spot_img
Homeຂ່າວພາຍ​ໃນເລີ່ມປະຕິບັດຈັດເກັບອາກອນມູນຄ່າເພີ່ມ 10% ຢູ່ ດ່ານ ຂົວມິດຕະພາບ ລາວ-ໄທ 1 ຕົ້ນເດືອນພະຈິກ

ເລີ່ມປະຕິບັດຈັດເກັບອາກອນມູນຄ່າເພີ່ມ 10% ຢູ່ ດ່ານ ຂົວມິດຕະພາບ ລາວ-ໄທ 1 ຕົ້ນເດືອນພະຈິກ

Published on

ຂປລ. ກະຊວງການເງິນ ໄດ້ອອກຂໍ້ກຳນົດວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ ເຊິ່ງໄດ້ກຳນົດເປົ້າໝາຍຜູ້ໂດຍສານພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ເດີນທາງ ອອກ-ເຂົ້າ ສປປ ລາວ ບໍ່ມີລັກສະນະປະ ຈຳ ຊື້ເຄື່ອງຕິດຕົວເຂົ້າມາຊົມໃຊ້ ໂດຍບໍ່ເປັນລັກສະນະການຄ້າ ຫລື ຈຸດປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແມ່ນໄດ້ຮັບການຍົກເວັ້ນໃນມູນຄ່າບໍ່ເກີນ 50 ໂດລາສະຫະລັດ ຫລື ປະມານ 4 ແສນກີບ, ຖ້າເກີນມູນຄ່າດັ່ງກ່າວ, ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມ ໃນອັດຕາ 10%, ໃນເບື້ອງຕົ້ນຈະເລີ່ມຈັດຕັ້ງປະຕິບັດຢູ່ ດ່ານຂົວມິດຕະພາບ ລາວ-ໄທ 1 ເທົ່ານັ້ນ, ຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນພະຈິກ 2016 ນີ້ ຈາກນັ້ນ, ຈຶ່ງຈະພິຈາລະນາຜັນຂະຫຍາຍໄປນຳໃຊ້ຢູ່ບັນດາດ່ານຕ່າງໆໃນຂອບເຂດທົ່ວປະເທດ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ ໃນວັນທີ 7 ຕຸລາ 2016 ນີ້ ວ່າ: ການກຳນົດລະບຽບການດັ່ງກ່າວ, ແມ່ນອີງໃສ່ກົດໝາຍສວຍສາອາ ກອນ ວ່າດ້ວຍອາກອນມູນຄ່າເພີ່ມ ແລະ ກົດໝາຍວ່າດ້ວຍພາສີ ເຊິ່ງໄດ້ກຳນົດລະອຽດໃນບົດແນະນຳ ຂອງກະຊວງການເງິນ ວ່າດ້ວຍການຍົກເວັ້ນ ພາສີ-ອາກອນ ແລະ ພັນທະອື່ນໆທົ່ວໄປ. ຈຸດປະສົງຂອງການອອກລະບຽບການດັ່ງກ່າວ, ແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຂອງສປປ ລາວ ໃຫ້ສູງຂຶ້ນ, ສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວ ຂອງບັນດາວິສາຫະກິດພາຍໃນປະເທດ ໃຫ້ເຄື່ອນໄຫວໄດ້ດີຂຶ້ນ ແລະ ຈັດເກັບບັນດາແຫລ່ງລາຍຮັບເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້. ເຊິ່ງເປົ້າໝາຍໃນການຈັດເກັບອາກອນມູນຄ່າເພີ່ມ 10% ແມ່ນຈັດເກັບນຳຜູ້ໂດຍສານ ທີ່ເດີນທາງເຂົ້າ-ອອກ ດ້ວຍລົດສ່ວນຕົວ, ສ່ວນຜູ້ໂດຍສານທີ່ເດີນທາງມານຳລົດເມ ທີ່ຖືເຄື່ອງຂອງຕິດຕົວເຂົ້າມາຈຳນວນເລັກນ້ອຍ, ລວມເຖິງຜູ້ໂດຍສານຕ່າງປະເທດ ທີ່ເດີນທາງເຂົ້າມາທ່ອງທ່ຽວ ແມ່ນຈະບໍ່ເກັບອາກອນມູນຄ່າເພີ່ມ 10% ເວັ້ນແຕ່ນຳເຂົ້າສິນຄ້າເຄື່ອງຂອງເປັນຈຳນວນຫລາຍ, ມີລັກສະນະການຄ້າ ຕ້ອງໄດ້ເສຍພາສີອາກອນຕາມກົດໝາຍ ແລະ ລະບຽບການ.
ທ່ານ ບຸນປະເສີດ ສີກຸນລະບຸດ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ກົມພາສີ ກະຊວງການເງິນ ໄດ້ຂຸ້ນຂ້ຽວກະກຽມສ້າງເງື່ອນໄຂໃນການຈັດເກັບອາກອນມູນຄ່າເພີ່ມ ໃຫ້ມີຄວາມສະດວກສະບາຍ ແລະ ໂປ່ງໃສ ໂດຍສະເພາະ ໄດ້ປັບປຸງ, ຂະຫຍາຍຊ່ອງເລນລົດສ່ວນຕົວຂາເຂົ້າຈາກ 5 ຊ່ອງ ເປັນ 8 ຊ່ອງ, ພັດທະນາລະບົບອີເລັກໂຕຣນິກ ຮ່ວມກັບທະນາຄານການຄ້າຕ່າງປະເທດ ເພື່ອໃຊ້ໃນການແຈ້ງຂໍ້ມູນເຄື່ອງຂອງ ທີ່ນຳເຂົ້າ, ການຊຳລະຄ່າອາກອນດ້ວຍບັດສະມາດຄາດ ແລະ ອື່ນໆ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...