spot_img
Homeຄວາມງາມວິທີດູແລໜ້າເອິກໃຫ້ເຕັ່ງຕຶງ ສຸຂະພາບດີ ຫຼຸດຄວາມສ່ຽງມະເຮັງເຕົ້ານົມ

ວິທີດູແລໜ້າເອິກໃຫ້ເຕັ່ງຕຶງ ສຸຂະພາບດີ ຫຼຸດຄວາມສ່ຽງມະເຮັງເຕົ້ານົມ

Published on

ການທີ່ມີໜ້າເອິກເຕັ່ງຕຶງສຸຂະພາບດີ ເປັນສິ່ງທີ່ສາວໆ ຫຼາຍຄົນປາຖະໜາຢູ່ແລ້ວ ວັນນີ້ພວກເຮົາເລີຍມີວິທີມາແນະນຳ ລອງປະຕິບັດເບິ່ງຮັບຮອງວ່າທ່ານຈະມີໜ້າເອິກງາມສຸຂະພາບດີ ສົມໃຈແນ່ນອນ

ຄວນໃສ່ໃຈໃນການເລືອກເສື້ອຊ້ອນ ບໍ່ໃຫ້ເສື້ອຊ້ອນຄັບເກີນໄປ ຫຼື ຫຼົມເກີນໄປ ການທີ່ໃສ່ເສື້ອຊ້ອຍຄັບເກີນໄປມີຄວາມສ່ຽງເກີດການເປັນມະເຮັງເຕົ້ານົມໄດ້ ແລະ ທີ່ສຳຄັນເວລານອນບໍ່ຄວນໃສ່ເສື້ອຊ້ອນເລີຍດີທີ່ສຸດ

ງົດດື່ມອລກໍຮໍ ເພາະມີຜົນວິໃຈອອກມາວ່າແມ່ຍິງທີ່ດື່ມແອລກໍຮໍຫຼາຍ ມີຄວາມສ່ຽງທີ່ຈະເປັນມະເຮັງເຕົ້ານົມຫຼາຍກວ່າແມ່ຍິງທີ່ບໍ່ດື່ມແອລກໍຮໍ

ອອກກຳລັງກາຍ ຊ່ວຍໃຫ້ສຸຂະພາບຮ່າງກາຍແຂງແຮງຂຶ້ນ ແລະ ຍັງຊ່ວຍໃຫ້ສຸຂະພາບຂອອງໜ້າເອິກດີຂຶ້ນອີກດ້ວຍ

ເນັ້ນກິນຜັກ ແລະ ໝາກໄມ້ ຄົງຮູ້ກັນດີແລ້ວວ່າການກິນຜັກໝາກໄມ້ສາມາດຊ່ວຍຕ້ານມະເຮັງໄດ້ ການກິນແອັບເປິ່ນ, ແຄລັອດ, ກະທຽມ… ກໍ່ຍິ່ງຊ່ວຍປ້ອງກັນມະເຮັງເຕົ້ານົມໄດ້ດີ

ນວດໜ້າເອິກ ໝັ່ນນວດໜ້າເອິກເປັນປະຈຳເພື່ອກະຕຸ້ນການໄຫລວຽນຂອງເລືອດສູ່ໜ້າເອິກ ເຮັດໃຫ້ໜ້າເອິກເຕັ່ງຕຶງ

ໃຫ້ລູກດູດນົມຈາກເຕົ້າ ເພາະການໃຫ້ລູກດູດນົມຈະຊ່ວຍໃຫ້ໜ້າເອິກມີສຸຂະພາບດີ ແຖມຍັງຊ່ວຍໃຫ້ລູກນ້ອຍສຸຂະພາບດີອີກດ້ວຍ

ໝັ່ນກວດເຊັກໜ້າເອິກຕົວເອງເປັນປະຈຳ ເພື່ອສັງເກດເບິ່ງຄວາມຜິດປົກກະຕິຂອງນົມ

 

ຂໍ້ມູນຈາກ: http://health.kapook.com/view130201.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...