spot_img
Homeຂ່າວຕ່າງປະເທດຈີນກຽມສ້າງລົດໄຟໃຕ້ດິນຄວາມໄວສູງ ເລິກ ແລະ ໃຫຍ່ທີ່ສຸດໃນໂລກ ລອດກ້ອງກຳແພງເມືອງຈີນ!

ຈີນກຽມສ້າງລົດໄຟໃຕ້ດິນຄວາມໄວສູງ ເລິກ ແລະ ໃຫຍ່ທີ່ສຸດໃນໂລກ ລອດກ້ອງກຳແພງເມືອງຈີນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍານີ້ວ່າ ຈີນກຽມສ້າງສະຖານີລົດໄຟຟ້າຄວາມໄວສູງໃຕ້ດິນ ທີ່ມີຄວາມເລິກທີ່ສຸດໃນໂລກ ລອດກ້ອງກຳແພງເມືອງຈີນ ສຳລັບການກະກຽມໃຫ້ແກ່ ການເປັນເຈົ້າພາບຈັດງານ ມະຫາກຳກິລາໂອລິມປິກລະດູໜາວ ໃນປີ 2022 ເພື່ອເຊື່ອມຕໍ່ລະຫວ່າງ ນະຄອນຫລວງປັກກິ່ງ ແລະ ນະຄອນຈັງຢາໂຂວ ແຂວງເຫີເປີ່ຍ ຊຶ່ງກຳນົດໃຫ້ເປັນບ່ອນຈັດງານແຂ່ງຂັນກິລາດັ່ງກ່າວນີ້.

ສະຖານີລົດໄຟຟ້າຄວາມໄວສູງໃຕ້ດິນ ປາຕ໋າຫລິງ ຈະສ້າງເລິກລົງໄປໃຕ້ດິນ 102 ແມັດ ແລະ ມີພື້ນທີ່ກໍ່ສ້າງສະຖານີ 36,000 ຕາແມັດ ຂະໜາດເທົ່າກັບເດີ່ນເຕະບານ 5 ເດີ່ນລວມກັນ ຊຶ່ງພາຍຫລັງກໍ່ສ້າງສຳເລັດ ສະຖານີດັ່ງກ່າວ ຈະເປັນສະຖານີລົດໄຟຟ້າຄວາມໄວສູງໃຕ້ດິນ ທີ່ເລິກທີ່ສຸດ ແລະ ໃຫຍ່ທີ່ສຸດໃນໂລກ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...