spot_img
Homeຂ່າວເຫດການວັນທີ 01 ຕຸລາ 2016 ນີ້ ທຸລະກິດຢາສູບຕ້ອງຕິດຮູບເຕືອນອັນຕະລາຍຕໍ່ສຸຂະພາບໃສ່ຊອງຢາ

ວັນທີ 01 ຕຸລາ 2016 ນີ້ ທຸລະກິດຢາສູບຕ້ອງຕິດຮູບເຕືອນອັນຕະລາຍຕໍ່ສຸຂະພາບໃສ່ຊອງຢາ

Published on

ລັດຖະບານ ສປປ.ລາວ ໂດຍແມ່ນກະຊວງສາທາລະນະສຸກ ໄດ້ກໍານົດໃຫ້ຜູ້ດໍາເນີນທຸລະກິດ ຜູ້ຜະລິດ ຮວມທັງຜູ້ນໍາເຂົ້າຢາສູບ ຕ້ອງພິມຄໍາເຕືອນກ່ຽວກັບຜົນຮ້າຍຂອງການສູບຢາທີ່ມີຕໍ່ສຸຂະພາບຂະ  ໜາດ 75% ຕິດໃສ່ດ້ານໜ້າ, ດ້ານຫຼັງຂອງຊອງຢາສູບ ແລະໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ຕຸລາ 2016 ເປັນຕົ້ນໄປ.

ຖືເປັນຄວາມພະຍາຍາມຂອງລັດຖະບານ ໃນນາມປະເທດພາຄີຂອງສົນທິສັນຍາອົງການອະນາໄມໂລກ ເຊິ່ງຕ້ອງໄດ້ປະຕິບັດຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ ສປປ.ລາວ ເຮົາໄດ້ຮັບຮອງເອົານັບແຕ່ປີ 2006 ເປັນຕົ້ນມາ ຖັດຈາກນັ້ນອີກ 3 ປີຄື: ໃນປີ 2009 ປະເທດເຮົາກໍໄດ້ມີກົດໝາຍວ່າດ້ວຍການຄວບຄຸມຢາສູບ ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວກໍເຫັນວ່າ ສປປ.ລາວ ສາມາດປະຕິບັດໄດ້ໃນຫຼາຍມາດຕາ ຂະນະດຽວກັນກໍຍັງມີອີກຫຼາຍມາດຕາທີ່ຍັງບໍ່ທັນປະຕິບັດໄດ້ຕາມພັນທະຂອງຕົນ ເປັນຕົ້ນກໍແມ່ນຂໍ້ກໍານົດໃຫ້ຜູ້ປະກອບການທຸລະກິດຢາສູບພິມຄໍາເຕືອນສຸຂະພາບຂະໜາດ 75%ໃສ່ດ້ານໜ້າ ແລະດ້ານຫຼັງຂອງຊອງຢາສູບ. ດັ່ງນັ້ນ ລັດຖະມົນຕີກະຊວງສາທາລະນະສຸກ ຈິ່ງໄດ້ອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ຄູ່ມືແນະນໍາຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ກ່ຽວກັບການປົກປ້ອງນະໂຍບາຍສາທາລະນະສຸກຈາກການແຊກແຊງຂອງອຸດສາຫະກໍາຢາສູບໃຫ້ເປັນຮູບປະທໍາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດກ່ຽວກັບການພິມຄໍາເຕືອນສຸຂະພາບຂະໜາດ 75% ໃສ່ດ້ານໜ້າ ແລະດ້ານຫຼັ້ງຊອງ ຫຼື ຕຸດຢາສູບ ນັບແຕ່ຕົ້ນເດືອນຕຸລາ 2016 ເປັນຕົ້ນໄປ ຮວມທັງມີການຈັດເຂດປອດຄວັນຢາສູບ ແລະການຫ້າມໂຄສະນາຢາສູບ.

ທັງນີ້ ຈິ່ງມີການປະຊຸມເຜີຍແຜ່ຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຄວບຄຸມຢາສູບ ເຊິ່ງຈັດຂຶ້ນໃນວັນທີ 10 ສິງຫາ 2016 ຜ່ານມາທີ່ສະຖາບັນ ສາທາລະນະສຸກ ກົມອະນາໄມສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນນາມກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ ແລະສະມາພັນຄວບຄຸມຢາສູບອາຊຽນ ໂດຍການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຂະແໜງການທີ່ກ່ຽວຂ້ອງຈາກ 5 ແຂວງພາກກາງຄື ບໍລິຄໍາໄຊ,ຄໍາມ່ວນ, ວຽງຈັນ, ໄຊສົມບູນ ແລະນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນວ່າ ຂໍ້ກໍານົດໃຫ້ຜູ້ດໍາເນີນທຸລະກິດຢາສູບຕ້ອງພິມຄໍາເຕືອນສຸຂະພາບເປັນຮູບຂະໜາດ 75% ໃສ່ດ້ານໜ້າ ແລະ ດ້ານຫຼັງຂອງຊອງຢາສູບ ຫຼືຕຸດຢາສູບ ພາຍໃນວັນທີ 01 ຕຸລາ 2016 ຈະເຮັດໃຫ້ປະຊາຊົນລາວທົ່ວປະເທດເຫັນໄດ້ ແລະຮັບຮູ້ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະການໄດ້ຮັບຄວັນຢາສູບຜ່ານຮູບພາບຄໍາເຕືອນເຫຼົ່ານັ້ນ ເຮັດໃຫ້ເດັກ ແລະໄວໜຸ່ມທີ່ຍັງບໍ່ທັນເລີ່ມສູບຢາເຫັນໄດ້ຄວາມອັນຕະລາຍ ຂະນະທີ່ຜູ້ສູບຢາກໍຫຼຸດຜ່ອນລົງເທື່ອລະກ້າວ ແລະ ນໍາມາສູ່ການອອກຢາສູບໃນທີ່ສຸດ ເຊິ່ງຈະຊ່ອຍໃຫ້ສັງຄົມລາວມີສຸຂະພາບແຂງແຮງ ແລະມີອາຍຸຍືນຍາວ. ສໍາລັບຜູ້ລະເມີດແມ່ນຈະຖືກປັບໄໝ ແລະຮັບຜິດຊອບຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ.

ສໍາລັບຄວາມຄືບໜ້າໃນການປະຕິບັດກົດໝາຍຢາສູບຈະມີຜົນສໍາເລັດຕາມຈຸດປະສົງຂອງລັດຖະບານ ກໍຂຶ້ນຢູ່ກັບການຮ່ວມມືຂອງບັນດາຜູ້ປະກອບການດໍາເນີນທຸລະກິດກ່ຽວກັບຢາສູບ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍຈະຕ້ອງຕັດສິນໃຈ ແລະເພີ່ມທະວີຄວາມຮັບຜິດຊອບ ທັງນີ້ ກໍເພື່ອຫຼຸດຜ່ອນ ແລະປ້ອງກັນອັນຕະລາຍຕໍ່ຊີວິດ ຮວມເຖິງຊັບສິນ ເຊິ່ງປາກົດເຫັນຢູ່ແລ້ວວ່າການສູບຢາ ແລະການໄດ້ຮັບຄວັນຢາສູບມືສອງລ້ວນແຕ່ມີຜົນກະທົບຕໍ່ບຸກຄົນ, ຄອບຄົວ ແລະສັງຄົມ ທັງໄລຍະສັ້ນ, ໄລຍະຍາວ.

 

ທີ່ມາ: Vientiane today

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...