ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ໃນຊຸມປີ 1960 ເນື້ອທີ່ປົກຫຸ້ມປ່າໄມ້
ກວມປະມານ 71,6% (17 ລ້ານກວ່າເຮັກຕ້າ) ຂອງເນື້ອທີ່ທົ່ວປະເທດ ແລະ ຜ່ານຈາກການສຳຫລວດ
ຄວາມປົກຫຸ້ມຂອງປ່າໄມ້ ໄດ້ດຳເນີນມາແຕ່ລະປີຄື: ປີ 1982, 1992, 2002 ແລະ 2010 ດ້ວຍພາບຖ່າຍ
ດາວທຽມ ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 1982 ການປົກຫຸ້ມຂອງປ່າໄມ້ປະມານ 49% (11,5 ລ້ານເຮັກຕາ), ປີ
1990 ປະມານ 47%, ປີ 2002 ມີປະມານ 41,5% ແລະ ປີ 2010 ຍັງເຫລືອປະມານ 40,34% ຕົວເລກນີ້
ຢັ້ງຢືນໃຫ້ເຫັນວ່າ: ສະພາບປ່າໄມ້ໄດ້ຫລຸດລົງຕໍ່ເນື່ອງໃນແຕ່ລະໄລຍະ, ອັນມີຜົນສະທ້ອນມາຈາກການ
ນຳໃຊ້ໄມ້ ແລະ ຊັບພະຍາກອນທຳມະຊາດ ແບບບໍ່ເໝາະສົມ ແລະ ບໍ່ເກີດປະໂຫຍດສູງສຸດ ໃຫ້ແກ່ການ
ພັດທະນາເສດຖະກິດ – ສັງຄົມ ແລະ ການເພີ່ມຂຶ້ນຂອງປະຊາກອນ, ປະຊາຊົນສ່ວນຫລາຍຍັງອາໄສ
ແລະ ທຳມາຫາກິນອີງໃສ່ຊັບພະຍາກອນທຳມະຊາດເປັນຕົ້ນຕໍ ໂດຍສະເພາະແມ່ນການຖາງປ່າ ແລະ
ເຮັດໄຮ່ເຄື່ອນທີ່, ການຂຸດຄົ້ນໄມ້ແບບຊະຊາຍ ລວມເຖິງການນຳໃຊ້ທີ່ດິນປ່າໄມ້ໄປສູ່ເປົ້າໝາຍອື່ນ.
ກະຊວງດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ມີການກຳນົດປະເພດປ່າຄື: ປ່າປ້ອງກັນມີປະມານ 49 ແຫ່ງ
ກວມເນື້ອທີ່ປະມານ 7,4 ລ້ານເຮັກຕາ, ປ່າສະຫງວນ 24 ແຫ່ງ ກວມເນື້ອທີ່ປະມານ 4,7 ລ້ານເຮັກຕາ
ແລະ ປ່າຜະລິດ ມີ 51 ເຂດ ກວມເນື້ອທີ່ປະມານ 3,1 ລ້ານເຮັກຕາ ແລະ ແຕ່ປັດຈຸບັນນີ້, ສະພາບປ່າໄມ້
ດັ່ງກ່າວຍັງສືບຕໍ່ຖືກທຳລາຍຢ່າງໜັກໜວ່ງ ເປັນຕົ້ນ: ມີການລັກລອບຕັດໄມ້ຫວງຫ້າມເປັນຈຳນວນ
ຫລາຍໃນຂອບເຂດທົ່ວປະເທດເຊັ່ນ: ໄມ້ຂະຍຸງ, ປະດົງ, ໄມ້ດູ່, ແຕ້ຂ່າ ແລະ ອື່ນໆເພື່ອສົ່ງອອກໄມ້ທ່ອນ,
ນອກຈາກນີ້, ມີຫລາຍໂຄງການພັດທະນາເປັນຕົ້ນການກໍ່ສ້າງເສັ້ນທາງ, ເຂື່ອນໄຟຟ້າ, ປູກພືດອຸດສະ
ຫະກຳ, ແຮ່ທາດໄດ້ກວມເອົາເນື້ອທີ່ຂອງປ່າໄມ້ຍັງມີຢູ່.
ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ