spot_img
HomeມູມໄອທີລາວSamsung ເປີດໂຕ Galaxy C9 Pro ທີ່ປະເທດຈີນ ມາພ້ອມຊິບ Snapdragon 653, Android 6.0.1 ແລະລຳໂພງຄູ່...

Samsung ເປີດໂຕ Galaxy C9 Pro ທີ່ປະເທດຈີນ ມາພ້ອມຊິບ Snapdragon 653, Android 6.0.1 ແລະລຳໂພງຄູ່ ເລີ່ມຕົ້ນທີ່ 3.850.000 ກີບ

Published on

​ຫຼ້າສຸດນີ້ບໍລິສັດ Samsung ໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ຢ່າງເປັນທາງການທີ່ປະເທດຈີນນັ້ນກໍຄື: Galaxy C9 Pro. ສຳລັບລຸ້ນນີ້ການອອກແບບແມ່ນໃຊ້ວັດສະດຸອະລູມິນ້ຽມ ທີ່ມີເກຣດລະດັບທີ່ໃຊ້ໃນເຄື່ອງບິນ ແລະມາພ້ອມລຳໂພງຄູ່. ທາງດ້ານສະເປັກຄາວໆນັ້ນແມ່ນມີໜ້າຈໍ 6 ນິ້ວ, ໃຊ້ຊິບປະມວນຜົນລຸ້ນໃໝ່ຫຼ້າສຸດແບບ Snapdragon 653 ແລະໃຊ້ລະບົບ Android 6.0.1 (Marshmallow).

ສຳລັບລາຍລະອຽດສະເປັກຂອງ Samsung Galaxy C9 Pro ມີດັ່ງນີ້:


  • ສັດສ່ວນເຄື່ອງ: 162.9×80.7×6.9 ມມ
  • ນ້ຳໜັກ: 189 ກຣາມ
  • ໜ້າຈໍ: AMOLED ຂະໜາດ 6 ນິ້ວ, FullHD (1920×1080 ພິກເຊວ) ແລະເປັນຈໍໂຄ້ງ 2.5D 
  • CPU: Octa Core Snapdragon 653 1.95GHz 
  • GPU: Adreno 510 
  • RAM: 6GB
  • ROM: 64GB ເພີ່ມ microSD ໄດ້ 256GB 
  • ລະບົບ: Android 6.0.1 (Marshmallow)
  • ຊິມ: Dual SIM (nano + nano)
  • ກ້ອງຫຼັງ: 16 ລ້ານພິກເຊວ ພ້ອມແຟລັດຄູ່ໂທນ LED, f/1.9
  • ກ້ອງໜ້າ: 16 ລ້ານພິກເຊວ, f/1.9
  • ເຊັນເຊີ້: ສະແກນນິ້ວມື 
  • ການເຊື່ອມຕໍ່: 4G LTE, Wi-Fi 802.11ac (2.4GHz and 5GHz), Bluetooth v 4.2, ANT+, USB-Type-C, NFC
  • ແບັດເຕີຣີ: 4000mAh ພ້ອມລະບົບສາກໄວ

ສຳລັບ Samsung Galaxy C9 Pro ຈະມາໃນສີຄຳ ແລະສີຄຳກຸຫຼາບ. ໃນດ້ານຂອງລາຄາແມ່ນຢູ່ທີ່ 3199 ຢວນ (3.850.000 ກີບ), ເຊິ່ງຕອນນີ້ກໍເປີດໃຫ້ສັ່ງຈອງແລ້ວທີ່ປະເທດຈີນ ແລະຈະເລີ່ມວາງຈຳໜ່າຍວັນທີ 11 ພະຈິກນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...