spot_img
Homeຂ່າວຕ່າງປະເທດຜູ້ໂດຍສານລະທຶກ! ງູຂຽວໃຫຍ່ເລືອອອ ເທິງເຮືອບິນແມັກຊິໂກ ກັບຕັນຕ້ອງລົງຈອດກ່ອນກຳນົດ! (ເບິ່ງຄລິບ)

ຜູ້ໂດຍສານລະທຶກ! ງູຂຽວໃຫຍ່ເລືອອອ ເທິງເຮືອບິນແມັກຊິໂກ ກັບຕັນຕ້ອງລົງຈອດກ່ອນກຳນົດ! (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ພະຈິກຜ່ານມານີ້ວ່າ ຜູ້ໂດຍສານສາຍການບິນ ແອຣ໌ໂຣແມັກຊິໂກ ພາກັນແຕກຕື່ນ ພາຍຫລັງພົບເຫັນງູເລືອອອກມາ ຈາກຊັ້ນເກັບມ້ຽນເຄື່ອງເທິງເພດານເຮືອບິນ ຊຶ່ງມີຄວາມຍາວປະມານ 1.5 ແມັດ ຈົນເຮັດໃຫ້ກັບຕັນເຮືອບິນ ຕັດສິນໃຈຂໍລົງຈອດກ່ອນຄິວ ເພື່ອໃຫ້ເຈົ້າໜ້າທີ່ອະນຸລັກສັດ ເຂົ້າຄວບຄຸມສະຖານະການ.

ຈາກຄລິບວີດີໂອທີ່ມີການເຜີຍແຜ່ເຫັນວ່າ ງູສີຂຽວໂຕດັ່ງກ່າວ ໄດ້ຂົດຢູ່ດ້ານລຸ່ມຂອງຫລອດໄຟ ດ້ານເທິງຫົວບ່ອນນັ່ງຜູ້ໂດຍສານ ຊຶ່ງເປັນຖ້ຽວບິນ 230 ຂອງສາຍການບິນ ແອຣ໌ໂຣແມັກຊິກໂກ ກຳລັງເດີນທາງຈາກເມືອງທໍເຣອອນ ໂດຍມີຈຸດໝາຍປາຍທາງ ໄປລົງທີ່ນະຄອນຫລວງແມັກຊິໂກຊິຕີ້, ງູໂຕດັ່ງກ່າວ ໄດ້ຂົດຢູ່ດ້ານເທິງດັ່ງກ່າວເປັນເວລາປະມານ 10 ວິນາທີ ຈາກນັ້ນກໍຕົກລົງມາດ້ານລຸ່ມພື້ນຫ້ອງໂດຍສານ ເຮັດໃຫ້ລູກເຮືອຕ້ອງແຈ້ງກັບຕັນ ແລະ ຕັດສິນໃຈນຳເຮືອບິນລົງຈອດກ່ອນກຳນົດ ເພື່ອໃຫ້ເຈົ້າໜ້າທີ່ຄວບຄຸມສັດ ມາຈັບເອົາງູໂຕດັ່ງກ່າວອອກໄປ.​

 

https://www.youtube.com/watch?v=F5niJQeo5QM

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...