spot_img
HomeຊີວິດແລະຄວາມຮັກWedding-Sex-loveອ່ານດ່ວນ! 10 ສາເຫດທີ່ເຮັດໃຫ້ຜູ້ຊາຍ "ເຊັກສ໌ເສື່ອມ"

ອ່ານດ່ວນ! 10 ສາເຫດທີ່ເຮັດໃຫ້ຜູ້ຊາຍ “ເຊັກສ໌ເສື່ອມ”

Published on

ຈາກຊາຍໜຸ່ມທີ່ດຸໝັ້ນເຮັດການບ້ານວັນລະຫຼາຍເທື່ອ ກາຍເປັນຄໍຕົກຄໍເຕື່ອຍຕ່ອຍຈັ່ງໃດກໍ່ບໍ່ຕື່ນ ນີ້ມັນໝາຍເຖິງອາການ “ເຊັກສ໌ເສື່ອມ” ເລື່ອງນີ້ຖືວ່າເປັນເລື່ອງໃຫຍ່ຂອງຜູ້ຊາຍ ແລະ ເປັນເລື່ອງໃຫຍ່ໃນຄວາມສຳພັນຊີວິດຄອບຄົວ ເພາະເຫັນຫຼາຍຄູ່ແລ້ວ ເກີດມີບັນຫາປະຮ້າງກັນຍ້ອນເລື່ອງແບບນີ້ ໃນ ຄໍລຳ ຄວາມຮັກ ກັບ ເຊັກສ໌ ພວກເຮົາເລີຍມີ ສາເຫດທີ່ເຮັດໃຫ້ຜູ້ຊາຍ “ເຊັກສ໌ເສື່ອມ” ມາຝາກກັນ

1. ຮໍໂມນເພດຊາຍຕ່ຳ ຖ້າຜູ້ຊາຍຄົນໃດມີພາວະຮໍໂມນເພດຊາຍຕ່ຳ ຄວາມຕ້ອງການທາງເພດກໍ່ຈະຫຼຸດລົງໄປເຊັ່ນດຽວກັນ

2. ການໃຊ້ຢາບາງຊະນິດ ຢາບາງຊະນິດຈະໄປຫຼຸດລະດັບຮໍໂມນ ເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ເຊັ່ນ: ຢາຫຼຸດຄວາມດັນ

3. ໂຣກ RLS ຜູ້ປ່ວຍຈະຮູ້ສຶກມີໂຕຫຍັງໄຕ່ທີ່ຂາຢູ່ເລື່ອຍໆ ໂດຍນັກວິໄຈພົບວ່າ ຜູ້ທີ່ມີອາການຂອງໂຣກ RLS ມີແນວໂນ້ມວ່າຈະເປັນມັນກວ່າຜູ້ຊາຍປົກກະຕິ

4. ຊຶມເສົ້າ ອາການຊຶມເສົ້າສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍຢ່າງ ຖ້າໃຜບໍ່ຢາກໃຫ້ເຊັກສ໌ເສື່ອມກໍ່ເຮັດຕົວໃຫ້ສົດຊື່ນມີຊີວິດຊີວາເຂົ້າໄວ້

5. ເຈັບປ່ວຍຊ້ຳເຮື້ອ ຜູ້ທີ່ມັກປ່ວຍເປັນປະຈຳ ສຸຂະພາບບໍ່ແຂງແຮງ ຈະສົ່ງຜົນຕໍ່ເຊັກສ໌ໄດ້ ເພາະມັນຈະໄປຫຼຸດຈຳນວນການຜະລິດສະເປີມ ເຮັດໃຫ້ມີເພດສຳພັນໄດ້ບໍ່ດີເທົ່າທີ່ຄວນ

6. ມີບັນຫາດ້ານການຫຼັບນອນ ນັກວິໄຈພົບວ່າຮໍໂມນເພດຊາຍມີຄວາມສຳພັນກັບການນອນ ໂດຍຜູ້ຊາຍທີ່ມມີລະດັບຮໍໂມນເພດຕ່ຳ ມັກມີບັນຫາເລື່ອງການນອນບໍ່ຫຼັບ

7. ອາຍຸ ຜູ້ຊາຍທີ່ມີອາຍຸສູງຂຶ້ນ ຄວາມຕ້ອງການທາງເພດກໍ່ຈະຄ່ອຍຫຼຸດລົງຕາມອາຍຸທີ່ເພີ່ມຂຶ້ນ

8. ຄວາມຄຽດ ຄວາມຄຽດເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ເມື່ອເກີດຄວາມຄຽດ ຫຼື ຄວາມກົດດັນ ມັກຈະໄປຫຼຸດລະດັບຮໍໂມນຄວາມຕ້ອງການທາງເພດລົງ

9. ຕິດໜ້າຈໍໜ້າເກີນໄປ ຜົນການສຶກສາຂອງມະຫາວິທະຍາໄລ Rochester ປີ 2010 ພົບວ່າ ຜູ້ຊາຍທີ່ໃຊ້ຢູ່ກັບໜ້າຈໍໂທລະສັບ, ຄອມພິວເຕີ້, ແທັບເລັດ ຫຼາຍກວ່າ 20 ຊົ່ວໂມງ/ອາທິດ ຮ່າງການຈະຜະລິດສະເປີມໄດ້ໜ້ອຍລົງເຖິງ 44%

10. ບໍ່ຄ່ອຍໄດ້ໃຊ້ງານ ເຊິ່ງຜົນການສຶກສາທີ່ຕີພິມລົງວາລະສານ American Journal of Medicine ເມື່ອປີ 2008 ຜູ້ຊາຍທີ່ມີເຊັກສ໌ໜ້ອຍກວ່າ 1 ຄັ້ງຕໍ່ອາທິດ ມີຄວາມສ່ຽງທີ່ຈະເປັນໂຣກເສື່ອມສະມັດທະພາບທາງເພດຫຼາຍທີ່ສຸດ ສ່ວນຜູ້ຊາຍທີ່ມີເຊັກສ໌ 3 ຄັ້ງ/ອາທິດ ມີແນວໂນ້ມມີສຸຂະພາບທາງເພດທີ່ດີກວ່າ

 

ທີ່ມາຈາກ: http://www.fhm.in.th/SECTION-FEATURES/TOP-10/READ-8-Case-for-low-libido-160712/

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...