Homeຂ່າວພາຍ​ໃນຊາແນ ມິວເລີ (Shaunae Miller) ຄວ້າຫຼຽນຄຳ ໃນລາຍການ ແລ່ນລານຍິງ 400 ແມັດ ໃນໂອລິມປິກ 2016

ຊາແນ ມິວເລີ (Shaunae Miller) ຄວ້າຫຼຽນຄຳ ໃນລາຍການ ແລ່ນລານຍິງ 400 ແມັດ ໃນໂອລິມປິກ 2016

Published on

ຊາແນ ມິວເລີ (Shaunae Miller) ນັກກິລາແລ່ນລານ ຊາວ ບາຮາມາດ (Bahamas) ຄວ້າຫຼຽນຄຳ ໃນລາຍການ ແລ່ນລານຍິງ 400 ແມັດ ໂດຍແຊງ ອາລີຊັນ ຟີລິກ (Allyson Felix) ຊາວອາເມລິກາ ເຂົ້າເສັ້ນໄຊ ດ້ວຍຄວາມດີໃຈຈົນລົ້ມ ເຊິ່ງເຮັດເວລາໄດ້ 49.44 ວິນາທີ. ອາລີຊັນ ຟີລິກ ແຊັມໂລກ 3 ສະໄໝ, ເຈົ້າຂອງ ຫຼຽນຄຳ ໂອລິມປິກ 2012 ແລະ ຫຼຽນເງິນໃນ ໂອລິມປິກ 2 ສະໄໝ.  ສຳລັບລາຍການ ແລ່ນ 400 ແມັດ ນີ້,  ອາລີຊັນ ຟີລິກ ໄດ້ພຽງຫຼຽນເງິນ ໂດຍເຮັດເວລາໄດ້ 49.51 ວິນາທີ ແລະ ຫຼຽນທອງເປັນຂອງ ຊີຣິກກາ ແຈັກຊັນ (Shericka Jackson) ເຮັດເວລາໄດ້ 49.85 ວິນາທີ.

543

ຂໍ້ມູນຈາກ bbc.com, rio2016.com, daily.ddns.net

http://laosportnews.com/index.php/news/article/543

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....