spot_img
Homeຂ່າວການພັດທະນາການປະຕິບັດຄຳສັ່ງ 15/ນຍ ສາມາດຢຶດໄມ້ເປັນຂອງລັດ 55,000 ກວ່າແມັດກ້ອນ ພ້ອມເປີດປະມູນຂາຍ!

ການປະຕິບັດຄຳສັ່ງ 15/ນຍ ສາມາດຢຶດໄມ້ເປັນຂອງລັດ 55,000 ກວ່າແມັດກ້ອນ ພ້ອມເປີດປະມູນຂາຍ!

Published on

ຂປລ. ຄະນະເພາະກິດຂັ້ນຕ່າງໆ ສາມາດຢຶດໄມ້ເປັນຂອງລັດ ຈຳນວນທັງໝົດ 55.421 ​ແມັດກ້ອນໃນນີ້​​ ໄດ້ຂາຍອອກແລ້ວ ຈຳນວນ 7.300 ກວ່າ​​ແມັດກ້ອນ​, ​ໄມ້ຍັງບໍ່ທັນຂາຍ ມີຈຳນວນ 48 ພັນກວ່າແມັດກ້ອນ,ໄມ້ທີ່ຄ້າງສະໜາມ ຍົກມາຈາກປີກ່ອນ ມີຈຳນວນທັງໝົດ 104.230 ກວ່າແມັດກ້ອນ ທັງນີ້ ກໍຍ້ອນການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ຢ່າງເປັນເອກະພາບສູງ ໃນຂອບເຂດທົ່ວປະເທດ.

ທ່ານ ຈະ​ເລີເຢຍປາວເຮີໄດ້ກ່າວເມື່ອບໍ່ດົນນີ້ວ່າ: ​ຈຳນວນໄມ້ທີ່ຍັງບໍ່ທັນໄດ້ຂາຍ 48.000 ກວ່າແມັດກ້ອນ ກອງປະຊຸມເຫັນດີ ໃຫ້ປະມູນຂາຍທົ່ວປະເທດໂດຍເລີ່ມຈາກແຂວງອັດຕະປືແລະ ​ແຂວງຊຽງຂວາງກ່ອນ,​  ສຳລັບໄມ້ຈຳນວນ 28.700 ກວ່າແມັດກ້ອນ ທີ່ຕັດຢູ່ແຂວງໄຊສົມບູນນັ້ນ​ ໃຫ້ດຳເນີນການກວດກາຕົວຈິງ ມີຈຳນວນເທົ່າໃດທີ່ຕັດຖືກເຂດອະນຸຍາດແລະ ຈຳນວນທີ່ບໍ່ຖືກເຂດອະນຸຍາດແລ້ວຢຶດເປັນຂອງລັດ ຍ້ອນເປັນໄມ້ທີ່ຕັດບໍ່ຖືກຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍໄມ້ (ຕັດບໍ່ຖືກເຂດກຳນົດ)​, ​ພ້ອມນີ້ ໂກຕ້າໄມ້ທີ່ກະຊວງ, ​ແຂວງແລະເມືອງໄດ້ອະນຸມັດ ໃນສົກປີ 2015-2016 ທີ່ບໍ່ທັນຈັດຕັ້ງປະຕິບັດ ຫລື ປະຕິບັດບໍ່ທັນສຳເລັດນັ້ນ ໃຫ້ລົບລ້າງຢ່າງຂາດຕົວເຊັ່ນດຽວກັນ ບໍ່ອະນຸຍາດໃຫ້ກະຊວງ ຫລື ທ້ອງຖິ່ນທົ່ວປະເທດ ອອກອະນຸຍາດຂຸດຄົ້ນໄມ້ ເພື່ອແລກປ່ຽນ ໂຄງການກໍ່ສ້າງພື້ນຖານໂຄງລ່າງທຸກປະເພດຢ່າງເດັດຂາດ ພ້ອມ​​ໃຫ້ກວດກາກ່ຽວກັບບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ລຽບຊາຍ​​ແດນ ທີ່ໄດ້ຕົກລົງເອົາໄມ້ແລກປ່ຽນ ກ່ອນຄຳສັ່ງເລກທີ 15/ນຍແລ້ວລາຍງານ ໃຫ້ລັດຖະບານພິຈາລະນາຕົກລົງແກ້ໄຂ.

ປັດຈຸບັນ ໄມ້ທີ່ຍັງຄ້າງສະໜາມ ໃນຂອບເຂດທົ່ວປະເທດມີທັງໝົດຈຳນວນ 270.400 ກວ່າ​​ແມັດກ້ອນ, ​ໃນນີ້ໄມ້ທີ່ໄດ້ ເສຍພາສີອາກອນ ຄົບຖ້ວນແລ້ວ ມີຈຳນວນເກືອບ 80.000 ​ແມັດກ້ອນ, ​ເປັນເງິນຈຳນວນ 43.297.663.243 ກີບແລະ 3.616.000 ກວ່າໂດລາສະຫະລັດ, ​ໄມ້ທີ່ຄ້າງມອບພັນທະພາສີອາກອນ ມີຈຳນວນ 191.000 ກວ່າແມັດກ້ອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...