spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງ ສັ່ງປິດຄລີນິກເຖື່ອນ 3 ແຫ່ງ ລັກລອບບໍລິການ ເອົາລູກອອກຜິດກົດໝາຍ!

ແຂວງຊຽງຂວາງ ສັ່ງປິດຄລີນິກເຖື່ອນ 3 ແຫ່ງ ລັກລອບບໍລິການ ເອົາລູກອອກຜິດກົດໝາຍ!

Published on

ຂປລ​. ເຈົ້າໜ້າ​ທີ່​ສາທາ​ລະນະ​ສຸກ​ ​ແຂວງ​ຊຽງ​ຂວາງ​ ໄດ້​ກວດ​ພົບ​ຄລີນິກ​ເຖື່ອນ 3 ​ແຫ່ງ ທີ່​ລັກລອບ​ເປີດ​ກິດຈະການ​​ໃຫ້​ບໍລິການປະຊາຊົນ ໂດຍ​​ບໍ່​ໄດ້​ຮັບ​ອະນຸຍາດ​ ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ.

ອີງຕາມ​ການ​ລາຍ​ງານ​ຂອງ ​ເຈົ້າ​ໜ້າ​ທີ່ສາທາລະນະ​ສຸກ ​ແຂວງ​ຊຽງ​ຂວາງ ໄດ້​ລາຍ​ງານ​ໃນວັນທີ 10 ສິງຫາ 2016 ນີ້ ວ່າ: ຜູ້ດໍາເນີນກິດຈະການຄລີນິກເຖື່ອນດັ່ງກ່າວ, ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ວ່າ​ໄດ້​ລັກລອບ​ໃຫ້​ບໍລິການ​ປະຊາ​ຊົນ​ພາຍ​ໃນ​​ແຂວງ ​ມາໄດ້ຫລາຍປີ​ແລ້ວ ໃນທີ່ສຸດ​ເຈົ້າ​ໜ້າ​ທີ່​ ກໍສາມາດ​​ກວດພົບ ​ແລະ ​ໄດ້​ສັ່ງ​ປິດ​ກິດຈະການ​ດັ່ງກ່າວ​, ​ແຕ່ຄລີນິກດັ່ງກ່າວ​​ ກໍໄດ້​ກັບ​ມາ​​ເປີດ​ຄືນ​ໃໝ່ ດ້ວຍ​ວິທີ​ການໃຫ້​ບໍລິການ​ປິ່ນປົວ​ທົ່ວ​ໄປ.

ບາງ​ສື່​ອອນ​ລາຍ​​ເປີດເຜີຍວ່າ: ຄລີນິກດັ່ງກ່າວ​ ແມ່ນ​ລັກລອບເປີດ​​ບໍລິການ​​ ເອົາ​ລູກ​ອອກ​ແບບ​ຜິດ​ກົດໝາຍ ​ແລະ ພະນັກງານ​ທີ່​ເຮັດ​ວຽກ ​ຢູ່​ພາຍ​ໃນ​ຄລີນິກ ກໍ​​ບໍ່​ໄດ້​ຮຽນ​ວິຊາສະເພາະດ້ານ​ການ​ແພດ ​ແລະ ບໍ່​ມີ​ໃບ​ຢັ້ງຢືນ​ຈາກກະຊວງສາທາລະນະສຸກ​ ແຕ່​ຢ່າງ​ໃດ.

ຫລ້າສຸດ ພະແນກສາທາລະນະ​ສຸກ​ ແຂວງດັ່ງກ່າວ, ໄດ້ສັ່ງປິດຄລີນິກຢ່າງຖາວອນ ພ້ອມ​ປັບ​ໄໝ ​ແລະ ປະຕິບັດວິໄນ ຕໍ່ຜູ້ກະທໍາຜິດແລ້ວ. ພ້ອມ​ນີ້,​​ ທາງພາກສ່ວນ​ທີ່ກ່ຽວຂ້ອງ ຍັງ​ໄດ້​​ແຈ້ງ​ເຕືອນ ພະນັກງານ, ທະຫານ, ຕຳຫລວດ, ພໍ່​ແມ່​ປະຊາຊົນ ໃຫ້ເພີ່ມຄວາມລະມັດລະວັງ ແລະ ສຶກສາຂໍ້ມູນລະອຽດ ກ່ອນໄປໃຊ້ບໍລິການ ເນື່ອງຈາກວ່າ ອາດມີກຸ່ມຄົນບໍ່ດີ ສວຍ​ໂອກາດດຳເນີນທຸລະກິດ ທີ່​ຜິດ​ກົດໝາຍ ​ແລະ ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຊັບສິນ.

ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ ແຂວງ​ຊຽງ​ຂວາງ​ ມີຄລີນິກທັງ​ໝົດ 47 ​ແຫ່ງ ທີ່​ຖືກຕ້ອງ​ຕາມ​ກົດ ໝາຍ ​ແລະ ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ກະຊວງ​ສາທາລະນະ​ສຸກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...