spot_img
Homeວົງການສື່ມວນຊົນກຽມພົບກັບຮູບເງົາ “ໃຫ້ຮັກປ່ຽນໂລກ” ຄວາມຮັກຂອງ ບາຣັກໂອບາມາ

ກຽມພົບກັບຮູບເງົາ “ໃຫ້ຮັກປ່ຽນໂລກ” ຄວາມຮັກຂອງ ບາຣັກໂອບາມາ

Published on

ທ່ານ ຈອນເລເຈນ ຈາກຜົນງານເພງຊື່ດັງໃນ Billboard 100 ແລະຍັງໄດ້ຮັບລາງວັນ ອອດກາ ສາຂາເພງ ປະກອບທີ່ເດັ່ນ ແລະເທື່ອນີ້ ຈອນເລເຈນ ກັບມາຄວບຄຸມການສະແດງຮູບເງົາຮັກສຸດປະທັບໃຈເລື່ອງ So-uthside With you (ໃຫ້ຮັກ ປ່ຽນໂລກ) ຊຶ່ງຄ່າຍໂມໂນຟີມວາງກຳນົດຈະສາຍໃນວັນທີ 8 ກັນຍານີ້.
“ໃຫ້ຮັກປ່ຽນໂລກ” ເປັນຮູບເງົາທີ່ ເລົ່າເຖິງຄວາມຮັກຄັ້ງທຳອິດລະຫວ່າງ ທ່ານ ບາຣັກໂອບາມາ ກັບ ມິເຊລ ໂຣບິນສັນ, ທີ່ໃນຄັ້ງນັ້ນ ໂອບາມາເປັນພຽງຊາຍໜຸ່ມ ນັກສຶກສາວິຊາກົດໝາຍທີ່ເຝິກງານຢູ່ ສຳນັກງານທະນາຍຄວາມທີ່ ມິເຊວ ເຮັດວຽກຢູ່ ນິໄສທີ່ຄືກັນຂອງທັງຄູ່ ເຮັດໃຫ້ ໂອບາມາ ຂໍນັດໄປທ່ຽວກັບມິເຊລເປັນເທື່ອທຳອິດເລື່ອງລາວຄວາມຮັກຂອງທັງຄູ່ຈຶ່ງເກີດຂຶ້ນ, ນອກຈາກຈະໄດ້ຊົມສາກການໄປທ່ຽວນຳກັນຂອງທັງຄູ່ແລ້ວ ຍັງມີບົດເພງທີ່ຮັບຮອງ ໄດ້ວ່າຕ້ອງປະທັບໃຈບໍ່ຮູ້ລືມ. ຮູບເງົາດັ່ງກ່າວສ້າງໂດຍ ແມທ ແຈັດສັນ ໂດຍມີ ຈອນເລເຈນ ເຮັດໜ້າທີ່ຄວບຄຸມການສະແດງໂດຍ ໂຣເບິດ ໄທເທລ ເປັນຜູ້ກຳກັບ ແລະຂຽນບົດໂດຍ ຣິຊາດ ແທນ ນຳສະແດງໂດຍ ປາກເກີ ຊໍເຢີສ ແລະທິກ້າຊຳເຕີ, ຊຶ່ງກຽມພົບກັບເລື່ອງລາວຂອງໜຸ່ມສາວກ່ອນຈະກາຍເປັນປະທານາທິບໍດີ ແລະ ສະຕີໝາຍເລກ 1 ຂອງອາເມລິກາໄດ້ໃນວັນທີ 8 ກັນຍາທີ່ຈະມາເຖິງນີ້ຢູ່ໂຮງຮູບເງົາ

 

ທີ່ມາ: ເສດຖະກິດ-ສັງຄົມ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...