spot_img
Homeຂ່າວພາຍ​ໃນປະຫານຊີວິດ ຜູ້ຄາຕະກຳເມຍ ຄະດີດັງ 2013

ປະຫານຊີວິດ ຜູ້ຄາຕະກຳເມຍ ຄະດີດັງ 2013

Published on

10464395_519842034783943_7692034061894862342_n

ອີງຕາມການລາຍງານຂ່າວຂອງໂທລະພາບ ແຫ່ງຊາດ ແລະໂທລະພາບ ປກສ ໃຫ້ຮູ້ວ່າ ຕອນເຊົ້າວັນທີ 15 ກໍລະກົດ 2014 ທີ່ຜ່ານມານີ້, ສານປະຊາຊົນແຂວງຫຼວງພະບາງໄດ້ມີພິຈາລະນາຕັດສິນຄະດີຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ເພື່ອຕັດສິນ ປະຫານຊີວິດ ທ້າວ ວິໄລສັກ ຈະເລິນຜົນ ອາຍຸ 38 ປີ ປະຊາຊົນບ້ານພະບາດໃຕ້, ເມືອງແລະແຂວງຫຼວງພະບາງ ຜູ້ກ່ຽວຖືກຫາວ່າ ຄາຕະກຳ, ມີອາວຸດເສິກໄວ້ໃນຄອບຄອງ ແລະການທຳມິດສະຈານ.

ວັນທີ 20 ກັນຍາ 2013 ພະແນກສືບສວນສອບສວນແຂວງຫຼວງພະບາງ ໄດ້ຮັບແຈ້ງຄວາມຈາກທ້າວກົງຄຳ ມະນີວົງ ອາຍຸ 66 ປີ, ຢູ່ບ້ານນາຫຼວງ ເມືອງແລະແຂວງຫຼວງພະບາງ ວ່າ ໃນຄ່ຳຄືນຂອງວັນທີ 19 ກັນຍາ 2013 ລູກສາວຂອງຜູ້ກ່ຽວ ຊື່ນາງສັນຕິ ໄດ້ເສຍຊີວິດຢູ່ເຮືອນຂອງທ້າວ ວິໄລສັກ ຈະເລີນຜົນ ແລະນາງສັນຕິ ຢູ່ບ້ານພະບາດໃຕ້ ເມືອງແລະແຂວງຫຼວງພະບາງ.

ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງໄປກວດກາສະຖານທີ່ເກີດເຫດ. ໂດຍຜ່ານການກວດກາຕົວຈິງເຫັນວ່າ ມີຮ່ອງຮອຍຂອງການກະທຳຜິດທາງອາຍາ ປາກົດຢູ່ຕາມຮ່າງຄິງຂອງຜູ້ຕາຍ ເຊັ່ນ ຮອຍບາດແຜເລິ້ນຢູ່ຄໍເບື້ອງຂວາ… ຜ່ານການເກັບກຳຂໍ້ມູນຕົວຈິງຂອງເຈົ້າໜ້າທີ່ການສືບສວນສອບສວນຈາກສາເຫດຕົວຈິງ ສາມາດຮູ້ໄດ້ວ່າ ແມ່ນທ້າວວິໄລສັກ ຈະເລິນຜົນ ເປັນຜູ້ລົງມືຄາຕະກຳ ນາງສັນຕິ ຜູ້ເປັນເມຍ ຈົນເຖິງແກ່ຊີວິດ.

ຈາກການສືບສວນສອບສວນ ທ້າວວິໄລສັກ ຈະເລີນຜົນ ໄດ້ໃຫ້ການຮັບສາລະພາບວ່າ ໃນຄ່ຳຄືນຂອງວັນທີ 19 ກັນຍາ 2013, ພາຍຫຼັງກັບຈາກການໄປຄົບຫາກັບນາງ ພວງມະນີ ອຸດົມສຸກ ກໍໄດ້ກັບມາເຮືອນ ແລະໄດ້ຄາຕະກຳນາງສັນຕິ ຜູ້ເປັນເມຍ ໂດຍອ້າງວ່າ ນາງ ສັນຕິ ເປັນຜູ້ແຂວນຄໍຕາຍເອງ. ນອກຈາກນັ້ນແລ້ວ ທ້າວ ວິໄລສັກ ຈະເລີນຜົນ ຍັງໃຫ້ການຮັບສາລະພາບວ່າ ຕົນເອງໄດ້ພົວພັນກັບນາງ ພວງມະນີ ອຸດົມສຸກ ແບບຊູ້ສາວ. ຜ່ານການຕິດຕາມກວດກາ ການປະຕິບັດກົດໝາຍ ການຄົ້ນຄວ້າ ບັນດາຫຼັກຖານ ເອກະສານ ຂໍ້ມູນ ຕ່າງໆ ທີ່ປະກອບຢູ່ໃນສຳນວນຄະດີຢ່າງຄົບຖ້ວນແລະພາວະວິໄສແລ້ວ ເຫັນວ່າພຶດຕິກຳຂອງທ້າວ ວິໄລສັກ ຈະເລີນຜົນ ໄດ້ສ້າງຄວາມເປັນອັນຕະລາຍໃຫ້ແກ່ສັງຄົມ ໂດຍສະເພາະແມ່ນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ການທຳຮ້າຍຮ່າງກາຍຂອງບຸກຄົນອື່ນ ເປັນຕົ້ນແມ່ນ ນາງ ສັນຕິ ຜູ້ເປັນເມຍ ແລະເປັນການກະທຳຜິດທີ່ແຕະຕ້ອງເຖິງສາຍພົວພັນຄອບຄົວ ຜົວເມຍ ຮີດຄອງປະເພນີອັນດີງາມຂອງລາວ, ສານປະຊາຊົນແຂວງຫຼວງພະບາງຈຶ່ງໄດ້ຕັດສິນ ຕັດອິດສະຫຼະພາບ ທ້າວ ວິໄລສັກ ຈະເລີນຜົນ ຈຳເລີຍທີໜຶ່ງ ກະທຳຜິດ ສາມສະຖານຄື: 1. ຄາຕະກຳ ຕັດສິນປະຫານຊີວິດ. 2. ມີອາວຸດເສິກໄວ້ໃນຄອບຄອງແບບບໍ່ຖືກຕ້ອງຕາມກົດໝາຍ ສານຕັດສິນຕັດອິສະລະພາບ 2 ປີ ພ້ອມປັບໃໝ 2 ລ້ານກີບ. 3. ທຳມິດສະຈານ ຕັດສິນຕັດອິດສະຫຼະພາບ 10 ເດືອນ ປັບໃໝ 2 ລ້ານກີບ. ອີງຕາມຫຼັກຖານການວາງໂທດ ສານຈຶ່ງຕັດສິນໃຫ້ຜູ້ກ່ຽວປະຕິບັດໂທດ ປະຫານຊີວິດ ແຕ່ສານອະນຸຍາດໃຫ້ຍື່ນອຸທອນພາຍໃນ 20 ວັນ.

ສຳລັບໂທດ ນາງ ພວງມະນີ ອຸດົມສຸກ ຢູ່ບ້ານວຽງໃໝ່ ເມືອງແລະແຂວງຫຼວງພະບາງ ກະທຳຜິດສະຖານ ທຳມິດສະຈານ ສານໄດ້ຕັດສິນ ຕັດອິດສະຫຼະພາບ 10 ພ້ອມປັບໃໝ 2 ລ້ານກີບ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...