spot_img
Homeຂ່າວພາຍ​ໃນລັດຕ້ອງການທຶນພັດທະນາ ຈາກພາກເອກະຊົນເກືອບ 50% ໃນປີໜ້າ

ລັດຕ້ອງການທຶນພັດທະນາ ຈາກພາກເອກະຊົນເກືອບ 50% ໃນປີໜ້າ

Published on

ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 7% ໃນປີ 2017 ສປປ ລາວ ຍັງມີຄວາມຕ້ອງການການລົງທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລວມທັງໝົດ 33 ພັນກວ່າຕື້ກີບເທົ່າກັບ 28% ຂອງລວມຍອດຜະລິດຕະພັນພາຍໃນ ໃນນັ້ນ ຕົ້ນຕໍແມ່ນການລົງທຶນຈາກພາກເອກະຊົນພາຍໃນ ແລະຕ່າງປະເທດກວມເອົາເກືອບ 50% ຂອງລວມຍອດການລົງທຶນ.

     ທ່ານນາງ ພອນວັນ ອຸທະວົງ ຮັກສາການຫົວໜ້າກົມແຜນການກະຊວງແຜນການ ແລະການລົງທຶນ (ຜທ) ກ່າວໃຫ້ຮູ້ວ່າ: ເຖິງແມ່ນວ່າເສດຖະກິດຂອງລາວໃນສົກປີ 2015-2016 ຈະຂະຫຍາຍຕົວຢູ່ໃນລະດັບ 6,9% ແຕ່ຖ້າທຽບໃສ່ແຜນການທີ່ວາງໄວ້ແມ່ນຫຼຸດ, ເນື່ອງຈາກວ່າຂະແໜງກະສິກຳ, ການບໍລິການ ແລະພາສີ-ອາກອນ, ຜະລິດຕະພັນ ແລະການນຳເຂົ້າຫຼຸດແຜນທີ່ວາງໄວ້, ພ້ອມກັນຂະແໜງອຸດສາຫະກຳປຸງແຕ່ງກໍ ຍັງບໍ່ທັນມີຫຼາຍ ຈຶ່ງຈຳກັດໂອກາດ ໃນການສ້າງລາຍໄດ້ໃຫ້ແກ່ປະຊາຊົນ ແລະເປັນຖານລາຍຮັບໃຫ້ລັດຖະບານ, ນອກນັ້ນສະພາບການຜະລິດກະສິກຳໃນຫຼາຍຂົງເຂດຍັງອີງໃສ່ທຳມະຊາດເປັນສ່ວນໃຫຍ່, ການນຳໃຊ້ເຕັກນິກ-ວິຊາການທາງດ້ານກະສິກຳເຂົ້າສູ່ການຜະລິດກໍຍັງບໍ່ຫຼາຍ, ສະນັ້ນ ຈຶ່ງເຮັດໃຫ້ສະມັດຖະພາບການຜະລິດຕ່ຳເມື່ອທຽບກັບປະເທດອ້ອມຂ້າງ, ພ້ອມນັ້ນດ້ານແວດລ້ອມທາງທຸລະກິດຍັງມີຫຼາຍຂອດຫຼາຍຂັ້ນ, ຍັງບໍ່ທັນບຸກທະລຸໄດ້ດ້ານ ລະບຽບການ, ກົນໄກ ແລະການສົ່ງເສີມການລົງທຶນໃນຮູບແບບປະຕູ ດຽວກໍຍັງບໍ່ທັນເຮັດໄດ້ກາຍເປັນສາເຫດໜຶ່ງທີ່ສົ່ງຜົນຕໍ່ກັບການຕັດສິນໃຈຂອງນັກລົງທຶນ ແລະເຮັດ ໃຫ້ຜູ້ປະກອບການຮັກສາທຸລະກິດ ຂະໜາດນ້ອຍ ແລະບໍ່ເປັນທາງການໄວ້ຫຼາຍ ຊຶ່ງເປັນການຈຳກັດ ການສ້າງລາຍຮັບ ແລະວຽກເຮັດງານທຳໃຫ້ປະຊາຊົນ.

ສະນັ້ນ ເພື່ອເປັນການແກ້ໄຂ ແລະຮັບປະກັນໄດ້ການຂະຫຍາຍ ຕົວຂອງເສດຖະກິດມະຫາພາກໃນ ປີ 2017 ທີ່ຈະມາເຖິງນີ້, ລັດຖະບານຈຶ່ງມີຄວາມ ຕ້ອງການທຶນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ລວມທັງໝົດ 33.313 ຕື້ກີບ ເທົ່າກັບ 28% ຂອງ GDP, ໃນນັ້ນຈາກງົບປະມານພາຍໃນ 5.385 ຕື້ກີບ ກວມເອົາ 16,16% ຂອງທຶນທັງໝົດເພື່ອສຸມໃສ່ກິດຈະການ ພັດທະນາພື້ນຖານໂຄງລ່າງຂອງລັດ, ລົງໃສ່ວຽກສາທາລະນູປະ ໂຫຍດທີ່ບັນດາເອກະຊົນ ແລະພາກ ສ່ວນອື່ນບໍ່ລົງທຶນ, ສ່ວນທຶນຊ່ວຍ ເຫຼືອທາງການເພື່ອການພັດທະນາ (ODA) 5.600 ຕື້ກີບ ກວມ 16,81%, ສຸມໃສ່ການກໍ່ສ້າງບັນ ດາໂຄງການ ແລະກິດຈະກຳຂອງບັນດາພື້ນຖານໂຄງລ່າງ ແລະການພັດທະນາຊັບພະ ຍາກອນມະນຸດຢູ່ຊົນນະບົດ ເພື່ອຮັບປະກັນການພັດທະນາທີ່ຍືນຍົງ.

ທ່ານ ນາງ ພອນວັນ ອຸທະວົງ ໃຫ້ຮູ້ອີກວ່າ: ສຳລັບການສົ່ງເສີມການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດໃຫ້ໄດ້ ປະມານ 14.528 ຕື້ກີບ ກວມເອົາ 43,61% ຈະເລັ່ງດຶງດູດເອົາໂຄງການທີ່ເປັນຫົວຈັກຊຸກ ຍູ້ໄດ້ການພັດທະນາເສດຖະກິດ ຂອງປະເທດເປັນຕົ້ນແມ່ນໂຄງການພະລັງງານໄຟຟ້າ, ຊົນລະກະເສດ, ທ່ອງທ່ຽວ ແລະການບໍລິການ, ສ່ວນການລົງທຶນຈາກລະບົບການເງິນ, ເງິນຕາ 7.800 ຕື້ກີບ ກວມ 23,42% ແມ່ນຈະສຸມໃສ່ບັນດາກິດຈະການຫົວໜ່ວຍຜະລິດຂະໜາດນ້ອຍ ແລະກາງ, ຄົວເຮືອນ, ການຜະລິດເປັນສິນຄ້າ, ການປຸງແຕ່ງຫັດຖະກຳເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະທະນາຄານນະໂຍບາຍແມ່ນສຸມໃສ່ ເຂດທຸກຍາກ, ເຂດຈຸດສຸມຂອງລັດຖະບານ.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...