Homeຂ່າວການພັດທະນາໂຄງການລົດໄຟລາວ-ຈີນເກີດແທ້! ຫລັງພິຈະນາອະນຸມັດງົບຄ່າຊົດເຊີຍໃຫ້ຜູ້ໄດ້ຮັບກະທົບ

ໂຄງການລົດໄຟລາວ-ຈີນເກີດແທ້! ຫລັງພິຈະນາອະນຸມັດງົບຄ່າຊົດເຊີຍໃຫ້ຜູ້ໄດ້ຮັບກະທົບ

Published on

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈະລົງມືກໍ່ສ້າງໃນໄວໆນີ້ ເມື່ອລັດຖະບານລາວຢືນຢັນວ່າການປັກຫລັກໝາຍແລ້ວທາງໃນເຂດຊຸມຊົນໄດ້ສໍາເລັດໂດຍພື້ນຖານແລ້ວ ປັດຈຸບັນພວມພິຈາລະນາອະນຸມັດງົບປະມານຄ່າເວນຄືນທີ່ດິນ-ຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ລວມທັງຍັງສືບຕໍ່ການປັກຫລາຍຂອບເຂດສະຖານນີລົດໄຟຢູ່ເມືອງວັງວຽງ ແຂວງວຽງຈັນ,ເມືອງຫລວງພະບາງ ແຂວງຫລວງພະບາງ ແລະ ເມືອງໄຊ ແຂວງອຸດົມໄຊ. ຂະນະທີ່ ລັດຖະບານລາວພວມພິຈາລະນາຄັດເລືອກເອົາບໍລິສັດຂອງຄົນລາວຈໍານວນ 20 ບໍລິສັດເຂົ້າຮ່ວມເປັນບໍລິສັດຜູ້ຮັບເໝົາລູກຊວງເພື່ອເຂົ້າຮ່ວມການກໍ່ສ້າງຢ່າງເປັນທາງການ.

ຫລ້າສຸດ ເຈົ້າໜ້າທີ່ໜ່ວຍງານກ່ຽວຂ້ອງໄດ້ເປີດເຜີຍວ່າ: ຂະບວນການໄກເກ່ຍ, ເວນຄືນທີ່ດິນ ແລະ ການມີສ່ວນຂອງປະຊາຊົນທີ່ໄດ້ດໍາເນີນການຈັດຕັ້ງປະຕິບັດໃນບັນດາແຂວງ ແລະ ນະຄອນຫລວງໄດ້ສໍາເລັດການແຕ່ງຕັ້ງຄະນະກໍາມະການໄກເກ່ຍ ແລະ ວຽກເວນຄືນທີ່ດິນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ກຽມຂຶ້ນແຜນສະເໜີຂໍງົບປະມານບໍລິຫານເພື່ອໃຊ້ຈ່າຍໃນການດໍາເນີນການຈັດຕັ້ງປະຕິບັດວຽກດັ່ງກ່າວ. ປັດຈຸບັນລັດຖະບານພວມພິຈາລະນາອະນຸມັດງົບປະມານບໍລິຫານເກືອບ 5 ຕື້ກີບເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ສ່ວນງົບປະມານທີ່ຈະນໍາໃຊ້ເຂົ້າໃນການວຽກງານເວນຄືນທີ່ດິນ ແລະ ຄ່າຊົດເຊີຍສິ່ງປຸກສ້າງຕ່າງໆນັ້ນທາງບໍລິສັດຮ່ວມທຶນລົດໄຟລາວ-ຈີນຈະໄດ້ນໍາໃຊ້ເງິນຂອງໂຄງການຕາມທີ່ໄດ້ລະບຸໄວ້ໃນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ.

ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ຫົວໜ້າຄະນະປະສານງານໂຄງການທາງລົດໄຟລາວ-ຈີນ ໄດ້ກ່າວໃນການເຜີຍແຜ່ ເອກະສານດັ່ງກ່າວ ໃນວັນທີ 10 ສິງຫານີ້ ຢູ່ ນະຄອນ ຫລວງວຽງຈັນ ວ່າ : ໂຄງການລົດໄຟລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນI, ເສັ້ນທາງດ່ຽວ, ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງການແມ່ນ 1.2% ຢູ່ເຂດທົ່ງພຽງ, 2.4%ເຂດພູສູງ, ເຕັກນິກການອອກແບບແມ່ນອີງໃສ່ພູມີປະເທດເປັນຫລັກໃນນີ້ແບ່ງການ ອອກແບບເປັນ 2 ຊ່ວງຄື : ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ , ຄວາມໄວຂອງລົດໄຟແມ່ນອີງໃສ່ການ ຄິດໄລ່ປະສິດທິຜົນສູງສຸດໃນການບໍລິການຂົນສົ່ງໂດຍສານ – ສິນຄ້າ ເຊິ່ງນຳໃຊ້ລາງຮ່ວມ ກັນ, ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານທີ່ມີປະສິດຕິຜົນ ສະເພາະ ເຂດພູ ດອຍແມ່ນ 160 ກມ/ຊມ, ເຂດທົ່ງພຽງ ຊ່ວງວັງວຽງ-ນະຄອນຫລວງວຽງຈັນ 200 ກມ/ຊມ ໃນອະນາຄົດ, ຄວາມໄວສຳລັບການຂົນສົ່ງສິນຄ້າ 120 ກມ/ຊມ, ລະບົບການຂັບເຄື່ອນຂະບວນລົດໄຟແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ມີຄວາມສາມາດຮອງຮັບນ້ຳໜັກໄດ້ເຖິງ 3000 ໂຕນໃນໄລຍະເລີ່ມຕົ້ນ, ສາ ມາດເພີ່ມຂຶ້ນເປັນ 4000 ໂຕນ ໃນໄລຍະຍາວ.

ທ່ານ ລັດຕະນະມະນີ ຄູນນິວົງ ກ່າວຕື່ມວ່າ: ລັດຖະບານ ສປປ ລາວ – ສປ ຈີນ ສຳລັບໂຄງສ້າງການລົງທຶນ ສອງຝ່າຍ ຈະໄດ້ສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໂດຍຝ່າຍລາວຖືຮຸ້ນ 30%, ຈີນ 70% , ມີມູນຄ່າການລົງທຶນທັງໝົດຂອງໂຄງການແມ່ນປະມານ 5,956 ລ້ານໂດລາສະຫະລັດ, ໄລຍະທີ່ສາມາດແທນທຶນຄືນທັງໝົດຂອງການລົງທຶນແມ່ນ 35 ປີ (ລວມທັງໄລຍະການກໍ່ສ້າງ).

ພາບ-ຂ່າວ: ເກີດຂວັນໃຈ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...