spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດມະເຮັງຊ່ອງປາກທີ່ຄວນເອົາໃຈໃສ່ຫຼາຍຂຶ້ນ

ພະຍາດມະເຮັງຊ່ອງປາກທີ່ຄວນເອົາໃຈໃສ່ຫຼາຍຂຶ້ນ

Published on

ເຖິງວ່າມະເຮັງຊ່ອງປາກຈະບໍ່ແມ່ນມະເຮັງທີ່ຕິດອັນດັບຕົ້ນໆຂອງມະເຮັງ ແຕ່ກໍ່ບໍ່ຄວນເບິ່ງຂ້າມເພາະເປັນແລ້ວເຊົາຍາກ ແລະ ມີອັດຕາການຫຼອດຊີວິດຕ່ຳກວ່າ 30%. ດັ່ງນັ້ນ, ຜູ້ທີ່ຢູ່ໃນກຸ່ມສ່ຽງຂອງພະຍາດນີ້ຄວນກວດປີລະເທື່ອ ແລະ ຖ້າມີຮອຍຂາວ ຫຼື ຮອຍແດງໃນຊ່ອງປາກຄວນເອົາໃຈໃສ່ເພາະອາດຈະເປັນເນື້ອຮ້າຍໄດ້.
ກຸ່ມສ່ຽງຂອງພະຍາດມະເຮັງຊ່ອງປາກ:
1. ຜູ້ທີ່ມີອາຍຸ 40 ປີຂຶ້ນໄປ ຈະພົບໃນເພດຊາຍຫຼາຍກວ່າເພດຍິງ.
2. ປັດໄຈສ່ຽງທີ່ສຳຄັນທີ່ສຸດຂອງພະຍາດນີ້ຄືການສູບຢາຮອງລົງມາແມ່ນການດື່ມເຫຼົ້າ ຫຼື ເຄື່ອງດື່ມແອລກໍຮໍ ແລະ ຈະມີຄວາມສ່ຽງຕໍ່ການເກີດມະເຮັງເພີ່ມຂຶ້ນເປັນ 15 ເທົ່າ.
3. ການກິນໝາກ, ຫຍ້ຳຢາສູບ, ອົບໝ້ຽງເປັນປະຈຳມີການສຶກສາພົບວ່າໃນໝາກຈະມີສານກໍ່ມະເຮັງເມື່ອຫຍ້ຳຮ່ວມກັບຢາເສັ້ນທີ່ມີສານກໍ່ມະເຮັງເຊັ່ນດຽວກັນກັບຢາສູບ ແລະ ຈະຍິ່ງເພີ່ມອັດຕາຄວາມສ່ຽງຕໍ່ການເປັນມະເຮັງໃນຊ່ອງປາກຂຶ້ນນຳ.
4. ການໄດ້ຮັບແສງແດດໂດຍກົງບໍລິເວນໃບໜ້າເປັນປະຈຳ ຫຼື ຮີບສົບຖືກແສງແດດແຮງໆເປັນປະຈຳກໍ່ສ່ຽງຕໍ່ການເປັນມະເຮັງຮີບສົບໄດ້ເຊັ່ນກັນ.
5. ການອະນາໄມຊ່ອງປາກໄດ້ບໍ່ດີເຊິ່ງກວດພົບວ່າຄົນທີ່ເປັນພະຍາດນີ້ເປັນກຸ່ມທີ່ເບິ່ງແຍງສຸຂະພາບຊ່ອງປາກບໍ່ສະອາດ.
6. ໃສ່ແຂ້ວປອມທີ່ແຕກຫັກ ຫຼື ແຂ້ວປອມທີ່ບໍ່ຖືກສຸຂະລັກສະນະ.
7. ການກິນຜັກ ແລະ ໝາກໄມ້ໜ້ອຍກໍ່ເປັນປັດໄຈສ່ຽງອີກຢ່າງໜຶ່ງ.
8. ມີປະຫວັດການຕິດເຊື້ອໄວຣັສ APV: ເປັນຕົ້ນແມ່ນກຸ່ມທີ່ມີເພດສຳພັນທາງປາກ ( oral sex ) ຈະສ່ຽງຕໍ່ການຕິເຊື້ອ APV ແລະ ຈະນຳໄປສູ່ການເປັນມະເຮັງຊ່ອງປາກໄດ້.
9. ມີການລະຄາຍເຄືອງໃນຊ່ອງປາກແບບຊ້ຳເຮື້ອຈາກແຂ້ວ ຫຼື ແຂ້ວແຕກບິ່ນຈົນເກີດຄວາມຄົມເຮັດໃຫ້ລະຄາຍເຄືອງເນື້ອເຍື້ອຊ່ອງປາກ.
10. ມີປະຫວັດບຸກຄົນໃນຄອບຄົວເຄີຍເປັນມະເຮັງບໍລິເວນທາງເດີນອາຫານສ່ວນເທິງ.
11. ມີພາວະພູມຄຸ້ມກັນຜິດປົກກະຕິ.

 

ທີ່ມາຈາກ: Lines Logo
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...