Homeຂ່າວຕ່າງປະເທດແຜ່ນດິນໄຫວຂະໜາດ 6.2 ຢູ່ອີຕາລີ ເສຍຊີວິດແລ້ວເກືອບ 160 ຄົນ ບາດເຈັບອີກ 3 ຮ້ອຍກວ່າຄົນ!

ແຜ່ນດິນໄຫວຂະໜາດ 6.2 ຢູ່ອີຕາລີ ເສຍຊີວິດແລ້ວເກືອບ 160 ຄົນ ບາດເຈັບອີກ 3 ຮ້ອຍກວ່າຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ສິງຫານີ້ວ່າ ໃນເວລາ 03:36 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 24 ສິງຫາ 2016 ຜ່ານມານີ້ ໄດ້ເກີດເຫດແຜ່ນດິນໄຫວ ຂະໜາດ 6.2 ຣິກເຕີ້ ໃກ້ກັບເມືອງ Norcia ຫ່າງຈາກ ນະຄອນຫລວງໂຣມ ປະເທດອີຕາລີ ໄປທາງຕາເວັນອອກສຽງເໜືອ ປະມານ 100​ ກິໂລແມັດ ສ້າງຄວາມເສຍຫາຍຢ່າງມະຫາສານ ໂດຍທ່ານ ມັດເຕໂອ ເຣນຊີ ນາຍົກລັດຖະມົນຕີອີຕາລີ ໄດ້ອອກມາປະກາດໃຫ້ ເຫດການແຜ່ນດິນໄຫວຄັ້ງນີ້ ເປັນສະຖານະການໄພພິບັດແຫ່ງຊາດ ຊຶ່ງມາຮອດປັດຈຸບັນ ຍອດຜູ້ເສຍຊີວິດຈາກເຫດການດັ່ງກ່າວ ໄດ້ເພີ່ມຂຶ້ນສູງເປັນ ຢ່າງໜ້ອຍ 159 ຄົນແລ້ວ ໂດຍໃນນັ້ນລວມມີທັງເດັກນ້ອຍຢູ່ນຳ ແລະ ມີຜູ້ໄດ້ຮັບບາດເຈັບອີກ 368 ຄົນ ໃນຂະນະທີ່ປະຊາຊົນອີກຫລາຍພັນຄົນ ກາຍເປັນຜູ້ບໍ່ມີທີ່ຢູ່ອາໄສຊົ່ວຄາວ.

559000008775905 559000008775906 559000008775909

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...