spot_img
Homeຂ່າວຕ່າງປະເທດເວ​ເນ​ຊູ​ເອ​ລາ ປະກາດຂຶ້ນ​ເງິນ­ເດືອນ​ຂັ້ນ​ຕ່ຳ 50% ຍ້ອນ​ເງິນ​ເຟີ້!

ເວ​ເນ​ຊູ​ເອ​ລາ ປະກາດຂຶ້ນ​ເງິນ­ເດືອນ​ຂັ້ນ​ຕ່ຳ 50% ຍ້ອນ​ເງິນ​ເຟີ້!

Published on

ປະ­ທາ­ນາ­ທິ­ບໍ­ດີ​ເວ​ເນ​ຊູ​ເອ​ລາ ນີໂກ​ລາ​ສ​ ມາ​ດູ​ໂຣ ໄດ້​ຕົກ­ລົງ​ເມື່ອວັນ​ທີ 12 ສິງ­ຫາ​ທີ່​ຜ່ານ​ມາ​ວ່າ ດ້ວຍ​ການ​ຍົກ​ລະ­ດັບເງິນ­ເດືອນຂັ້ນ​ຕ່ຳ​ຂຶ້ນ 50% ແລະ ວ່າ​ຂໍ້​ຕົກລົງ​ນີ້​ມີ​ຜົນ​ບັງ­ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ກັນ­ຍາ​ໜ້າ​ນີ້​ເປັນ­ຕົ້ນ​ໄປ ນີ້​ເປັນການ​ຂຶ້ນເງິນ­ເດືອນ​ຂັ້ນ​ຕ່ຳ​ເປັນເທື່ອ​ທີ​ສາມ​ຢູ່​ໃນ​ເວ​ເນ​ຊູ​ເອ​ລາ ພາຍ​ໃນ​ປີ​ນີ້.

ຕາມ​ການ​ຕົກ­ລົງ​ດັ່ງ­ກ່າວ​ແລ້ວ ເງິນ­ເດືອນ​ຂັ້ນ​ຕ່ຳ​ຂອງ​ລັດ​ຖະກອນ​ ໃນ​ເວ​ເນ​ຊູ​ເອ​ລາ ​ຈະ​ເພີ່ມ​ຂຶ້ນປະ­ມານ 35 ໂດ​ລາ​ສະ­ຫະ­ລັດ (ຕາມ​ອັດ­ຕາ​ແລກ­ປ່ຽນ​ຢ່າງ​ເປັນທາງ​ການ) ແຕ່​ຈະ​ຢູ່​ພຽງ​ທີ່​ລະ­ດັບ 23 ໂດ​ລາ​ສະ­ຫະ­ລັດ (ຕາມ​ອັດຕາ​ແລກ­ປ່ຽນໃນ​ຕະ­ຫຼາດ).

ການ​ຕົກ­ລົງ​ຂອງ​ປະ​ທາ​ນາ​ທິ​ບໍດີ ມາ​ດູ​ໂຣ ມີ​ອອກ​ມາ​ທ່າມ­ກາງທີ່​ໄພ​ເງິນ​ເຟີ້​ ຢູ່​ໃນ​ເວ​ເນ​ເນ​ຊູ​ເອ​ລາ ໃນ​ປັດ­ຈຸ­ບັນ ​ໄດ້​ພຸ່ງ​ຂຶ້ນ​ສູ່​ລະ­ດັບ 3 ຫຼັກ​ຕົວ​ເລກ ຊຶ່ງ​ເປັນ​ຍ້ອນ​ຜົນ​ກະທົບ​ຮ້າຍ​ແຮງ​ ຈາກ​ການ​ທີ່​ລາ­ຄານ້ຳ­ມັນ​ໃນ​ຕະ­ຫຼາດ​ໂລກ​ຫຼຸດ​ລົງ ເຮັດ​ໃຫ້​ປະລິນ​ມານ​ການ​ສົ່ງ​ອອກ​ນ້ຳ­ມັນ​ ຂອງ​ປະ­ເທດ​ນີ້​ຕົກ​ຢູ່​ໃນ​ສະ­ພາບບໍ່​ໄປ​ບໍ່​ມາ.

ຜູ້​ສັງ­ເກດ​ການ​ໃຫ້​ຂໍ້​ສັງ­ເກດ​ວ່າ ການ​ຕົກ­ລົງ​ຂຶ້ນ​ເງິນ­ເດືອນ​ອີກເທື່ອ​ໜຶ່ງ​ນັ້ນ​ ເປັນ​ການ “ຊົດ​ເຊີຍ” ໃຫ້​ແກ່​ສະ­ພາບ​ເງິນ​ເຟີ້​ທີ່​ເພີ່ມ​ສູງຂຶ້ນ​ ເກີນ​ຂອບ​ເຂດ​ຢູ່​ໃນ​ເວ​ເນ​ຊູ​ເອລາ ເມື່ອ​ວ່າ​ອັດ­ຕາ​ສ່ວນ​ເງິນ​ເຟີ້ນັ້ນ ຖີບ​ຕົວ​ຂຶ້ນ​ເຖິງ 181% ໃນ​ປີ 2015 (ຕາມສະ­ຖິ­ຕິ​ຢ່າງ​ເປັນ​ທາງການ) ປັດ­ຈຸ­ບັນ​ນີ້ ທະ­ນາ­ຄານກາງ­ຂອງ​ເວ​ເນ​ຊູ​ເອ​ລາ ​ບໍ່​ໄດ້​ເປີດເຜີຍ​ເພີ່ມ​ເຕີມ ​ກ່ຽວ​ກັບ​ຕົວ​ເລກການ​ອັບ​ເດດ​ຂອງ​ເງິນ​ເຟີ້.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...