ເຈົ້າໜ້າທີ່ລະດັບສູງຂອງຈີນ ເຊື່ອໝັ້ນທາງລົດໄຟ ລາວ-ຈີນ ຈະສຳເລັດ ພາຍໃນປີ 2021!

ຂປລ. ຫວ່າງ​ບໍ່​ດົນ​ມາ​ນີ້ ​ເຈົ້າ​ໜ້າທີ່ລະດັບ​ສູງຂອງ ​ບໍລິສັດ ​ທາງ​ລົດ​ໄຟ​ຈີນ ​ໄດ້​​ເປີດເຜີຍຕໍ່​ສື່​ມວນ​ຊົນ​ລາວ ​ແລະ ສາກົນວ່າ​ ​ໂຄງການ​ທາງ​ລົດ​ໄຟ​ ລາວ-​ຈີນ ທີ່​ມີ​ມູນ​ຄ່າ​ຫລາຍຕື້​ໂດ​ລາ​ສະຫະລັດ ຈະ​ສຳ​ເລັດ ​ແລະ ​ເປີດ​ໃຊ້​ບໍລິການ​ພາຍ​ໃນ​ປີ 2021.

ທ່ານ ຈາວ ​ໂກ​ຕັງ ຮອງ​ຫົວໜ້າວິ​ສະ​ວະ​ກຳຂອງ​ ບໍລິສັດ ທາງ​ລົດ​ໄຟ​ຈີນ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຕາມ​ແຜ​ນ​​ໂຄງກາ​ນທາງ​ລົດ​ໄຟ ​ລາວ-​ຈີນ ນັ້ນ​ ຈະ​ສູ້​ຊົນ​ໃຫ້​ສຳ​ເລັດ​ໃນ​ປີ 2021 ​ແລະ ​ໃນ​ການ​ເດີນທາງ​ຢ້ຽມຢາມ ສປປ ລາວ ໃນ​ຕົ້ນ​ເດືອນ​ກັນຍາ​ຜ່ານ​ມາ ​ເຫັນ​ວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ໂຄງການ​ຈະ​ບໍ່​ສຳ​ເລັດ​ຕາມ​ແຜນການ. ​

ຢ່າງ​ໃດ​ກໍ​ຕາມ​ ໃນ​ການ​ຢ້ຽມຢາມ​ແຂວງ​ຫລວງ​ພະ​ບາງ ​ໃນ​ຕົ້ນ​ເດືອນ​ກັນຍາ ​ທ່ານ​ ຈາງ ​ເຫັນວ່າ ການ​ທີ່​ຈະ​ຮັບປະກັນຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ ​ແລະ ກໍາມະກອນ ​ທີ່ຈະ​ເຮັດ​ວຽກໃນ​ໂຄງການ​ເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ບໍ່​ວ່າ​ຈະ​ເປັນ​ການ​ສະໜອງທາດ​ຊີ້ນ ​ແລະ ພືດ​ຜັກ ກໍ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຢູ່ ​ແນວ​ໃດ​ກໍ​ດີອຳນາດ​ການ​ປົກຄອງທີ່​ກ່ຽວຂ້ອງ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ສະໜອງບຸກຄະລາ​ກອນ ​ແລະ ປັ​ດ​ໄຈຕ່າງໆ ​ໃຫ້​ແກ່ວຽກງານ​ທີ່​ກ່ຽວຂ້ອງຂອງ​ໂຄງການ​ທາງ​ລົດ​ໄຟ ​ລາວ-​ຈີນ.

​ການ​ປະມູນ​ກໍ່ສ້າງໂຄງການ​ທາງ​ລົດ​​ໄຟ​ລາວ-​ຈີນ​ ໄດ້​ສໍາ​ເລັດ ​ໃນ​ຕົ້ນ​ເດືອນ​ກັນຍາ 2016 ຜ່ານ​ມາ ​ແລະ ​ໃນ​ປັດຈຸບັນ ບັນດາ​ ບໍລິສັດຮັບ​ເໝົາ ກຳລັງ​ກ້າວ​ສູ່​ໄລຍະ​ກໍ່ສ້າງ ໂດຍຈະ​ມີ​ການ​ກໍ່ສ້າງ 33 ສະຖານີ ອັນ​ລວມມີ 11 ສະຖານີ ທີ່​​ເປັນສະຖານີ​​ໂດຍສານຂົນ​ສົ່ງສິນຄ້າ ​ແລະ ໜຶ່ງສະຖານີ​ ແມ່ນສຳລັບ​ຂົນ​ສົ່ງ​ສິນຄ້າ ​ເຊິ່ງຈະ​ສ້າງ​ຢູ່​ນະຄອນຫລວງ​ວຽງຈັນ ພ້ອມ​ນີ້​ກໍ​ຈະ​ມີຈຸດ​ສັບ​ລາງ ​ແລະ ຈຸດ​ເຊື່ອມ​ຕໍ່ 284 ຈຸດ.

ພາຍຫລັງ​ສຳ​ເລັດການ​ກໍ່ສ້າງ ຈະ​​ເປີດ​ໃຫ້ບໍລິການ 18 ຂະ​ບວນ ​ໃນ​ນັ້ນ 4 ຂະ​ບວນສຳລັບ​ການ​ໂດຍສານ ​ແລະ 14 ຂະ​ບວນສຳ​ລັບ ການຂົນ​ສົ່ງ​ສິນຄ້າ ​ເຊິ່ງຂະ​ບວນ​ໂດຍສານຈະ​ໃຊ້​ຄວາມ​ໄວ 160 ກິ​ໂລ​ແມັດ/ຊົ່ວ​ໂມງ, ສ່ວນ​ຂອບ​ເຂດທົ່ງພຽງສໍາລັບການໂດຍສານ​​ ແມ່ນ​​ໃຊ້​ຄວາມໄວ​ເຖິງ 200 ກິ​ໂລ​ແມັດ/ຊົ່ວ​ໂມງ, ຕະຫລອດ​ໄລຍະ​ເສັ້ນທາງຈະ​ມີ​ອຸມົງ 72 ​ແຫ່ງ ທີ່​ມີ​ຄວາມ​ຍາວລວມ 183 ກມ  ​ແລະ ​ບ່ອນທີ່​ຍາວ​ທີ່​ສຸດ​ 9.5 ກມ ​ເອີ້ນ​ວ່າ​ອຸ​ມົງມິດຕະພາບ​ລາວ-​ຈີນ ​ເຊິ່ງພວມ​ດໍາ​ເນີນ​​ກໍ່ສ້າງ​ຢູ່​ໃນ​ປັດຈຸບັນ ​ຢູ່​ລະຫວ່າງຊາຍ​ແດນ​ ລາວ-​ຈີນ ທີ່​ແຂວງ​ຫລວງ​ນ້ຳ​ທາ. ຖ້າ​ໂຄງການທາງ​ລົດ​ໄຟ​ ລາວ-​ຈີນ ສໍາ​ເລັດ ຈະ​ປະກອບສ່ວນ​ສຳຄັນ ​ໃນ​ການ​ຫັນ​ວິ​ໄສ​ທັດຂອງ​ລັດຖະບານລາວ, ​ການ​ຫັນປະ​ເທດ​ທີີ່ບໍ​ມີ​ທາງ​ອອກ​ສູ່​ທະ​ເລ ກາຍ​ເປັນ​ປະ​ເທດ​ທາງ​ຜ່ານໃຫ້ກາຍ​ເປັນ​ຮູບ​ປະ​ທໍາ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!