spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຊີ້ນຳວຽກງານຢູ່ແຂວງຄຳມ່ວນ

ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຊີ້ນຳວຽກງານຢູ່ແຂວງຄຳມ່ວນ

Published on

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຄຳມ່ວນ ໃນວັນທີ 11 ຕຸລາຜ່ານມານີ້ ໂດຍມີ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມຕ້ອນຮັບ. ທ່ານ ບຸນມີ ພິມມະສອນ ໄດ້ລາຍງານກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງຄຳມ່ວນ ໃນໄລຍະ 1 ປີຜ່ານມາວ່າ: ສົກປີ 2015-2016 ເສດຖະກິດມີການຂະຫຍາຍຕົວ ໃນລະດັບ 8,54%, ລວມຍອດຜະລິດ ຕະພັນພາຍໃນ (GDP) ບັນລຸ 5.010 ຕື້ກີບ, ໃນນັ້ນ ດ້ານກະສິກຳ- ປ່າໄມ້ 1.302 ຕື້ກີບ ກວມເອົາ 26% ຂອງ GDP, ດ້ານອຸດສາຫະກຳ 2.004 ຕື້ກີບ ກວມເອົາ 40% ແລະ ດ້ານການບໍລິການ 1.703 ຕື້ກີບ ກວມ 34%, ລວມຍອດ ຜະລິດຕະພັນພາຍໃນ ບັນລຸ 6.485,93 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 16 ລ້ານກວ່າກີບ ເທົ່າກັບ 1.979 ໂດລາຕໍ່ຄົນ. ໂຄງການລົງທຶນຂອງລັດ ໂດຍໄດ້ຮັບອະນຸມັດຈາກສະພາແຫ່ງຊາດມີ 355 ໂຄງການ, ມີມູນຄ່າ 142,11 ຕື້ກີບ ໃນນັ້ນມີທຶນ ພາຍໃນ 120,27 ຕື້ກີບ, ຈັດຕັ້ງປະຕິບັດໄດ້ແລ້ວ 277 ໂຄງການ ມູນຄ່າ 126,24 ຕື້ ກີບ, ການຜະລິດເຂົ້ານາປີມີ ເນື້ອທີ່ 83.270 ເຮັກຕາ ປະຕິບັດໄດ້ 80.569 ເຮັກຕາ ເທົ່າກັບ 97% ຄາດຄະເນຜົນຜະລິດ 229.254 ໂຕນ, ມີລະບົບຊົນລະປະທານ 222 ແຫ່ງ ສາມາດນຳໃຊ້ໄດ້ 177 ແຫ່ງ, ໃນນັ້ນນຳໃຊ້ໄດໄຟຟ້າ 104 ແຫ່ງ, ໃຊ້ຈັກນ້ຳມັນ 14 ແຫ່ງ. ນອກນັ້ນແມ່ນຝາຍນ້ຳລົ້ນ, ປະຕູນ້ຳ ແລະ ອ່າງເກັບນ້ຳ ສາມາດຫົດເນື້ອທີ່ໄດ້ທັງໝົດ 12.000 ເຮັກຕາ ໃນລະດູແລ້ງ ແລະ 19.000 ເຮັກຕາໃນລະດູຝົນ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄດ້ສ້າງ ແລະ ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 1 ບ້ານຄື: ບ້ານປຸ່ງເໜືອ ເມືອງຫີນບູນ ຊຶ່ງເປັນບ້ານທຳອິດຂອງແຂວງ ແລະ ເປັນບ້ານທີ 3 ຂອງປະ ເທດ, ສ້າງຄອບຄົວພັດທະນາໄດ້ 69.999 ຄອບຄົວ ເທົ່າກັບ 92,09%, ບ້ານພັດທະນາໄດ້ 396 ບ້ານ ເທົ່າກັບ 68,39% ຂອງຈຳນວນບ້ານໃນທົ່ວແຂວງ. ປັດຈຸບັນບ້ານທຸກຍາກຍັງເຫຼືອ 12 ບ້ານ ເທົ່າກັບ 2,06%, ຄອບຄົວທຸກຍາກຍັງເຫຼືອ 1.151 ຄອບຄົວ ເທົ່າກັບ 1,53%. ໃນໂອກາດນີ້ ທ່ານ ສອນ ໄຊ ສີພັນດອນ ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ພາຍໃນແຂວງຄຳມ່ວນ ຊຶ່ງທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ໃນການເພີ່ມທະວີຄວາມສັກສິດຂອງອຳນາດບໍລິຫານແຫ່ງລັດ ໂດຍສະເພາະແມ່ນການເຂັ້ມງວດໃນການປະຕິບັດລະບຽບກົດໝາຍຕ່າງໆ, ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ໃຫ້ມີຄວາມກົມກຽວກັບການພັດທະນາ ເສດຖະກິດ, ການຮັບປະກັນເຮັດໃຫ້ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນແມ່ນການຮ່ວມມືກັບບັນດາປະເທດຕ່າງໆ ເພື່ອສ້າງຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພົວພັນຮ່ວມມືກັບສາກົນໃນຕໍ່ໜ້າ ແລະ ບັນຫາສຳຄັນ ກໍຄືວຽກປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີສະຖຽນລະພາບ, ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ ໃນສັງຄົມ. ໃນໂອກາດມາຢ້ຽມຢາມແຂວງຄຳມ່ວນ ທ່ານຮອງນາຍົກພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມການຜະລິດເຂົ້ານາໄຮ່ໃຫຍ່ ແລະ ໂຮງງານຜະລິດ ແລະ ປຸງແຕ່ງເກືອກາລີ ຢູ່ເມືອງໜອງບົກຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...