spot_img
Homeຍ້ອງຍໍຄົນດີເດັ່ນບຸນຍະແສງ ນະຊຽງຄຳ ຄູຝຶກກີລາດອກປີກໄກ່ ລະດັບສາກົນ ຄົນທຳອິດຂອງ ສ.ປ.ປ ລາວ

ບຸນຍະແສງ ນະຊຽງຄຳ ຄູຝຶກກີລາດອກປີກໄກ່ ລະດັບສາກົນ ຄົນທຳອິດຂອງ ສ.ປ.ປ ລາວ

Published on

ສະຫະພັນກິລາ ດອກປີກໄກ່ແຫ່ງຊາດລາວ ມີຂ່າວສານມາແຈ້ງ ບັນດາທ່ານນັກກິລາ ແລະ ຄູຝຶກດອກປີກໄກ່ທົ່ວປະເທດຊາບ ໃນຜົນສຳເລັດຂອງສະຫະພັນ ທີ່ເຮັດໄດ້ກໍ່ຄື: ບຸນຍະແສງ ນະຊຽງຄຳ ຄູຝຶກດອກປີກໄກ່ ລະດັບສາກົນຄົນທຳອິດຂອງ ສ.ປ.ປ ລາວ ທີ່ສຳເລັດໃນຫລັກສູດ International Coaching Course 2016 ທີ່ ເມືອງບູດາເປສ ປະເທດຮັງກາລີ ເຊິ່ງໄດ້ຮັບການສະໜັບສະໜູນ ແລະ ຢັ້ງຢືນຈາກ ຄະນະກຳມະການ ໂອແລມປິກສາກົນ.

561_sub_1

ເຖິງແມ່ນວ່າ ຜູ້ກ່ຽວຈະເຮັດວຽກຮ່ວມກັບ ສະຫະພັນກິລາ ດອກປີກໄກ່ແຫ່ງຊາດລາວ ມາເປັນເວລາເກືອບ 10 ປີແລ້ວກໍ່ຕາມ ໃນຖານະກຳມະການ ຈັດການແຂ່ງຂັນ ແລະ ເລຂານຸການຂອງ ສະຫະພັນ ແຕ່ໃນດ້ານເຕັກນິກ ກ່ຽວກັບກິລາດອກປີກໄກ່ນັ້ນ ຜູ້ກ່ຽວເກືອບບໍ່ມີຄວາມຮູ້ ໃນກິລານີ້ເລີຍ ແຕ່ດ້ວຍການສະໜັບສະໜູນ ຈາກຜູ້ໃຫຍ່ກໍ່ຄື ຄະນະກຳມະການ ກິລາໂອແລມປິກແຫ່ງຊາດລາວ ເວົ້າລວມ ເວົ້າສະເພາະກໍ່ຄື ສະຫະພັນກິລາ ດອກປີກໄກ່ແຫ່ງຊາດລາວ ໄດ້ຕັດສິນໃຈສົ່ງ ຜູ້ກ່ຽວເຂົ້າຮ່ວມຄັດເລືອກ ເພື່ອໄປຮຽນໃນດ້ານຄູຝຶກ ກິລາດອກປີກໄກ່ ໃນລະດັບສາກົນ.

ເຖິງຢ່າງໃດກໍ່ຕາມ ຈາກປະສົບການເຮັດວຽກທີ່ຜ່ານມາ ແລະ ລະດັບການສຶກສາ ຈົບປະລິນຍາໂທ ດ້ານການບໍລິຫານ ໄດ້ເຮັດໃຫ້ແບບຟອມຂອງຜູ້ກ່ຽວ ສາມາດຜ່ານການຄັດເລືອກ ເຂົ້າຮຽນໃນຫລັກສູດ ຄູຝຶກລະດັບສາກົນນີ້ໄດ້.

ຜ່ານການຮ່ຳຮຽນ ຫລັກສູດດັ່ງກ່າວ ມາເປັນເວລາ 3 ເດືອນເຕັມ (20 ມີນາ ເຖິງ 15 ມິຖຸນາ 2016) ທັງດ້ານທິດສະດີຈຳນວນ 12 ວິຊາ ແລະ ພາກປະຕິບັດຕົວຈິງ ພ້ອມດ້ວຍການນຳສະເໜີ ບົດວິທະຍານິພົນ, ບຸນຍະແສງ ກໍ່ສາມາດຜ່ານການສອບເສັງໄດ້ ແລະ ໄດ້ຄະແນນໃນລຳດັບທີ 9 ຈາກບັນດາຄູຝຶກທີ່ເຂົ້າຮ່ວມ ຝຶກອົບຮົມທັງຫມົດ 26 ຄົນຈາກທັງຫມົດ 24 ປະເທດໃນທົ່ວໂລກ ເຊິ່ງຈັດຢູ່ໃນລະດັບດີ ຜົນງານທີ່ຍາດໄດ້ນັ້ນ ຜູ້ກ່ຽວກໍ່ມີແຜນການ ທີ່ຈະຈັດຝຶກອົບຮົມ ໃຫ້ແກ່ບັນດາຄູຝຶກ ກິລາດອກປີກໄກ່ ພາຍໃນທົ່ວປະເທດໃນໄວໆນີ້.

ຈາກຜົນທີ່ໄດ້ຮັບເຫັນວ່າ ເປັນບາດກ້າວທຳອິດ ໃນເວທີສາກົນ ທີ່ຄູຝຶກດອກປີກໄກ່ຂອງ ສ.ປ.ປ ລາວ ກໍ່ສາມາດຍາດໄດ້ ຜົນງານທີ່ດີເຊັ່ນກັນ ເປັນບາດກ້າວໃຫມ່ ໃຫ້ແກ່ວົງການກິລາ ດອກປີກໄກ່ລາວ ແລະ ກໍ່ຫວັງວ່າຈະມີ ຄູຝຶກດອກປີກໄກ່ ລະດັບສາກົນຂອງ ສ.ປ.ປ ລາວ ຄົນຕໍ່ໄປອີກຕື່ມເຊັ່ນກັນ.

 

ຂອບໃຈຂໍ້ມູນ ແລະ ພາບຈາກ ສະຫະພັນກິລາ ດອກປີກໄກ່ແຫ່ງຊາດລາວ

ຂ່າວຈາກ: http://laosportnews.com/index.php/news/article/561

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...