ມີຄລິບ)

ນ້ຳຮ້ອນຖ້ວມທາງຢູ່ຈີນ ລວກປະຊາຊົນບາດເຈັບ 6 ຄົນ (ມີຄລິບ)

Published on

ຕອນເຊົ້າວັນທີ 8 ພະຈິກ 2016 ທີ່ຜ່ານມາ ຖະໜົນແຫ່ງໜຶ່ງໃນເມືອງຊິງເຕົ່າ ມົນທົນຊານຕົງ ປະເທດຈີນ ເກີດນ້ຳຖ້ວມກະທັນຫັນ ແຕ່ນ້ຳຖ້ວມທີ່ວ່ານີ້ບໍ່ແມ່ນນ້ຳທຳມະດາ ແຕ່ວ່າເປັນນ້ຳຮ້ອນ ເນື່ອງຈາກທໍ່ລະບົບຄວາມຮ້ອນແຕກ.

ໃນເມືອງຈີນ ໄລຍະລະດູໜາວຈະມີການເປີດລະບົບຄວາມຮ້ອນສາທາລະນະໃນເມືອງໂຊນພາກເໜືອຂອງຈີນ ໂດຍຈະສົ່ງຜ່ານທາງທໍ່ນ້ຳຮ້ອນໄປຍັງອາຄານບ້ານເຮືອນຕ່າງໆ ຄືກັບນ້ຳປະປາ.

ຕາມຂ່າວມີຜູ້ໄດ້ຮັບບາດເຈັບເນື່ອງຈາກຖືກນ້ຳຮ້ອນລວກ 6 ຄົນ ເຊິ່ງທາງເຈົ້າໜ້າທີ່ຂອງເມືອງຊິງເຕົ່າໄດ້ເຂົ້າມາສ້ອມແປງແກ້ໄຂບັນຫາທັນທີຫຼັງເກີດເຫດການ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...