spot_img
Homeຂ່າວການພັດທະນາກະຊວງ ຍທຂ ລາຍງານຄວາມຄືບໜ້າໂຄງການເສັ້ນທາງລົດໄຟລາວ-ຈີນ

ກະຊວງ ຍທຂ ລາຍງານຄວາມຄືບໜ້າໂຄງການເສັ້ນທາງລົດໄຟລາວ-ຈີນ

Published on

ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ບຸນຈັນ ສີນທະວົງ, ໄດ້ລາຍງານຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຕໍ່ກອງປະຊຸມເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 26 ຕຸລານີ້ວ່າ: ໂຄງການລົດໄຟລາວ-ຈີນມີຄວາມຍາວ 427 ກິໂລແມັດ, ໄດ້ອອກແບບໃນມາດຕະຖານຊັ້ນ I ເສັ້ນທາງດ່ຽວ ແລະ ແບ່ງການອອກແບບເປັນ 2 ຊ່ວງຄື: ບໍ່ເຕັນ-ວັງວຽງ ເປັນເຂດພູຜາຊັນມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ຊ່ວງວັງວຽງ-ນະຄອນຫລວງວຽງຈັນເປັນເຂດທົ່ງພຽງແມ່ນອອກແບບຮອງຮັບຄວາມໄວປະມານ 200 ກິໂລແມັດຕໍ່ຊົ່ວໂມງ, ໃຊ້ພະລັງງານໄຟຟ້າ, ສາມາດຮອງຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3-4 ພັນໂຕນ. ສໍາລັບວຽກຕົ້ນຕໍຂອງການກໍ່ສ້າງປະກອບມີ: ກໍ່ສ້າງຊັ້ນຍົກລະດັບຍາວ 175,59 ກິໂລແມັດກວມ 41,10%, ກໍ່ສ້າງຂົວ 170 ແຫ່ງມີຄວາມຍາວ 69,20 ກິໂລແມັດກວມ 15,80%, ກໍ່ສ້າງທໍ່ 567 ແຫ່ງມີຄວາມຍາວ 21,60 ກິໂລແມັດ, ອຸມົງ 72 ແຫ່ງມີຄວາມຍາວ 183,90 ກິໂລແມັດກວມ 43,07% ຂອງລວງຍາວທັງໝົດ.

ມາຮອດປັດຈຸບັນໄດ້ສໍາເລັດການລົງນາມສັນຍາກໍ່ສ້າງ ແລະ ທີ່ປຶກສາ, ໂດຍມີບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟເລກ 5, ບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟສາກົນ, ບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟເລກ 8 , ບໍລິສັດຊີໂນໄຮໂດຼ ຈໍາກັດ ແລະ ບໍລິສັດ ກໍ່ສ້າງໄຟຟ້າ ສປຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມີບໍລິສັດທີ່ປືກສາວິສະວະກໍາກໍ່ສ້າງທຽນສິນ, ບໍລິສັດທີ່ປືກສາຊີໄອອີຊີຊີ (CIECC), ບໍລິສັດກັນຊຶເທກິ ແລະ ບໍລິສັດທີ່ປຶກສາວິສະວະກໍາສາງເສີງເຫີນານ ເປັນຜູ້ຄວບຄຸມການກໍ່ສ້າງ, ບໍລິສັດທີ່ປຶກສາກວດກາເຕັກນິກວູຫານເທຍເຈີງ, ສະຖາບັນທີ່ປືກສາກວດກາເຕັກນິກລົດໄຟ ສປຈີນ ແລະ ບໍລິສັດທີ່ປຶກສາຊົງເທຍສີຊຸນ ປັກກິງ ເປັນທີ່ປຶກສາໂຄງການ.

ສໍາລັບສັນຍາຮ່ວມທຶນ ແລະ ສໍາປະທານໂຄງການຈະໄດ້ຈັດຂຶ້ນໃນໄວໆນີ້, ພາຍຫລັງກະຊວງແຜນການ ແລະ ການລົງທຶນໄດ້ອອກໃບທະບຽນສໍາປະທານໂຄງການໃຫ້ແກ່ບໍລິສັດທາງລົດໄຟລາວ-ຈີນແລ້ວເມື່ອທ້າຍເດືອນສິງຫາ 2016 ແລະ ປັດຈຸບັນທຸກຂາຮຸ້ນໄດ້ໂອນເງິນຈົດທະບຽນສ້າງຕັ້ງບໍລິສັດຄົບຖ້ວນຖືກຕ້ອງຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວ ແລະ ຂໍ້ສະເໜີຂອງສັງຄົມທີ່ມີຄວາມສົນໃຈວ່າຖ້າຫາກຂອບເຂດສະຫງວນຂອງແລວທາງລົດໄຟຖືກ ຫລື ຕິດກັບເສັ້ນທາງຫລວງ, ເຮືອນຊານປະຊາຊົນ, ໂຮງຮຽນ ແລະ ສິ່ງປຸກສ້າງຕ່າງໆ ຈະສາມາດຫລຸດຂອບເຂດສະຫງວນລົງໄດ້ ຫລື ບໍ່? ແລະ ຕໍ່ບັນຫານີ້ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊີ້ແຈງວ່າ: ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການໃຫຍ່, ລົດໄຟແລ່ນດ້ວຍຄວາມໄວສູງ ແລະ ມີໄລຍະທາງຍາວຫລາຍຮ້ອຍກິໂລແມັດ, ຈຶ່ງມີເສັ້ນທາງ, ແລວສາຍສົ່ງໄຟຟ້າ, ເຮືອນຊານປະຊາຊົນ ແລະ ສິ່ງປຸກສ້າງອື່ນໆໄດ້ຮັບຜົນກະທົບ, ດັ່ງນັ້ນຕ້ອງມີຄວາມາຈໍາເປັນຈະໄດ້ມີການປັບປ່ຽນແລວເສັ້ນທາງຫລວງ, ຍົກ ຍ້າຍເສົາໄຟຟ້າ, ເຮືອນ ແລະ ສິ່ງປຸກສ້າງຕ່າງໆອອກ ແລະ ຖ້າການສໍາຫລວດຕື່ມດ້ານເຕັກນິກເຫັນວ່າບໍ່ມີຜົນກະທົບເຖິງດ້ານຄວາມປອດໄພການແລ່ນຂອງລົດໄຟໃນໄລຍະການກໍ່ສ້າງແມ່ນສາມາດປັບຫລຸດຂອບເຂດສະຫງວນລົງໄດ້ ແລະ ສໍາລັບພື້ນທີ່ດິນຂອງຂົວທີ່ຂ້າມທົ່ງໄຮ່ທົ່ງນາຂອງປະຊາຊົນແມ່ນສາມາດດໍາເນີນການປູກເຂົ້າໄດ້ຕາມປົກກະຕິ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...