spot_img
Homeຂ່າວເຫດການປະທານປະເທດ ສປປ ລາວ ເຊັນປື້ມໄວ້ອາໄລເຖິງ ພະເຈົ້າມະຫາຊີວິດ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ສປປ ລາວ ເຊັນປື້ມໄວ້ອາໄລເຖິງ ພະເຈົ້າມະຫາຊີວິດ ແຫ່ງ ຣາຊະອານາຈັກໄທ

Published on

ຂປລ. ​ວັນ​ທີ 18 ຕຸລາ 2016 ນີ້ ສະຖານທູດ ແຫ່ງ ຣາຊະ​ອານາຈັກ​ໄທ ປະ​ຈໍາ​ນະຄອນຫລວງ​ວຽງ​ຈັນ, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ເຂົ້າ​ເຊັນ​ປື້​ມ​ໄວ້ອາ​ໄລ ສະ​ແດງ​ຄວາມ​ເສົ້າ​ສະຫລົດ​​ໃຈ​ຢ່າງ​ສຸດ​ຊຶ້ງ ​ໃນ​ນາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຕໍ່ການ​ສິ້ນ​ພະ​ຊົນ​ຂອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະດຸນ​ຍະ​ເດດ ​ແຫ່ງ ຣາຊະ​ອານາຈັກ​ໄທ.

ພະ​ບາດ​ສົມ​ເດັດພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດຸນຍະ​ເດດ ​ເປັນ​ພະຣາຊາ​ ທີ່​ມີ​ນໍ້າ​ໃຈ​ເສຍສະຫລະ​ອັນ​ສູງ​ສົ່ງ ​ແລະ ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ ອຸທິດ​ເຫື່ອ​ແຮງ​ໃຫ້​ແກ່​ປະ​ເທ​ດຊາດ ​ແລະ ປວງ​ຊົນ​ຊາວ​ໄທ ຕະຫລອດ​ໄລຍະ 70 ປີ ທີ່​ພະ​ອົງ​ຂຶ້ນ​ຄອງ​ລາດ ​ເຊິ່ງ​ເຮັດ​ໃຫ້ພະ​ອົງເປັນ​ທີ່​ເຄົາລົບ​ຮັກ ​ແລະ ​ເປັນ​ທີ່​ຊັກກາລະ​ບູຊາຂອງ​ປວງ​ຊົນ​ຊາວ​ໄທ​ ທຸກ​ທົ່ວ​ໜ້າ.

ການ​ຈາກ​ໄປ​ຂອງ​ພະ​ອົງ​ ເປັນ​ການ​ສູນ​ເສຍພະຣາຊາ​ຂອງ​ຊາວ​ໄທ ທັງ​ເປັນການ​ສູນ​ເສຍ​ຜູ້​ນໍາ ທີ່​ມີ​ວິ​ໄສ​ທັດ​ໃນ​ການ​ພັດທະນາ​ຮອບດ້ານ ​ເຊິ່ງ​ເປັນ​ທີ່​ຮັບ​ຮູ້ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ໂລກ. ພະ​ບາດ​ສົມ​ເດັດພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ​ອະດຸນ​ຍະ​ເດດ ຍັງ​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ມີ​ພະ​ໄທ​ຕໍ່​ຄວາມ​ສໍາພັນ​ຖານ​ບ້ານ​ພີ່​ເມືອງນ້ອງ, ບ້ານ​ໃກ້​ເຮືອນ​ຄຽງຕໍ່ ສປປ ລາວ ​ແລະ ຕໍ່​ການ​ເສີມ​ຂະຫຍາຍ​ສາຍ​ພົນ​ພັນ​ທີ່​ດີງາມ ລະຫວ່າງ ປະຊາຊົນ​ສອງ​ຊາດ ລາວ-​ໄທ ຕະຫລອດ​ມາ.

ໃນ​ນາມ​ລັດຖະບານ ​ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄທ ປະຊາຊົນ​ລາວ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ອັນ​ສຸດ​ຊຶ້ງ ​ແລະ ​ແບ່ງ​ເບົາ​ຄວາມທຸກ​ໂສກ ​ມາ​ຍັງພະ​ບໍຣົມວົງສາ​ນຸວົງ​ທຸກ​ພະ​ອົງ ​ແລະ ປວງຊົນ​ຊາວ​ໄທ​ພີ່ນ້ອງ ມານະ​ໂອກາດ​ນີ້​ດ້ວຍ.

ຂໍ​ໃຫ້​ດວວງວິນ​ຍານ​ຂອງ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະດຸນ​ຍະ​ເດດ ຈົ່ງ​ໄປ​ສູ່​ຂະ​ຕິ​ສຸກ.

ໃນ​ວັນ​ດຽວ​ກັນນີ້, ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ກໍ​ໄດ້​ເຂົ້າເຊັນ​ປື້​ມ​ໄວ້ອາ​ໄລ ສະ​ແດງ​ຄວາມ​ເສົ້າ​ສະຫລົດ​​ໃຈ​ຕໍ່ການ​ສິ້ນ​ພະ​ຊົນ ​ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະດຸນ​ຍະ​ເດດ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ເຊັ່ນ​ດຽວ​ກັນ.

dsc_1990-boun-nhang-3

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...