spot_img
Homeຂ່າວພາຍ​ໃນເຊເຣນາ ວິນລ່ຽມ (Serena Williams) ຕົກຮອບ ໝົດໂອກາດທີ່ຈະຄວ້າ ຫຼຽນຄຳ ໃນໂອລິມປິກ 2016 ນີ້

ເຊເຣນາ ວິນລ່ຽມ (Serena Williams) ຕົກຮອບ ໝົດໂອກາດທີ່ຈະຄວ້າ ຫຼຽນຄຳ ໃນໂອລິມປິກ 2016 ນີ້

Published on

ການແຂ່ງຂັນ ເທັນນິສ ປະເພດຍິງດ່ຽວ ໃນໂອລິມປິກ 2016, ຮອບທີ 3 (Third round) ໃນວັນທີ 9 ສິງຫາ ຜ່ານມາ, ເຊເຣນາ ວິນລ່ຽມ (Serena Williams)  ນັກເທັນນິສສາວ ຊາວອາເມລິກາ, ມືວາງອັນດັບທີ 1 ຂອງໂລກ ແລະ ແຊັມເທັນນິສ ປະເພດຍິງດ່ຽວ ໃນລາຍການ Wimbledon 2016 ພາດທ່າເສຍໃຫ້ກັບ ເອວລີນາ ວິດໂຕລິນນາ (Elina Svitolina)  ນັກເທັນນິສສາວ ຊາວຢູເຄຣນ ມືວາງອັນດັບທີ 20 ຂອງໂລກ ດ້ວຍຄະແນນ 6-4, 6-3 ເຮັດໃຫ້ ວິນລ່ຽມ ໝົດໂອກາດທີ່ຈະຄວ້າ ຫຼຽນຄຳ ໃນໂອລິມປິກ 2016 ແລະ ສໍາລັບປະເພດຍິງຄູ່ ແຂ່ງຂັນໃນ ວັນທີ 7 ສິງຫາຜ່ານມາ, ເອື້ອຍນ້ອງ ວິນລ່ຽມ ແລະ ເວັນນັດ (Venus) ກໍ່ເສຍໃຫ້ກັບ ລູຊີ ຊາຟາໂຣວາ (Lucie Safarova) ແລະ ບາໂບຣາ ຊະຕຣີໂຄວາ (Barbora Strycova) ຄູ່ຈາກ ສາທາລະນະລັດເຊັກ ໃນຮອບທີ 1 (First round) ດ້ວຍຄະແນນ 3-6, 4-6.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...