spot_img
Homeຂ່າວພາຍ​ໃນທີມຊາດລາວ ຊະນະ ສີລັງກາ ໄດ້ແບບວຸດຫວິດ ໃນລາຍການ "AFC SOLIDARITY CUP MALAYSIA 2016"

ທີມຊາດລາວ ຊະນະ ສີລັງກາ ໄດ້ແບບວຸດຫວິດ ໃນລາຍການ “AFC SOLIDARITY CUP MALAYSIA 2016”

Published on

ການແຂ່ງຂັນບານເຕະລາຍການ ” AFC SOLIDARITY CUP MALAYSIA 2016 ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດມາເລເຊຍ ໃນລະຫວ່າງວັນທີ 02-15 / 11 / 2016 ໂດຍມີ 6 ປະເທດ ແລະ 1 ເຂດປົກຄອງພິເສດ ມາເກົ້າ ເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມ ໂດຍຄັດເອົາອັນດັບ 1 ແລະ ອັນດັບ 2 ຜ່ານເຂົ້າຮອບຮອງຊະນະເລີດ. ໃນວັນພະຫັດ ວັນທີ 03/11/2016 ເວລາ 16:30 ທີມຊາດລາວ ພົບ ສີລັງກາ ເຊິ່ງແຂ່ງຂັນຢູ່ທີ່ສະຫນາມ Negeri Stadium, Kuching

ຈາກຜົນຂອງແຂ່ງປາກົດວ່າທີມຊາດລາວ ສາມາດເຮັດໄດ້ດີກວ່າ ສາມາດເອົາຊະນະ ສີລັງກາ ໄປໄດ້ແບບວຸດຫວິດ 2-1 ໂດຍການຍິງຂອງ ມຸກດາ ສຸກສະຫວັດ (ເບີ 20) ຈາກສະໂມສອນ ລາວໂຕໂຢຕ້າ ແລະ ເບີ 3 ຄຳພັນ ສົນທະນາໄລ ຈາກສະໂມສອນ ຊີເອັສຊີ ຈໍາປາ ຍິງຄົນລະປະຕູພາທີຊາດລາວ ປະເດີມສະຫນາມນັດທຳອິດ ເອົາ ຊະນະ ທີມຊາດ ສີລັງກາ 2-1 ເກັບ 3 ຄະແນນ. ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ ນັດທີ 2 ວັນທີລົງທຳການແຂ່ງຂັນໃນວັນທີ 06/11/2016 ເວລາ 16:30 ລາວ ພົບ ເຂດປົກຄອງພິເສດ ມາເກົ້າ ແຂ່ງຂັນຢູ່ທີ່ສະຫນາມ STADIUM SARAWAK ແລະ ນັດທີ 3 ແຂ່ງໃນວັນທີ 09/11/2016 ເວລາ 19:30 ມົງໂກລີ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ STADIUM SARAWAK.

 

ຮຽບຮຽງໂດຍ: ຄົນຮັກບານ.
ຂໍ້ມູນ ແລະ ພາບຈາກ: ສະຫະພັນບານເຕະລາວ
ທີ່ມາຂອງຂ່າວ: unader.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...