Homeຍ້ອງຍໍຄົນດີເດັ່ນຈາກຊາວນາ ຫັນມາປະດິດເຄື່ອງຈັກເຮັດດິນບ໋ອກຂາຍ

ຈາກຊາວນາ ຫັນມາປະດິດເຄື່ອງຈັກເຮັດດິນບ໋ອກຂາຍ

Published on

(ໂດຍ: ສ.ສິມມາລົງ ຈາກໜັງສືພິມປະຊາຊົນ)

 

ໃນການປະກອບອາຊີບໃດໜຶ່ງ ຕ້ອງມີຄວາມມານະອົດທົນ ແລະ ພາກພຽນພະຍາຍາມ ບວກກັບຄວາມຮັກມັກ

ໃນອາຊີບ ພ້ອມທັງມີຫົວຄິດປະດິດສ້າງ ໃນການຄິດຄົ້ນຊອກຫາເຄື່ອງມືທີ່ທັນສະ ໄໝ ແຕ່ບາງຄົນຊ້ຳພັດມີແນວ

ຄິດສ້າງສັນ ບວກກັບພອນສະຫວັນ ຈຶ່ງພາໃຫ້ເກີດມີເຄື່ອງອັດດິນບ໋ອກ ດ້ວຍແຮງດັນສະເທືອນຂຶ້ນມາ, ແຕ່ໃນ

ທີ່ນີ້ຜູ້ຂຽນຢາກນຳສະເໜີ ຕໍ່ເພື່ອນຜູ້ອ່ານວ່າ ທ່ານຜູ້ນີ້ສາມາດຈອດ, ເຊື່ອມຕໍ່ ແລະ ປະກອບຕິດຕັ້ງເຄື່ອງຈັກອັດ

ດິນບ໋ອກດ້ວຍຕົນເອງ ໂດຍເລີ່ມຈາກອາຊີບຊາວນາ ຜູ້ທີ່ມີຄວາມບຸກໜ້າບືນຕົວ ແລະ ມີແນວຄວາມຄິດປະດິດ

ສ້າງ ຈົນນຳພາຕົນເອງມາປະດິດເຄື່ອງເຮັດດິນບ໋ອກອັດແຮງ.

 

2-10
ທ່ານ ສົມພອນ ຂຸນນະເສນ

 

ດັ່ງທ່ານ ສົມພອນ ຂຸນນະເສນ ຜູ້ອຳນວຍການໂຮງງານຜະລິດດິນບ໋ອກທັນສະໄໝຖິ່ນຕົມ ໄດ້ເລົ່າສູ້ນັກຂ່າວໜັງ

ສືພິມປະຊາຊົນ ເມື່ອວັນທີ 2 ກໍລະກົດ ທີ່ຜ່ານມາວ່າ: ເມື່ອກ່ອນຕົນເອງໄດ້ປະກອບອາຊີບເຮັດນາ, ຕໍ່ມາອີງໃສ່ສະ

ພາບການທາງດ້ານເສດຖະກິດ, ຄ່າຄອງຊີບຖີບໂຕສູງຂຶ້ນ ຈຶ່ງເຮັດໃຫ້ມີແນວຄວາມຄິດຢາກຜະລິດດິນບ໋ອກ,

ໃນເບື້ອງຕົ້ນ ແມ່ນໄດ້ປະສົມດິນຊາຍ, ຫີນ ແລະ ຊີມັງດ້ວຍແຮງງານຄົນ ຊຶ່ງມີເຖິງ 5 ຄົນ, ເພາະບໍ່ທັນມີເຄື່ອງຈັກ

ຊຶ່ງໄລຍະນັ້ນສາມາດຜະລິດໄດ້ 500-600 ກ້ອນ ຕໍ່ມື້ໃນປີ 2003, ເຮັດມາໄດ້ປີໜຶ່ງ ຈຶ່ງມີລູກຄ້າມາສັ່ງ 1.000-2.000

ກ້ອນ ເມື່ອເປັນຄືແນວນັ້ນ ຕົນເອງຈຶ່ງບອກກັບລູກວ່າໃຫ້ພາໄປອຸດອນ ປະເທດໄທ ເພື່ອໄປສຶກສາຫາຂໍ້ມູນກັບ

ບັນດາຜູ້ປະກອບການຜະລິດດິນບ໋ອກ, ການໄປສຶກສາໃນຄັ້ງນັ້ນ ແມ່ນໄດ້ໄປຮຽນຮູ້ຂັ້ນຕອນໃນການຜະລິດເຄື່ອງ

ຈັກທີ່ໃຊ້ໃນການຜະລິດດິນບ໋ອກໃຊ້ແຮງດັນສະເທືອນ,  ເມື່ອກັບມາເຖິງບ້ານຕົນເອງຈຶ່ງຄິດວ່າຄືຊິບໍ່ຍາກປານໃດ,

ດັ່ງນັ້ນ ມື້ຕໍ່ມາຕົນເອງ ຈຶ່ງໄດ້ໄປສັ່ງຊື້ເຫຼັກ ເພື່ອນຳມາຈອດ, ເຊື່ອມ, ຕີໂຄງສ້າງດ້ວຍຕົນເອງ ທັງເຄື່ອງປະສົມດິນ

ຊາຍ, ຫີນ ແລະ ຊີມັງເຂົ້າດ້ວຍກັນ (ໃນນັ້ນ ຫີນ 2 ສ່ວນ,​ ຊາຍ 1 ສ່ວນ, ສ່ວນຊີມັງນັ້ນແມ່ນໜຶ່ງເປົ໋າໄດ້ດິນບ໋ອກ

ຢູ່ 140 ກ້ອນ), ແລ້ວຫຼັງຈາກນັ້ນ ວັດຖຸດິບທີ່ປະສົມກັນສົມບູນແລ້ວ ໄດ້ຖືກນຳລົງສູ່ສາຍພານລຳລຽງໄປຫາເຄື່ອງ

ສະເທືອນ ແລ້ວນຳລົງສູ່ແມ່ພິມດິນບ໋ອກທີ່ກຽມໄວ້. ຫຼັງຈາກນັ້ນເຄື່ອງຈັກໃຊ້ແຮງສະເທືອນແລ້ວອອກ ມາເປັນ

ດິນບ໋ອກທີ່ສົມບູນ ແລະ ມີຄຸນນະພາບ ຊຶ່ງເຄື່ອງຈັກສາມາດຜະລິດໄດ້ຄັ້ງລະສອງກ້ອນ, ສະເລ່ຍໝົດມື້ໄດ້ 1.800

ກ້ອນ/ມື້ ແລະ ສາມາດຫຼຸຸດແຮງງານຄົນໄດ້ 2 ຄົນຄືໃຊ້ແຮງງານທັງໝົດ 3 ຄົນ, ຄົນໜຶ່ງຂົນດິນມາປະສົມ, ຄົນໜຶ່ງ

ອັດດິນ ແລະ ຄົນໜຶ່ງໂຈມອອກ.

 

2-12

 

ທ່ານກ່າວຕື່ມອີກວ່າ: ເຄື່ອງອັດດິນບ໋ອກຂອງພວກເຮົາ ມີລູກຄ້າມາສັ່ງຊື້ນຳພວກເຮົາ ນັບແຕ່ພາກເໜືອຫາພາກ

ໃຕ້ເຊັ່ນ:​ ຫົວພັນ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ, ກາສີ, ວັງວຽງ ແລະ ທາງໃຕ້ແມ່ນອັດຕະປື, ປາກເຊ

ແລະ ຫຼັກ 20, ເຄື່ອງຂອງພວກເຮົາ ແມ່ນຜະລິດຂຶ້ນດ້ວຍຕົນເອງ ແລະ ມີຄຸນນະພາບ, ຖ້າຊື້ໄປແລ້ວມີບັນຫາສາ

ມາດຕິດຕໍ່ຫາພວກເຮົາໄດ້ ແຕ່ສັງເກດເບິ່ງລູກຄ້າທີ່ຊື້ ໄປໄດ້ 2 ປີ ແລ້ວຍັງບໍ່ຕິດຕໍ່ກັບມາ ນັ້ນຖືວ່າເຄື່ອງຂອງພວກ

ເຮົາມີຄຸນນະພາບດີ ແລະ ດິນບ໋ອກມີຄວາມທົນທານ.  ນອກຈາກນີ້, ຍັງມີຂ່າວລືກັນວ່າດິນບ໋ອກຂອງພວກເຮົາ

ແມ່ນໃຊ້ນ້ຳຢາ ແຕ່ຄວາມເປັນຈິງແລ້ວ ຖ້າໃຊ້ນ້ຳຢາແມ່ນຫຼຸຸບທຶນໂລດ.

 

ທ່ານກ່າວຕື່ມວ່າ ທຶນເບື້ອງຕົ້ນທີ່ໃຊ້ເຂົ້າໃນການຜະລິດດິນບ໋ອກແມ່ນ 100 ລ້ານກີບ, ສ່ວນລາຄາເຄື່ອງລະ 50 ລ້ານ

ກີບ ລາຄາທີ່ຈຳໜ່າຍດິນບ໋ອກໃນຂອບເຂດເມືອງຫາດຊາຍຟອງແມ່ນ ກ້ອນລະ 1.200 ກີບ, ປະຈຸບັນແມ່ນພວກ

ເຮົາມີ 3 ສາຂາຄື: ບ້ານສີບຸນເຮືອງ, ບ້ານຄຳກົງລາງ ແລະ ບ້ານຖິ່ນຕົມ, ສ່ວນລາຄາຈຳໜ່າຍໃນນະຄອນຫຼວງ

ສຳລັບບ໋ອກ 19 ຊັງຕີແມັດ ລາຄາ 4.500 ກີບ, 9 ຊັງ ຕີແມັດ ລາຄາ 3.500 ກີບ ແລະ 6,5 ຊັງຕີແມັດລາຄາ 1.500 ກີບ

ສາມາດສ້າງລາຍຮັບໂດຍສະເລ່ຍ ປະມານ 15 ລ້ານກີບຕໍ່ເດືອນ ສຳ ລັບການກ້າວ ເຂົ້າສູ່ປະຊາຄົມເສດ ຖະກິດອາຊຽນ

ທ້າຍປີ 2015 ນີ້, ທາງໂຮງງານຂອງພວກເຮົາເວົ້າ ລວມ, ເວົ້າສະເພາະຜະລິດຕະພັນ ຂອງພວກເຮົາສາມາດແຂ່ງຂັນ

ກັບບັນດາປະເທດສະມາຊິກອາຊຽນທັງ 10 ປະເທດໄດ້.

 

ການປະກອບອາຊີບໃດໜຶ່ງຂອງຄົນລາວເຮົາ ຫາກພາກລັດໃຫ້ການເອົາໃຈໃສ່ກວດກາຄຸນນະພາບສິນຄ້າຢ່າງທົ່ວ

ເຖິງແລ້ວ ຫາກເຫັນວ່າຜະລິດຕະພັນມີຄຸນນະພາບ ສາມາດແຂ່ງຂັນກັບຕະຫຼາດສາກົນໄດ້ ທັງໝົດນີ້ກໍ່ຍ້ອນມີ

ແນວທາງນະໂຍບາຍອັນຖືກຕ້ອງ ແລະ ເອົາໃຈໃສ່ຢ່າງໃກ້ຊິດຂອງພັກ-ລັດ ເພື່ອໃຫ້ຄົນລາວນຳໃຊ້ ຜະລິດຕະພັນ

ຂອງຄົນລາວ, ສົມກັບວ່າ ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ.

 

ນອກນີ້ລັດຖະບານ ໂດຍສະເພາະແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ຄວນລົງກວດກາ ແລະ ສຶກສາຂໍ້ມູນ

ຕົວຈິງ ກັບຜູ້ປະກອບການ, ການຜະລິດ ແລະ ອອກລິຂະສິດໃຫ້ສ່ວນບຸກຄົນໃຫ້ທົ່ວເຖິງ ເພາະອະນາຄົດອັນໃກ້

ນີ້ ປະເທດລາວເຮົາກຽມເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015, ທັງນີ້ກໍເພື່ອເຮັດ

ແນວໃດໃຫ້ຜະລິດຕະພັນຂອງສິນຄ້າລາວ ຕ້ອງມີກາໝາຍສິນຄ້າ ເພື່ອແຂ່ງຂັນກັບລະດັບພາກພື້ນ ແລະ

ສາກົນ ໄດ້ເທື່ອລະກ້າວ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...